ໜຸ່ມລາວໃນໄທຂໍໃຫ້ປ່ອຍ ນັກໂທດ

ຈໍາປາທອງ
2016.09.01
F-embassy ວັນທີ 31 ສິງຫາ 2016 ຜູ້ຕາງໜ້າ ຂະບວນການ ຊາວໜຸ່ມລາວ ເພື່ອ ສິດທິມະນຸດ ທີ່ເຮັດວຽກ ຢູ່ປະເທດໄທ ໄດ້ຍື່ນໜັງສືໃຫ້ ເຈົ້າໜ້າທີ່ ສະຖານທູດລາວ ທີ່ບາງກອກ ປະເທສໄທ
RFA

ໃນເວລາ 9 ໂມງເຊົ້າ ຂອງວັນທີ 31 ສິງຫາ 2016 ນີ້ ຜູ້ຕາງໜ້າ ຂະບວນການ ຊາວໜຸ່ມລາວ ເພື່ອ ສິດທິມະນຸດ ຊຶ່ງເປັນ ຂະບວນການ ຂອງ ຊາວໜຸ່ມລາວ ທີ່ເຮັດວຽກ ຢູ່ປະເທດໄທ ໄດ້ຍື່ນ ໜັງສື ໃຫ້ ເຈົ້າໜ້າທີ່ ສະຖານທູດ ລາວ ທີ່ບາງກອກ ປະເທສໄທ ເພື່ອ ຮຽກຮ້ອງໃຫ້ ທາງການລາວ ປ່ອຍຕົວ ຄົນງານລາວ 3 ຄົນ ທີ່ ຖືກ ທາງການລາວ ຈັບໃສ່ຄຸກ ຍ້ອນຂໍ້ຫາ ໂຈມຕີ ຣັຖບາລ ລາວ.

ການຢື່ນໜັງສື ຮຽກຮ້ອງ ໃຫ້ປ່ອຍຕົວ ຄັ້ງນີ້ ໃຊ້ເວລາ ປະມານ 5 ນາທີ ໂດຍ ຜູ້ຕ່າງໜ້າ ຂະບວນການ ດັ່ງກ່າວ 2 ຄົນ, ບໍ່ມີການ ຖແລງການ ຢູ່ຕໍ່ໜ້າ ສະຖານທູດລາວ ແລະ ບໍ່ໃຫ້ບັນດາ ນັກຂ່າວ ສໍາພາດ.

ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບ ເຣຶ່ອງນີ້ ວິທຍຸ ເອເຊັຍເສຣີ ກໍໄດ້ ສໍາພາດ ຊາວລາວ ໃນປະເທສໄທ ຜູ້ນຶ່ງ ຊຶ່ງ ເປັນໝູ່ ຂອງ ຜູ້ຕ້ອງຫາ ທັງ 3 ຄົນ ນັ້ນ, ໄດ້ຮັບ ຄໍາຕອບວ່າ ເຂົາເອງ ເປັນຜູ້ນຶ່ງ ທີ່ ຮ່ວມຂຽນ ໜັງສື ຮຽກຮ້ອງ ໃຫ້ທາງການ ລາວ ປ່ອຍຕົວ ທັງ 3 ຄົນ ທີ່ຖືກຈັບນັ້ນ ໃຫ້ໄດ້ກັບ ໄປຫາ ຄອບຄົວ ຂອງ ພວກເຂົາເຈົ້າ ແລະ ຮຽກຮ້ອງ ໃຫ້ ຣັຖບາລລາວ ເຄົາຣົບ ສິດທິມະນຸດ ຂັ້ນພື້ນຖານ ຂອງ ປະຊາຊົນ:

"ເນື້ອຫາກະຄື ເຣຶ່ອງຮຽກຮ້ອງ ເຣຶ່ອງສິດທິມະນຸດ ເນາະ ການເວົ້າຈາປາສັຍ ຂັ້ນພື້ນຖານ ຂອງເຮົາ ເລີຍແຫຼະນໍ ຂໍໃຫ້ ເຄົາຣົບ ແລ້ວກະປ່ອຍ ປ່ອຍໃຫ້ເຂົາ ມີສິດມີສຽງ ເນາະ ສອງມາ ເຮົາຮຽກຮ້ອງ ໃຫ້ປ່ອຍໂຕ ນ້ອງ ທີ່ວິພາກ ວິຈານ ຜູ້ນໍາລາວ ແລະ ຣັຖບາລລາວ ກະຄື ທ້າວ ສົມພອນ ສອງ ນາງຫລອດຄໍາ ສາມ ທ້າວສຸກັນ".

ທ່ານເວົ້າຕື່ມວ່າ ການວິພາກ ວິຈານ ການເມືອງ ຂອງ ທາງການລາວ ທາງ ສື່ອອນລາຍ ບໍ່ແມ່ນ ຄວາມຜິດ ທາງການເມືອງ ເພາະບໍ່ເປັນ ການບິດເບືອນ ຂໍ້ເທັດຈິງ ຫລື ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ຄື ດັ່ງທີ່ ທາງການລາວ ກ່າວຫາ.

ດັ່ງນັ້ນ ກໍຣະນີ ການຈັບກຸມ ຄົນງານລາວ 3 ຄົນນີ້ ຈຶ່ງເປັນ ການລະເມີດ ສິດທິມະນຸດ ຂັ້ນພື້ນຖານ ແບບເຫັນໄດ້ ຈະແຈ້ງ. ຍ້ອນ ແນວນັ້ນ ຈຶ່ງໄດ້ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ ກ່ຽວຂ້ອງ ຂອງ ທາງການລາວ ພິຈາຣະນາ ຄະດີນີ້ໃໝ່ ອີກເທື່ອນຶ່ງ ແລະ ໃຫ້ຄວາມ ເປັນທັມ ແກ່ພວກເຂົາເຈົ້າ ທັງ 3 ຄົນ ນັ້ນ.

ມາເຖິງປັດຈຸບັນ ກໍເປັນ 5-6 ເດືອນແລ້ວ ທີ່ຄົນງານລາວ ກັບຈາກ ປະເທສ ໄທ ທັງ 3 ຄົນ ຖືກຈັບຂັງຄຸກ ຢູ່ຄຸກ ຊໍາເຄ້ ໃນ ນະຄອນຫຼວງ ວຽງຈັນ ແລະ ບໍ່ໄດ້ຮັບ ອະນຸຍາດ ໃຫ້ຄົນພາຍນອກ ເຂົ້າຢ້ຽມ - ຕາມຄໍາເວົ້າ ຂອງ ຊາວລາວ ທ່ານນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.