ລາວຮ່ວມປະຊຸມ ຕີມໍຕາເວັນອອກ

ຈໍາປາທອງ
2016.08.01
f-timor ທັມມະຊາດ ຂອງ ປະເທດ ຕີມໍ ຕາເວັນອອກ
Screen captured from East Timor First Perception video

ເຈົ້າໜ້າທີ່ ຈາກ ອົງການ ພາກ ປະຊາສັງຄົມ ຂອງ ສປປລາວ 19 ຄົນ ທີ່ເຮັດວຽກ ໃນຫຼາຍ ຂແນງການ ແລະ ວຽກງານ ຮວມທັງ ດ້ານ ສິ່ງແລດລ້ອມ, ແມ່ຍິງ ແລະ ເດັກນ້ອຍ ແລະ ຄົນພິການ ໄປເຂົ້າຮ່ວມ ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ທີ່ ປະເທສ ຕີມໍ ຕາເວັນອອກ ຫລື ຕີມໍເລສເຕ ແຕ່ ວັນທີ 2 ຫາ ວັນທີ 5 ສິງຫາ 2016 ນີ້. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ອົງການ ພາກ ປະຊາສັງຄົມ ສປປລາວ ຕໍ່ RFA ໃນ ວັນທີ 1 ສິງຫາ ນີ້:

"ມີ 19 ຄົນວ່າຊັ້ນ ມັນກໍສິມີ ແມ່ຍິງແດ່ ກໍສິມີ ເວົ້າເຣຶ່ອງ ສິ່ງແວດລ້ອມ ອິຫຍັງແນ່ ນີ້ແຫລະ ເຮົາບໍ່ໄດ້ໄປ ເປັນອັນ... ເຮົາໄປຮ່ວມ ມີອັນ ພະນັກງານ ເຮົາໄປຮ່ວມ ແຕ່ວ່າເຮົາ ບໍ່ໄດ້ເປັນ ອັນ ວິທຍາກອນ ໄປເປັນ participant ຊື່ໆ ເຈົ້າ".

ນາງເວົ້າຕື່ມວ່າ ການໄປຮ່ວມ ກອງປະຊຸມ ຄັ້ງນີ້ ທາງອົງການ ພາກ ປະຊາສັງຄົມ ບໍ່ມີ ປະເດັນໃດ ເປັນພິເສດ ທີ່ຈະເວົ້າ ຍ້ອນວ່າ ໄດ້ຖືກ ມອບໝາຍໃຫ້ ພຽງແຕ່ໄປ ເບິ່ງງານນັ້ນ ຢ່າງດຽວ, ບໍ່ໄດ້ຮັບ ເຊີນໃຫ້ເປັນ ພິທີກອນ ຫລື ຈັດງານ ສະແດງ ນິເທສການ ກ່ຽວກັບ ເຣຶ່ອງຕ່າງໆ ໃນລາວ.

ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ເປັນ ກອງປະຊຸມ ທີ່ ອົງການ ພາກ ປະຊາສັງຄົມ ຕ່າງໆ ໃນປະເທສ ສະມາຊິກ ອາຊຽນ ແລະ ໃນໂລກ ຈັດຂຶ້ນ ໂດຍມີ ຈຸດປະສົງ ສເນີບັນຫາ ຕ່າງໆ ແລະ ຮຽກຮ້ອງ ໃຫ້ບັນດາ ຜູ້ນຳ ປະເທສ ໃນອາຊຽນ ແກ້ໄຂ, ເຊັ່ນ ບັນຫາ ການຢຶດ ທີ່ດິນ ປະຊາຊົນ, ຄວາມເທົ່າທຽມ ຣະຫວ່າງ ຍິງ-ຊາຍ, ເສຣີພາບ ໃນການສະແດງ ຄວາມຄິດ ຄວາມເຫັນ ເປັນຕົ້ນ.

ປົກກະຕິ ກອງປະຊຸມ ດັ່ງກ່າວ ຈະຈັດຂຶ້ນ ຢູ່ໃນປະເທສ ທີ່ ເປັນເຈົ້າພາບ ກອງປະຊຸມ ສຸດຍອດ ອາຊຽນ ຄື ຢູ່ ສປປລາວ ທີ່ ເປັນປະທານ ວຽນ ອາຊຽນ ໃນປີ 2016 ນີ້. ແຕ່ທາງການ ສປປລາວ ປະຕິເສດ ບໍ່ ອະນຸຍາດ ໃຫ້ ຈັດກອງປະຊຸມ ດັ່ງກ່າວ ຂຶ້ນ ຢູ່ ສປປລາວ ຍ້ອນວ່າ ອົງການ ພາກ ປະຊາສັງຄົມ ຂອງລາວ ບໍ່ມີເວລາ ແລະ ບໍ່ມີ ງົບປະມານ ພຽງພໍ ທີ່ ຈະກະກຽມ ກອງປະຊຸມ ດັ່ງກ່າວ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ສປປລາວ.

ຖແລງການ ຂອງຄນະ ກັມການ ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ທີ່ ຜ່ານມາ ຣະບຸວ່າ ຄນະຈັດຕັ້ງ ບໍ່ສາມາດ ຈັດ ກອງປະຊຸມ ນີ້ຢູ່ ສປປລາວ ໄດ້ ຍ້ອນຂໍ້ ຈຳກັດ ບາງຢ່າງ ຮວມທັງ ການຈຳກັດ ເຣື່ອງ ເສຣີພາບ ໃນການ ສະແດງ ຄວາມຄິດ ຄວາມເຫັນ ຂອງຜູ້ ເຂົ້າຮ່ວມ ກອງປະຊຸມ. ດັ່ງນັ້ນ ທາງຄນະ ຈັດຕັ້ງ ຈຶ່ງຕັດສິນໃຈ ຍ້າຍໄປຈັດ ກອງປະຊຸມ ນີ້ ທີ່ປະເທດ ຕີມໍ ຕາເວັນອອກ ແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.