ຊາວບ້ານຖືກຈັບໃນເຣື້ອງ ທີ່ດິນ

ອຸ່ນແກ້ວ ສຸກສະຫວັນ
2017.09.06
f-sekong ຊາວບ້ານ 2 ຄົນທີ່ຖືກຈັບຄື: ທ້າວສຸວັນ(ຂວາ)ທ້າວວິຄຳ, ແຕ່ອີກ 10 ຄົນ ຍັງບໍ່ມີການ ເປີດເຜີຍຊື່ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ກວດກາຣັຖບານ ຢູ່ແຂວງພາກໃຕ້.
RFA

ໃນເຫດການທີ່ທາງການ ແຂວງເຊກອງ ໄດ້ສັ່ງຈັບຊາວບ້ານ 12 ຄົນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ໃນວັນທີ 25 ກໍຣະກະດາ ຍ້ອນຂໍ້ຂັດແຍ່ງ ທີ່ດິນ ແລະ ຈົນມາເຖີງ ປັດຈຸບັນ ເຂົາເຈົ້າ ກໍຍັງບໍ່ຖືກ ປ່ອຍຕົວ.

ກ່ຽວກັບບັນຫາດັ່ງກ່າວ, ນັກພັທນາຊຸມຊົນ ທ່ານນຶ່ງ ກໍໄດ້ສະແດງ ຄວາມເປັນຫ່ວງ ວ່າ ເຈົ້າໜ້າທີ່ ໃຊ້ອຳນາດ ເໜືອກົດໝາຍ ໃນການ ຈັບກຸມຊາວບ້ານ, ດັ່ງທ່ານ ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 6 ກັນຍາ ວ່າ:

"ມັນເປັນສິ່ງທີ່ຊັດເຈນແລ້ວວ່າ ສິ່ງທີ່ຊາວບ້ານຖືກຈັບໂຕໄປ ເຂົາເຈົ້າກຳລັງ ປະເຊີນຢູ່ຫັ້ນນະ ກະຄືເຂົາກຳລັງ ປະເຊີນຢູ່ກັບ ອຳນາດ ທີ່ ເໜືອກົດໝາຍ ອຳນາດທີ່ເໜືອ ກົດໝາຍ ກະຄືຊອກຫາ ທາງແກ້ໄຂ ບໍ່ເຫັນ ແມ້ກະທັ້ງວ່າ ຜູ້ທີ່ມີບົດບາດ ແກ້ໄຂບັນຫາ ນີ້ແທ້ໆ ຫັ້ນນະ ຍັງບໍ່ກ້າອອກ ຄຳເຫັນ".,

ການຈັບກຸມຊາວບ້ານ ແບບບໍ່ມີການເປີດເຜີຍ ສະແດງວ່າ ເຈົ້າໜ້າທີ່ ບໍ່ມີຫລັກຖານ ຄົບຖ້ວນ, ດັ່ງທ່ານກ່າວຕໍ່ ເອເຊັຍເສຣີ ວ່າ:

"ເພາະວ່າ ສິ່ງທີ່ເຂົາເຈົ້າ ກຳລັງເຮັດຢູ່ດຽວນີ້ ມັນສະແດງໃຫ້ເຫັນວ່າ ເຂົາເຈົ້າເອງ ກະບໍ່ໝັ້ນໃຈ ໃນຂໍ້ມູນ ຫລື ຫລັກຖານ ທີ່ມີວ່າຊາວ ບ້ານນັ້ນ ຜິດແທ້ຫລືບໍ່".

ທ່ານກ່າວອີກວ່າ ທາງການແຂວງ ເຊກອງ ຕ້ອງອອກມາແຈ້ງໃຫ້ ປະຊາຊົນຮູ້ວ່າ ຊາວບ້ານ 12 ນັ້ນ ເຮັດຫຍັງຜິດ, ຈັບເຂົາເຈົ້າດ້ວຍ ຂໍ້ຫາຫຍັງ ແລະ ບໍ່ຄວນມີ ເບື້ອງໜ້າ ເບື້ອງຫລັງ ໃນການຈັບກຸມ ເຂົາເຈົ້າຄັ້ງນີ້.

ຊາວບ້ານ 12 ຄົນ ທີ່ຖືກຈັບ ມີຊື່ພຽງແຕ່ 2 ຄົນຄື ທ້າວ ສຸວັນ ແລະ ທ້າວ ວິຄຳ, ສ່ວນວ່າອີກ 10 ຄົນຍັງບໍ່ທັນ ມີການເປີດຊື່ ອີງຕາມ ຂໍ້ມູນ ຈາກ ເຈົ້າໜ້າທີ່ ກວດກາ ຣັຖບານ ຢູ່ແຂວງພາກໃຕ້.

ການຈັບກຸມຄັ້ງນີ້ ເຈົ້າໜ້າທີ່ຫ້ອງການ ສຳນັກງານນາຍົກຣັຖມົນຕຼີ ກໍຍັງບໍ່ໄດ້ຮັບຂໍ້ມູນລະອຽດ, ທ່ານ ຈະເລີນ ເຢັຍປາວເຮີ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກຣັຖມົນຕຼີ ແລະ ທັງເປັນໂຄສົກ ຣັຖບານ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 6 ກັນຍາ ວ່າທ່ານເອງ ຍັງບໍ່ທັນຮູ້ ຂໍ້ມູນ ລະອຽດກ່ຽວກັບ ເລື້ອງນີ້ ເພາະວ່າ ທ່ານ ຢູ່ຕ່າງແຂວງ ແລະ ທ່ານ ຈະເລີນ ໄດ້ແນະນຳ ໃຫ້ໄປຖາມ ຜູ້ທີ່ຮູ້ຂໍ້ມູນ ລະອຽດ.

ເພື່ອສອບຖາມຂໍ້ມູນເພີ້ມຕື່ມ, ເອເຊັຍເສຣີ ໄດ້ໂທຫາ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ, ພັນເອກ ສົມໄຊ ພູນລະມານີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ທ່ານ ສົມນິດ ສິລິບຸນລ້ຽງ ຫົວໜ້າອົງການອັຍການ ແຂວງເຊກອງ ແລະ ທ່ານ ສໍລະເສີມສັກ ຜ່ອງສານຸວົງ ຮອງຫົວໜ້າອັຍການ ແຂວງເຊກອງ, ທ່ານ ຄຳບາງ ພະສະແຫວງ ຫົວໜ້າຜແນກຍຸຕິທັມ ແຂວງເຊກອງ ຫລາຍຄັ້ງ, ແຕ່ ບໍ່ມີທ່ານໃດ ຮັບໂທຣະສັບ.

ອີງຕາມຂໍ້ມູນຈາກຊາວບ້ານ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ກັບ ບໍຣິສັດ ຢາງພາຣາ ຂອງວຽດນາມທີ່ຊື່ວ່າ LVF ໄດ້ເກີດຂຶ້ນ ນັບແຕ່ປີ 2006 ຍ້ອນວ່າ ບໍຣິສັດ ຊື່ວ່າ ບຸກເບີກເນື້ອທີ່ດິນ ໄປກວມເອົາທີ່ດິນ 121 ເຮັກຕາຂອງຊາບ້ານ 55 ຄອບຄົວ ໃນຂະນະທີ່ ທາງການເມືອງ ແລະ ແຂວງອະນຸມັດ ໃຫ້ສຳປະທານພຽງແຕ່ 42 ເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.