ອົງການຈັດຕັ້ງໃນລາວ ຍັງຖືກ ຄວບຄຸມ

ຈໍາປາທອງ
2017.05.24
F-VT ນະຄອນຫຼວງວຽງຈັນ
Citizen Journalist

ມາຮອດປັດຈຸບັນ ອົງການຈັດຕັ້ງທາງສັງຄົມໃນລາວ ຍັງບໍ່ສາມາດເຮັດວຽກໄດ້ ຢ່າງມີອິສຣະ ເທົ່າທີ່ຄວນຍ້ອນວ່າການເຮັດວຽກ ແຕ່ລະຄັ້ງ ຕ້ອງຢູ່ໃນຂອບເຂດ ທີ່ ຣັຖກຳນົດໃຫ້ ໂດຍມີ ເຈົ້າໜ້າທີ່ ທາງການ ຄອຍຕິດຕາມ ເບິ່ງການເຮັດວຽກ ຢູ່ຕລອດ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງສັງຄົມລາວ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 23 ພຶສພາ ນີ້:

"ບັນຫາກໍຄືການເຮັດວຽກ ມັນຈະຍາກເພາະວ່າ ເຮົາບໍ່ສາມາດ ເວົ້າອີ່ຫຍັງໄດ້ທີ່ຂັດ ຍ້ອນວ່າ ມີເພິ່ນຢູ່ນຳ ຕລອດເວລາ ສົມມຸດວ່າ ຢູ່ປ່າໄມ້ ແມ່ນບໍ່ ຮ່ວມງານຂອງເຈົ້າໜ້າທີ່ ແມ່ນກະຊວງກະສິກັມປ່າໄມ້ ເປັນຜູ້ຕິດຕາມ ເປັນຜູ້ກວດກາ ຕິດຕາມ ຫັ້ນນະ ອັນີ້ຍີ່ເປັນ ບັນຫາທ້າທາຍ ອັນນຶ່ງເລີຍ ຂອງອົງການລາວ ທີ່ເຮົາບໍ່ສາມາດ ເຮັດເກີນຂອບເຂດ ທີ່ຂະເຈົ້າ ກຳນົດໄຫ້".

ນາງອະທິບາຍວ່າ ອົງການຈັດຕັ້ງ ທາງສັງຄົມ ທຸກອົງການ ບໍ່ວ່າຈະເປັນ ອົງການດ້ານໃດກໍຕາມ ຈຳເປັນຕ້ອງຮ່ວມມື ກັບ ພາກສ່ວນຂອງ ຣັຖ ແລະຕ້ອງເຮັດ ໄປຕາມຂອບເຂດ ທີ່ທາງການກຳນົດ ບໍ່ດັ່ງນັ້ນ ກໍຈະບໍ່ສາມາດ ສ້າງຕັ້ງ ອົງການນັ້ນ ຂຶ້ນມາໄດ້. ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ອົງການຈັດຕັ້ງ ທາງສັງຄົມ ເວົ້າວ່າ ເປັນບັນຫາ ທ້າທາຍອົງການ, ໂດຍສະເພາະ ອົງການຈັດຕັ້ງ ດ້ານສິ່ງແວດລ້ອມ, ທຸກຄົນ ທີ່ໄປເຮັດວຽກ ຢູ່ຊຸມຊົນ ຈະຕ້ອງມີ ເຈົ້າໜ້າທີ່ ທາງການ 2 ຄົນ ຕິດຕາມ ໄປນຳ ເພື່ອເບິ່ງການ ເຮັດວຽກ ຣະຫວ່າງ ອົງການຈັດຕັ້ງ ກັບ ຊາວບ້ານ. ນອກຈາກນີ້ ກໍຍັງບໍ່ ສາມາດ ເອົາຂໍ້ມູນ ກ່ຽວກັບ ການລັກລອບ ຕັດໄມ້ ມາເວົ້າໄດ້ ເຖິງຈະໄດ້ ຂໍ້ມູນ ມາຈາກ ປະຊາຊົນ ກໍຕາມ, ນາງເວົ້າວ່າ:

"ຈະຍໍ່ມີອົງການໃດເລີຍ ທີ່ວ່າຢືນຂຶ້ນແລ້ວ ຂ້ອຍເຮັດວຽກ ກ່ຽວກັບ ປະເດັນ ການຄ້າໄມ້ເຖື່ອນ ບໍ່ມີ ບາດນີ້ ຖ້າຫາກເຮົາ ມີຂໍ້ມູນວ່າ ເອີ ມີຄົນລັກຕັດໄມ້ ຫັ້ນນະ ບໍ່ມີອົງການໃດເລີຍ ທີ່ກ້າຈະລຸກຂຶ້ນ ມາວ່າເອີ ຂ້ອຍເຫັນຄົນ ຈຳນວນເທົ່ານີ້ ຈຳນວນຣົດ ເທົ່ານີ້ ທ່ອນໄມ້ເທົ່ານີ້ ແທບຈະບໍ່ມີ ອົງການໃດເລີຍ ທີ່ເວົ້າແບບນີ້ ຫັ້ນນະ".

ການປະຕິບັດງານ ຂອງອົງການຈັດຕັ້ງ ດັ່ງກ່າວ ຍັງມີຄວາມຫຍູ້ງຍາກຫລາຍ ແມ່ນແຕ່ ອົງການດ້ານ ສິ່ງແວດລ້ອມ ທີ່ມີສ່ວນຮ່ວມ ໃນການ ປົກປ້ອງປ່າ ກໍຍັງເຮັດໄດ້ ແຕ່ຊຸກຍູ້ ປະຊາຊົນ ໃຫ້ຊ່ວຍກັນ ປູກຕົ້ນໄມ້, ບໍ່ສາມາດ ເປີດເຜີຍ ຂໍ້ມູນກ່ຽວກັບ ເຣື່ອງ ທີ່ຍັງມີ ການຕັດໄມ້ ຢູ່ແຫ່ງຕ່າງໆ ນັ້ນໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.