ປະຊຸມເອເຊັຽຕາເວັນອອກ ສ່ຽງໃຕ້

ຈໍາປາທອງ
2016.10.23
F-SEA (ກາງ)ຍານາງ ບຸນຈັນ ເສນທະວົງ ປະທານອົງການ ພລັງຮ່ວມຊາດລາວ ແລະ ທັງເປັນຄນະສູນສຶກສາ ຄົ້ນຄວ້າກ່ຽວກັບ ລາວແລະເອເຊັຍ
RFA

ກອງປະຊຸມ ເອເຊັຽ ຕາເວັນອອກ ສ່ຽງໃຕ້ 2016 ຂອງລາວ ແລະຂເມນ ພົ້ນທະເລ ກ່ຽວກັບ ການບຽດຍຶດ ແບບງຽບໆ ຂອງ ວຽດນາມ ຄອມມຸຍນິສ ຕໍ່ລາວ ແລະ ກໍາພູຊາ ໄດ້ຈັດຂຶ້ນ ທີ່ ມະຫາວິທຍາໄລ ຈອຊເມເຊິນ ຢູ່ເມືອງ ອາກລິງຕັນ, ຣັຖ ເວິຈິເນັຽ ສະຫະຣັຖ ອະເມຣິກາ ໃນວັນສຸກ ວັນທີ 21 ຕຸລາ.

ກອງປະຊຸມ ເອເຊັຽ ຕາເວັນອອກ ສ່ຽງໃຕ້ 2016 ຄັ້ງທີ 2 ນີ້ ມີບຸກຄົນ ສຳຄັນ ຈາກອົງການ ຈັດຕັ້ງຕ່າງໆ ທັງລາວ ແລະ ກຳພູຊາ ຫຼາຍທ່ານ ຮວມທັງ ຍານາງ ບຸນຈັນ ເສນທະວົງ ປະທານ ອົງການ ພລັງຮ່ວມຊາດລາວ ແລະ ທັງເປັນຄນະ ສູນສຶກສາ ຄົ້ນຄວ້າ ກ່ຽວກັບ ລາວແລະເອເຊັຽ ແລະ ດຣ. NaPandita Rithipol ປະທານ ອົງການ ເພື່ອຜົລປໂຍດ ແຫ່ງຊາດ ຮ່ວມກັນ ຫຼື OMNI ກຳພູຊາ ຕລອດເຖິງ ຜູ້ຕ່າງໜ້າ ຂອງອົງການ ຈັດຕັ້ງ ແລະ ຊຸມຊົນລາວ ແລະ ກຳພູຊາ ທີ່ ສະຫະຣັຖ ອະເມຣິກາ ເຂົ້າຮ່ວມ. ຍານາງ ບຸນຈັນ ເສນທະວົງ ໄດ້ກ່າວເຖິງ ຈຸດມຸ້ງໝາຍ ຂອງກອງປະຊຸມ ແບບສັງລວມ ວ່າ: ສຽງ..

ຕໍ່ກອງປະຊຸມ ທ່ານ Khampha Seth ຜູ້ອຳນວຍການ ຝ່າຍ ບໍຣິຫານ ສະມາຄົມ ກຳພູຊາ ທີ່ ຣັຖ Illinois, ພິພິດຕະພັນ ມໍຣະດົກ ກຳພູຊາ-ອະເມຣິກັນ ແລະ ອະນຸສາວະຣີ ລານສັງຫານ ກ່າວເປັນ ພາສາໄທ ວ່າ ກອງປະຊຸມ ຄັ້ງນີ້ ມີຄວາມສຳຄັນ ຫຼາຍ: ສຽງ…

ແລະຍາປ້າ ເອ ຈາກ ຣັຖເທັກຊັສ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມ ຮ່ວມກັບ ຊາວ ກຳພູຊາ ທີ່ເປັນນັກຕໍ່ສູ້ ຄືກັນ ກໍວ່າດີໃຈ: ສຽງ…

ກອງປະຊຸມ ເອເຊັຍຕາເວັນອອກ ສ່ຽງໃຕ້ 2016 ກ່ຽວກັບ ການບຽດຍຶດ ແບບງຽບໆ ຂອງວຽດນາມ ຄອມມຸຍນີສ ຕໍ່ລາວ ແລະ ກໍາພູຊາ ໄດ້ຖືກຈັດຂຶ້ນ ໂດຍອົງການ ຈັດຕັ້ງຂອງ ຊຸມຊົນລາວ ແລະ ກຳພູຊາ ຮວມທັງ ອົງການ ພລັງຮ່ວມຊາດລາວ, ສູນສຶກສາ ຄົ້ນຄວ້າ ກ່ຽວກັບ ລາວ ແລະເອເຊັຽ, ພັກ ລາວຮ່ວມສຳພັນ, ສະພາ ສິດທິມະນຸດລາວ ຣັຖ ເທັກຊັສ, ອົງການ ສາກົນ ເພື່ອ ຜົລປໂຍດ ແຫ່ງຊາດ ຮ່ວມກັນ, ເຄືອຂ່າຍ ປະຊາຊົນ ຂເມນ ເພື່ອ ກຳພູຊາ, ອົງການ ຂເມນ-ອະເມຣິກັນ ເພື່ອ ສິດທິມະນຸດ ແລະ ປະຊາທິປະຕັຍ, ພັນທະມິດ ກໍາພູຊາ-ອະເມຣິກັນ ແລະ ອົງການ ຈັດຕັ້ງອື່ນໆ ຂອງ ຊຸມຊົນລາວ ແລະ ກໍາພູຊາ ອີກ ຫຼາຍອົງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.