ທາງການລາວວ່າບໍ່ໄດ້ ກົດດັນ ຄຣິສຕຽນ

ສິດນີ
2017.03.28
f-laos ສປປລາວ ເປັນປະເທດທີ່ຢູ່ໃນສາຍຕາ ຂອງຊາວໂລກ
RFA

ອົງການ World Watch Monitor ຣາຍງານ ໃນວັນທີ 22 ມິນາ ນີ້ວ່າ, ຍັງມີການ ກົດຂີ່ຂົ່ມເຫັງ ຊາວຄຣິສຕຽນ ຫຼາຍຢູ່ໃນລາວ ໃນ ທຸກມື້ນີ້ ກໍຣະນີ ຫລ້າສຸດ ໃນເດືອນ ມົກກະຣາ ຜ່ານມາ ທ້າວເຢັງ ຫົວຫນ້າໂບດ ຄຣິສຕຽນ ໃນລາວ ຖືກຄົນລັກລອບ ຈູດບ້ານເຮັດໃຫ້ ຊັບສິນ ໃນເຮືອນຂອງລາວ ເສັຽຫາຍ ຢ່າງຫຼວງຫຼາຍ ແລະ ໃນເວລາຕໍ່ມາ ກໍມີຄຸນພໍ່ຊູ ຊາວລາວຄຣິສຕຽນ ອີກຄົນນຶ່ງ ຖືກຍາດພີ່ນ້ອງ ນໍາຂ້າ ແລະພຍາຍາມ ໄລ່ລາວໃຫ້ໜີ ອອກຈາກບ້ານ ເພາະຖືວ່າເປັນ ຜູ້ສ້າງບັນຫາ ໃຫ້ແກ່ຄອບຄົວ ຊຶ່ງໃນ ປັດຈຸບັນ ຄຸນພໍ່ຊູ ກໍໄດ້ໄປ ອາສັຍ ຢູ່ບ້ານອື່ນ.

ວ່າງປີ 2016 ຊາວຄຣິສຕຽນ ແຂວງຫລວງພຣະບາງ ຜູ້ທີ່ເປັນນາຍຄຣູ ຖືກເຈົ້າຫນ້າທີ່ ຈັບຍ້ອນລາວ ໄດ້ຊັກຊວນ ໃຫ້ຊາວບ້ານ ຄົນອື່ນ ຫັນມານັບຖື  ສາສນາຄຣິສຕຽນ ເພາະເຊື່ອວ່າເປັນຫົນທາງ ໃຫ້ຫາຍປ່ວຍ ຫຼັງຈາກນັ້ນ ເມຶ່ອຫົວຫນ້າໂຮງຮຽນຮູ້ ລາວກໍຖືກໄລ່ອອກການ.

ກ່ຽວກັບບັນຫາ ດັ່ງກ່າວ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງຫ້ອງການ ແນວລາວສ້າງຊາດ ທີ່ແຂວງຫລວງພຣະບາງ ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ຜ່ານມາ ທາງການລາວ ບໍ່ໄດ້ຈັບ ຊາວຄຣິສຕຽນ ແຕ່ຢ່າງໃດ ມີແຕ່ໃຫ້ການ ສືກສາອົບຮົມ ແກ່ ຜູ້ທີ່ສອນ ສາສນາ ຄຣີສຕຽນ ໃຫ້ຊາວບ້ານ ເທົ່ານັ້ນ. ດັ່ງທ່ານກ່າວ ໃນມື້ວັນທີ 28 ມິນາ ນີ້ວ່າ:

"ເຮົາກະໃຫ້ຂະເຈົ້າເຄື່ອນໄຫວ ຕາມດຳຣັດ 92 ຫັ້ນນະ ບໍ່ໄດ້ຈຳກັດປານໃດນະ ມີແຕ່ຜ່ານມາຂະເຈົ້າເຄື່ອນໄຫວ ບໍ່ຖືກຕ້ອງ ຕາມດຳຣັດ ຊື່ໆ ບາງເທື່ອໄປແລ້ວ ລັກໄປຫັ້ນ ໄປໜີ້ ຊຸກຜູ້ອື່ນເຂົ້າ ໂດຍການໂຄສະນາ ສ່ວນຫຼາຍບໍ່ໄດ້ຈັບນະ ມີສ່ວນຫຼາຍ ແມ່ນສຶກສາອົບຮົມ".

ທ່ານກ່າວຕື່ມວ່າ ປັດຈຸບັນ ມີຄົນນັບຖື ສາສນາຄຣິສຕຽນ ຢູ່ແຂວງຫລວງພຣະບາງ ປະມານ 9 ພັນ ປາຍຄົນ ສ່ວນໃຫຍ່ ເປັນຊົນເຜົ່າ ຊື່ງເປັນການສະແດງ ໃຫ້ເຫັນວ່າ ທາງການລາວ ບໍ່ໄດ້ກົດຂີ່ຂົ່ມເຫັງ ຊາວຄຣິສຕຽນ ໃນລາວ ຕາມທີ່ອົງການ ຕ່າງຊາດ ຣາຍງານ.

ເອເຊັຽເສຣີກໍໄດ້ຕິດຕໍ່ໄປຍັງ ຫ້ອງການ ແນວລາວສ້າງຊາດ ທີ່ແຂວງຫລວງນ້ຳທາ ແລະ ບໍຣິຄຳໄຊ ກ່ຽວກັບບັນຫາ ຊາວຄຣິສຕຽນ ໃນ ແຂວງ ດັ່ງກ່າວ ແຕ່ເຈົ້າຫນ້າທີ່ ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ຄຳຕອບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.