ຂະບວນການຍຸຕິທັມ ລາວ-ວຽດ

ສິດນີ
2015.11.09
F-Justice ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ
LPDR

ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຣີ ກະຊວງ ຍຸຕິທັມ ສປປ ລາວ ໄດ້ ພົບປະ ກັບ ທ່ານ ຕຣອງຮົວບີນ ຫົວຫນ້າ ສານ ສຸງສຸດ ຂອງ ວຽດນາມ ທີ່ ກຸງ ຮ່າໂນຍ ໃນ ວັນທີ 5 ພຶສຈິກາ ຜ່ານມາ ນີ້. ທັງສອງ ທ່ານ ມີການ ແລກປ່ຽນ ປະສົພການ ທາງດ້ານ ຍຸຕິທັມ ຣະຫວ່າງ ກັນ ກ່ຽວກັບ ການ ບັງຄັບ ໃຊ້ ກົດໝາຍ ການ ຝຶກອົບຮົມ ເຈົ້າຫນ້າທີ່ ຍຸຕິທັມ ແລະ ການຕັດສິນ ຄະດີ.

ໃນການ ພົບປະ ກັນ ທ່ານ ບິນ ກ່າວວ່າ ການ ປະຕິຮູບ ທາງດ້ານ ກົດຫມາຍ ເປັນ ສີ່ງສຳຄັນ ຂອງ ຄວາມຮ່ວມມື ຮອບດ້ານ ຣະຫວ່າງ ປະເທດ ລາວ-ວຽດນາມ ທີ່ ຣະບຸ ໄວ້ ໃນ ສະພາ ປະຕິວັດ ປະຊາຊົນ ສອງ ປະເທດ ແລະ ໃນຂນະ ດຽວກັນ ຝ່າຍ ລາວ ທ່ານ ບຸນເກີດ ສັງສົມສັກ ກໍໄດ້ກ່າວ ຂອບໃຈ ຕໍ່ ການສນັບ ສນູນ ຂອງ ວຽດນາມ ກ່ຽວກັບ ການພັທນາ ຂະບວນການ ຍຸຕິທັມ ໃນລາວ ຈາກ ຣະບົບ ສານ ຂອງ ວຽດນາມ.

ກົດໝາຍ ສປປ ລາວ ສ່ວນໃຫຽ່ ແມ່ນກ່າຍ ມາຈາກ ກົດໝາຍ ວຽດນາມ ແລະ ເຈົ້າຫນ້າທີ່ ຂະບວນການ ຍຸຕິທັມ ແລະ ສານ ໃນລາວ ສ່ວນຫຼາຍ ແມ່ນໄດ້ ຝຶກອົບຮົມ ມາຈາກ ວຽດນາມ. ດັ່ງນັ້ນ ສານ ລາວ ແລະ ວຽດນາມ ຈຶ່ງ ບໍ່ມີ ຫຍັງ ແຕກຕ່າງກັນ ໂດຍສະເພາະ ການຕັດສີນ ຄະດີ ແລະ ການອອກ ກົດ ຣະບຽບ ຕ່າງໆ. ເຈົ້າຫນ້າທີ່ ລາວ ໄປຮຽນ ຈາກ ວຽດນາມ ແລ້ວ ເອົາມາ ປະຕິບັດ ໃນ ສປປ ລາວ ບໍ່ແມ່ນ ໄປ ເພື່ອ ແລກປ່ຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.