ສາກົນ ໃກ້ຊິດຊຸກຍູ້ຜູ້ນໍາ ຊຸດໃໝ່

ສົມເນ
2016.04.29
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ
Screen captured LNTV

ນັກວິເຄາະ ການເມືອງ ໃນລາວ ເຫັນວ່່າ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ຄົນໃໝ່ ມີຄວາມ ມຸ້ງໝັ້ນ ໜັກແໜ້ນ ຢາກເຮັດໃຫ້ ກົງຈັກ ການ ບໍຣິຫານ ຂອງ ຣັຖບານ ມີຄວາມ ເຂັ້ມແຂງຂຶ້ນ, ຍ້ອນ ຮູ້ສຶກວ່າ ການນໍາຂອງລາວ ຖືກກົດດັນ ຈາກ ສາກົນ ເພີ້ມຂຶ້ນ. ທ່ານ ທອງລຸນ ໄດ້ຖແລງ ຕໍ່ໜ້າ ສະມາຊິກ ສະພາ ແຫ່ງຊາດ ໃນ ຕອນນຶ່ງວ່າ:

"ຂ້າພະເຈົ້າ ຂໍ ປະຕິຍານ ຕົນ ທັງໃຫ້ ຄໍາໝັ້ນສັນຍາວ່າ ຈະເຊີດຊູ ມານະຈິດ ປະຕິວັດ ອັນສູງສົ່ງ ກວ່າເວລາ ໃດໝົດ, ເພື່ອ ປະຕິບັດ ໜ້າທີ່ ພາຍໃຕ້ ຣັຖທັມນູນ ແລະ ກົດໝທາຍ ທັງ ຈະອຸທິດ ຕົນ ທັງໝົດ ກໍາລັງວັງຊາ ເຫື່ອແຮງ ສະຕິປັນຍາ ສຸມຄວາມຮູ້ ຄວາມສາມາດ ທີ່ ຕົນມີຢູ່ ເພື່ອ ປະຕິບັດ ວຽກງານ ທີ່ໄດ້ຮັບ ມອບໝາຍນີ້ ດ້ວຍຄວາມ ຮັບຜິດຊອບ ສູງ ແລະ ບໍຣິສຸດໃຈ ທັງມີຄວາມ ເສັຽສຣະ".

ນັກ ປັນຍາຊົນ ໃນລາວ ຜູ້ຂໍສງວນ ຊື່ແລະສຽງ ກ່າວວ່າ ຄໍາຖແລງ ຂອງ ທ່ານ ທອງລຸມ ມີຄວາມຈິງໃຈ, ເມື່ອສັງເກດ ຈາກ ຄໍາປາໄສ ຂອງເພິ່ນ ໃນບາງຈຸດ ແລ້ວ ຄືກັບວ່າ ເພິ່ນເຂົ້າໃຈ ເຖິງ ຄວາມກົດດັນ ຈາກສາກົນ ເພິ່ນຈຶ່ງຢາກ ຮຽກຮ້ອງ ໃຫ້ຄນະນໍາ ໃນ ແຕ່ລະຂັ້ນ ພົວພັນ ກັບສາກົນ ໃຫ້ຖືກຕ້ອງ ເພື່ອໃຫ້ ການຊ່ວຍເຫຼືອ ຈາກສາກົນ ນັ້ນບໍ່ ປະສົບກັບ ຄວາມຫຍຸ້ງຍາກ ແລະ ປາສຈາກ ຄວາມກົດດັນ ອີກຕໍ່ໄປ. (ທ່ານວ່າ ດັ່ງນັ້ນ.)

ທ່ານວ່າ ການນໍາພາ ໃນຫຼາຍສິບປີ ຜ່ານມາ ຈົນຮອດ ປັດຈຸບັນນີ້ ກໍຍັງບໍ່ ເຫັນວ່າມີ ການ ປ່ຽນແປງ ອັນໃດ ໃຫຽ່ຫຼວງ. ຄນະຣັຖບານ ຊຸດທີ 8 ນີ້  ຈະປະເຊີນກັບ ການ ກົດດັນ ລາຍດ້ານ ຈາກ ປະຊາຄົມ ສາກົນ ຕໍ່ໄປ ໂດຍສະເພາະ ປະເທດ ທີ່ ໃຫ້ການຊ່ວຍເຫລືອ ແລະ ອົງກອນສາກົນ ຕ່າງໆ ທີ່ຮຽກຮ້ອງ ໃຫ້ລາວ ປ່ຽນແປງ ໄປສູ່ ການປົກຄອງ ດ້ວຍຣະບຽບ ກົດໝາຍ ແລະ ຮັບປະກັນ ສິດ ເສຣີພາບ ຂອງ ປະຊາຊົນ ໃຫ້ຫຼາຍຂຶ້ນ ໃນທຸກດ້ານ.

ທ່ານວ່າ ບັນຫາ ກໍຄືວ່າ ຣັຖບານ ຊຸດນີ້ ຈະເຮັດໄດ້ ຫຼາຍປານໃດ ເພາະວ່າ ການນໍາຂອງລາວ ປັດຈຸບັນ ນີ້ແມ່ນ ໄປຄົນລະທາງ ກັບ ສາກົນ. ຕ່າງປະເທດ ທີ່ ຊ່ອຍເຫຼືອ ຢາກໃຫ້ ສປປລາວ ກ້າວໄປສູ່ ການປົກຄອງ ແບບ ປະຊາທິປະຕັຍ, ສິ່ງນີ້ ຄືບັນຫາ ທ້າທາຍ ຂອງ ການນໍາຊຸດນີ້.

ທ່ານ ທອງລຸນ ເປັນຜູ້ນໍາ ທີ່ ມີປະສົພການ ດ້ານການພົວພັນ ກັບ ປະຊາຄົມ ສາກົນ ຊຶ່ງ ນັກການທູດ ຂອງປະເທດ ເພື່ອນບ້ານ ກໍເຫັນວ່າ ເປັນຜູ້ທີ່ ເຊື່ອຖືໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.