ຂ.ຈໍາປາສັກ ແມ່ຍິງ,ເດັກນ້ອຍ ຖືກກົດຂີ່ ຫຼຸດລົງ

ສິດນີ
2017.11.20
F-Lao-women ແມ່ຍິງລາວ ຢູ່ແຂວງພາກໃຕ້ ຂອງລາວ
RFA/SS

ເຈົ້າຫນ້າທີ່ສະຫະພັນແມ່ຍິງ ຢູ່ແຂວງຈຳປາສັກ ໄດ້ບອກກັບຕົວແທນ ຈາກສະຫະປະຊາຊາດ ທີ່ມາຢ້ຽມຢາມ ແຂວງຈຳປາສັກ ວ່າງຫລັງໆ ມານີ້ວ່າ ແມ່ຍິງຖືກກົດຂີ່ຂົ່ມເຫັງ ໃນແຂວງຈຳປາສັກ ໄດ້ຫລຸດລົງ ໃນຣະຍະ 4-5 ປີ ຜ່ານມານີ້ ຍ້ອນມີກົດຫມາຍ ຄຸມຄອງສິດທິ ແມ່ຍິງ ແລະເດັກນ້ອຍ ຊຶ່ງເຮັດໃຫ້ມີ ຄນະກັມມະການ ປົກປ້ອງເດັກນ້ອຍແມ່ຍິງ ແລະມີສູນດູແລຟື້ຶ້ນຟູ ຜູ້ຕົກເປັນເຫຍື່ອຂອງກຸ່ມ ຄ້າມະນຸດ ຖືກຕັ້ງຂຶ້ນມາ ແລະກໍເປັນຫນ້າພໍໃຈ ສຳລັບເຈົ້າຫນ້າທີ່ ສະຫະປະຊາຊາດ ທີ່ເດີນທາງມາຢ້ຽມຢາມ. ດັ່ງເຈົ້າຫນ້າທີ່ສະຫາພັນ ແມ່ຍິງລາວ ແຂວງຈຳປາສັກ ກ່າວໃນມື້ວັນທີ 20 ພຶສຈິກາ ນີ້ວ່າ:

"ເຮົາກໍໄດ້ລາຍງານເພິ່ນ ຕາມສະພາບຄວາມເປັນຈິງ ທີ່ມັນເກີດ ເພິ່ນກໍວ່າພໍໃຈ ເພິ່ນໄດ້ລົງເລິກເຣື້ອງການ ຄ້າມະນຸດ ການຄ້າປະເວນີ ແຕ່ວ່າແຫລະເວົ້າກັນຫລາຍໆ ເທື່ອທີ່ວ່າຢູ່ແຂວງ ຫລືວ່າແຂວງປະເທດອື່ນ ໃຜກໍຄືກັນ ສະພາບຕົວນີ້ ບາດນີ້ ເວົ້າສະເພາະ ແຂວງ ຈຳປາສັກ ເຮົານີ້ກະແມ່ນຫລາຍປີ ຄືນຫລັງ 4-5 ປີຄືນຫລັງ ກໍມີແຕ່ວ່າມາ ຮອດປັດຈຸບັນ ມັນເອີ້ນວ່າ ມັນນ້ອຍລົງ ມັນຫລຸດລົງ ແຕ່ວ່າ ຊີ່ໃຫ້ຢັ້ງຢືນວ່າ ບໍ່ມີກະບໍ່ວ່າ."

ຍານາງກ່າວຕື່ມວ່າ ຍ້ອນການຊອ່ຍເຫລືອ ຈາກທາງການແລະອົງການຕ່າງຊາດ ຕ່າງໃນລາວ ບັນຫາການຂູດຣີດແມ່ຍິງ ເດັກນ້ອຍ ແລະ ການຄ້າມະນຸດໃນແຂວງຈຳປາສັກ ຈຶ່ງໄດ້ຫຼຸດລົງຢ່າງຕໍ່ເນື່ອງ ໃນແຕ່ລະປີ ຈົນໃນປັດຈຸບັນ ຍັງເຫຼືອບໍ່ຮອດ 10% ຂອງບັນຫາດັ່ງກ່າວ.

ຍານາງວ່າ ບັນຫາການກົດຂີ່ຫົ່ມເຫັງ ແມ່ຍິງແລະເດັກນ້ອຍ ເປັນບັນຫາສຳຄັນໃນແຂວງ ແລະຈະບໍ່ສາມາດ ກຳຈັດໃຫ້ຫມົດໄປໄດ້ ໂດຍສະເພາະ ແມ່ຍິງວັຍລຸ້ນ ທີ່ຢູ່ຕາມຊາຍແດນ ລາວ-ໄທ ຫລາຍເມືອງ ຍັງໄປຊອກຫາ ວຽກເຮັດງານທຳ ໃນໄທຢູ່ ແລະ ບາງຄົນ ກໍຕົກເປັນເຫຍື່ອ ຂອງການ ຄ້າມະນຸດໃນໄທ ແລະໃນລາວ, ທີ່ຜ່ານມາແມ່ຍິງ ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ກໍໄດ້ເຂົ້າມາດູແລ ຟື້ນຟູຈີດໃຈ ປະມານ 30-50 ຄົນໃນແຕ່ລະປີ.

ເຈົ້າຫນ້າທີ່ພິເສດ ສະຫະປະຊາຊາດ ໄດ້ເດີນທາງມາຢ້ຽມຢາມລາວ ບໍ່ແມ່ນສະເພາະແຕ່ ແຂວງຈຳປາສັກ ແລະ ນະຄອນຫລວງວຽງຈັນ ເທົ່ານັ້ນ ພວກທ່ານຍັງໄດ້ ໄປຢ້ຽມຢາມ ແຂວງສາຣະວັນ ແລະອຸດົມໄຊ ນຳອີກ ເພື່ອປະເມີນຄວາມສ່ຽງ ຂອງແມ່ຍິງ ແລະເດັກນອ້ຍ ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ແລະຄ້າແຮງງານ, ຕົວແທນສະຫະປະຊາຊາດ ຈະເອົາບົດລາຍງານ ດັ່ງກ່າວ ຈາກລາວ ໄປສເນີຕໍ່ ສະພາ ສະຫະປະຊາຊາດດ້ານສິດທິມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.