ດໍາຣັດລົງທະບຽນ ໂທຣະສັບ ອິນເຕິເນັດ

ສິດນີ
2017.10.15
f-gov ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
screen captured

ຣັຖບານສປປລາວ ຈະອອກດຳຣັດໃໝ່ໃນປີໜ້າ ໃຫ້ຜູ້ທີ່ໃຊ້ໂທຣະສັບ ແລະ ອິນເຕີເນັດ ລົງທະບຽນ ເພື່ອຕິດຕາມ ກວດກາ ແລະລົງໂທດ ຜູ້ທີ່ຕິດຕໍ່ ພົວພັນກັນ ໃນສິ່ງທີ່ບໍ່ໄປ ຕາມແນວທາງ ນະໂຍບາຍ ຂອງພັກ ແລະການກະທຳ ຂອງຣັຖບານ.

ເມື່ອປີ 2015 ຣັຖບານລາວ ກໍໄດ້ອອກແຈ້ງການ ໃຫ້ຜູ້ໃຊ້ໂທຣະສັບ ລົງທະບຽນ ແລະປັຈຈຸບັນນີ້ ຣັຖບານກໍກຽມທີ່ຈະອອກດຳຣັດ ຕື່ມອີກ ໃຫ້ຜູ້ໃຊ້ໂທຣະສັບ ແລະອິນເຕິເນັດ ລົງທະບຽນເປັນແບບຟອມ ແລະໃຫ້ມີການຢັ້ງຢືນ ຈາກອຳນາດ ການປົກຄອງຂັ້ນບ້ານ. ດັ່ງເຈົ້າໜ້າທີ່ ຫ້ອງການ ໂທຣະຄົມລາວ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

“ຄືປີໜ້ານີ້ເບາະ ເພິ່ນກຳລັງກະກຽມ ກະເພື່ອຢາກໃຫ້ມັນເປັນ ລະບົບລະບຽບ ຄືກັບຫຼາຍປະເທດ ທີ່ເຂົາເຈົ້າເຮັດຜ່ານມາ ອີກຢ່າງນຶ່ງມັນກະ ສະດວກ ເວລາເຮົາ ກວດກາ ອີຫຍັງຕ່າງໆ”.

ແຕ່ຜູ້ທີ່ໃຊ້ໂທຣະສັບ ເວົ້າວ່າ ການລົງທະບຽນ ທີ່ວ່ານັ້ນ ຢ້ານມີຄວາມຫຍຸ້ງຍາກ ຜ່ານຫລາຍຂັ້ນຕອນ ແລະທັງວ່າ ຜູ້ໃຊ້ໂທຣະສັບ ແລະ ອິນເຕີເນັດ ຫລາຍຄົນ ມີຄວາມກັງວົນ ຢ້ານບໍ່ປອດໄພ ທາງການອາຈດັກຟັງ ການສົນທະນາ. ດັ່ງທີ່ຜູ້ທີ່ໃຊ້ ໂທຣະສັບທ່ານນຶ່ງ ໃນແຂວງ ພາກເໜືອ ໄດ້ກ່າວວ່າ:

"ຫວ່າງສາມປີຫລັງ ກະຄືວ່າໄດ້ລົງແລ້ວໜ່າ ອັນທະບຽນນີ້ ຄັນວ່າເພີ່ນຊິໃຫ້ລົງອີກ ແລະ ກະເຮັດຕາມແບບຟອມ ຢ້ານມັນຫຍຸ້ງຍາກ ເສັຽ ເວລາ ເພາະມັນໄດ້ໄປເຊັນ ຫຼາຍບ່ອນ ຫ່ວງເລື່ອງຄວາມປອດໄພ ເວລາເຮົາລົມກັນ ມັນບໍ່ມີ ຄວາມເປັນສ່ວນຕົວ”.

ຜູ້ໃຊ້ໂທຣະສັບ ແລະ ອິນເຕີເນັດ ອີກທ່ານນຶ່ງ ກໍເວົ້າວ່າ ທ່ານມີຄວາມກັງວົນ ແລະຢ້ານ ເຣຶ່ອງຄວາມບໍ່ເປັນ ສ່ວນຕົວ ຂອງຕົນເອງ. ດັ່ງ ທີ່ທ່ານເວົ້າວ່າ:

"ສຳຄັນກະເລື່ອງຂໍ້ມູນຕ່າງໆ ທີ່ເຮົາໃຊ້ ອີນເຕີເນັດ ຫລືວ່າເຮົາ ໂທຫາກັນ ຄວາມລັບບໍ ອີຫຍັງແບບນີ້ ໜ້າຢ້ານ ເພີ່ນດັກຟັງ ເວລາເຮົາ ລົມກັນ ມັນບໍ່ແຈບໃຈ ເວລາເຮົາລົມກັນ ຢ້ານມັນຜິດ”.

ແຕ່ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຈາກຫ້ອງການ ໂທຣະຄົມລາວ ທ່ານນັ້ນແລ້ວ ແມ່ນວ່າ ການທີ່ຣັຖບານ ຈະອອກດຳຣັດໃໝ່ ໃຫ້ຜູ້ໃຊ້ ໂທ ຣະສັບ ແລະ ອິນເຕີເນັດ ລົງທະບຽນນີ້ ກໍ່ເພື່ອຄວາມ ເປັນລະບຽບ ຮຽບຮ້ອຍ ໃນການຄຸ້ມຄອງ ການສື່ສານ ຕ່າງໆ ເພື່ອຄວາມ ປອດໄພ ຂອງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.