ທ.ນາມ ວິຍະເກດ ຖືກຍ້າຍ ໜ້າທີ່

ອຸ່ນແກ້ວ ສຸກສະຫວັນ
2017.11.22
F-Viyaketh ພິທີແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ (ຊ້າຍ) ເປັນເຈົ້າແຂວງ ແຂວງອັດຕະປື ຄົນໃຫມ່ ຂະນະທີ່ ທ່ານ ນາມ ວິຍະເກດ (ຂວາ) ເຈົ້າແຂວງ ອັດຕະປື ຄົນເກົ່າ ອາດຖືກຍົກຍ້າຍ ໄປຮັບຫນ້າທີ່ໃຫມ່ ຢູ່ສູນກາງ (21/11/2017)
RFA/ຮູປປະກອບຂ່າວ ອຸປຖັມໂດຍ ບອກຂ່າວ ວັນນີ້

ກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງຍ້າຍ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ໄປຮັບໜ້າທີ່ໃໝ່ ຢູ່ສະພາວິທຍາສາດ-ສັງຄົມ ແຫ່ງຊາດ ໃນວັນທີ 21 ພຶສຈິກາ. ເຫດຜົນໃນການຍ້າຍໃນຄັ້ງນີ້ ແມ່ນການບໍຣິຫານຜິດພາດ ເຮັດໃຫ້ງົບປະມານ ມີການຮົ່ວໄຫລ, ບັນຫາ ການໄປພົວພັນທຸຣະກິດສົ່ງໄມ້ອອກ ແລະ ບັນຫາທີ່ດິນ. ເຈົ້າໜ້າທີ່ອົງການກວດກາຣັຖບານ ຢູ່ແຂວງພາກໃຕ້ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 22 ພຶສຈິກາ ວ່າ:

"ມັນກໍມີຫລາຍເຫດຜົນໃນການສັ່ງຍ້າຍເປັນຕົ້ນແມ່ນເລື້ອງ ບັນຫາງົບປະມານຮົ່ວໄຫລ, ແລະ ທີ່ພົ້ນເດັ່ນໄປກວ່ານັ້ນ ກໍຄື ເລື້ອງທີ່ ທ່ານ ນາມ ວິຍະເກດ ແລະຄອບຄົວ ມີສ່ວນພົນພັນເລື້ອງລົດໄມ້ 27 ຄັນ ທີ່ຖືກກັກໄວ້ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ໃນຊ້ວງເດືອນ ພຶສພາ ທີ່ຜ່ານມາ".

ໃນຂະນະທີ່ ທ່ານ ນາມ ກໍໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ ຄອບຄົວຂອງທ່ານ ບໍ່ມີສ່ວນກ່ຽວຂ້ອງ ເລື້ອງທຸຣະກິດຄ້າໄມ້ ແຕ່ໃດມາ ແຕ່ ເຈົ້າໜ້າທີ່ ອົງການກວດກາຣັຖບານ ໄດ້ກ່າວຕື່ມອີກວ່າ ບັນຫາຫລັກໆ ກໍຄືການໃຊ້ ອຳນາດໃນການ ເອື້ອອຳນວຍ ຜົນປະໂຫຍດ ໃຫ້ແກ່ ຄອບຄົວ ຂອງຕົນເອງ ແລະງົບປະມານມີການຮົ່ວໄຫລ ຫລາຍກວ່າ 1,000 ຕື້ກີບ.

ນອກຈາກນີ້ ພະນັກງານປະຈຳແຂວງອັດຕະປື ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 20 ພຶສຈິກາ ວ່າ:

"ພະນັກງານສ່ວນຫລາຍຢູ່ແຂວງນີ້ ກໍພາກັນວິຈານວ່າ ຄວນຈະປ່ຽນເຈົ້າແຂວງ [ທ່ານ ນາມ] ແຕ່ດົນແລ້ວ ເພາະວ່າ ມາຢູ່ກໍບໍ່ໄດ້ ສ້າງຫຍັງ ນອກຈາກຈະເອົາດິນ ແລະເອົາເງິນເຂົ້າກະເປົາໂຕເອງ".

ທີ່ດິນຢູ່ແຂວງອັດຕະປື ທີ່ ທ່ານ ນາມ ໂອນເອົາເປັນກັມມະສິດ ຂອງຕົນເອງແມ່ນ ຢູ່ຕໍ່ໜ້າໂຮງແຮມດອກຈຳປາ ບ້ານຫລັກສາມ ເມືອງ ສາມັກຄືໄຊ, ທີ່ດິນສະໜາມກ໊ອຟ ຢູ່ບ້ານເຊກະໝານ, ແລະ ທີ່ດິນບໍລະເວນກວ້າງ ທີ່ຕິດກັບເຮືອນຊົງລາວ ຂອງທ່ານ ທີ່ຕັ້ງຢູ່ສົ້ນຂົວ ເຊກະໝານ 2 ຢູ່ບ້ານເຊກະໝານ ທີ່ຂຶ້ນກັບເມືອງສາມັກຄີໄຊ ແລະຍັງມີທີ່ດິນອີກຫຼາຍບ່ອນທີ່ທ່ານໂອນ ເອົາໄປກັມມະສິດຂອງຕົນເອງ ພະນັກງານແຂວງອັດຕະປື ທ່ານນີ້ ກ່າວຢ້ຳ.

ຜູ້ທີ່ຖືກແຕ່ງຕັ້ງເປັນເຈົ້າແຂວງຄົນໃໝ່ແທນ ທ່ານນາມ ວິຍະເກດ ແມ່ນ ທ່ານ ເລັດ ໄຊຍະພອນ ຜູ້ທີ່ເຄີຍເປັນເຄີຍເປັນຮອງ ເຈົ້າແຂວງ ແລະເປັນປະທານ ສະພາປະຊາຊົນ ແຂວງອັດຕະປື.

ພິທີມອບຮັບໜ້າທີ່ ລະຫວ່າງເຈົ້າແຂວງຜູ້ເກົ່າ ແລະ ເຈົ້າແຂວງຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 21 ພຶສຈິກາ ທີ່ຜ່ານມາ ຢູ່ແຂວງອັດຕະປື ໂດຍຊ້ອງໜ້າ ທ່ານ ພັນຄຳ ວິພາວັນ ຮອງ ປະທານປະເທດ. ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ກ່າວ ຕອນນຶ່ງວ່າ: ການຊັບຊ້ອນພະນັກງານການນຳຂັ້ນສູງ [ໝາຍເຖິງເຈົ້າແຂວງ] ໃນຄັ້ງນີ້ແມ່ນອີງໃສ່ ຄວາມຮຽກຮ້ອງຕ້ອງການ ຂອງໜ້າວຽກ ໃນໄລຍະໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.