ການບັນຈຸເອົາຕໍາຣວດໃຫມ່

ຈໍາປາທອງ
2017.10.12
F-police ພະນັກງານ ເຈົ້າໜ້າທີ່ຕໍາຣວດ ແຂວງຫຼວງນໍ້າທາ
RFA/VD

ການສອບເສັງຄັດເລືອກ ຂອງນັກສຶກສາທີ່ຮຽນຈົບໃໝ່ ໃນ ແຂວງຫຼວງນໍ້າທາ ບັນຈຸເຂົ້າເປັນຕຳຣວດ ໃນຕົ້ນເດືອນຕຸລາ 2017, ຜູ້ເຂົ້າ ສອບເສັງເຫັນວ່າບໍ່ຍຸຕິທັມ. ທາງແຂວງໄດ້ເປີດ ໃຫ້ນັກສຶກສາ ທີ່ຈົບໃໝ່ເຂົ້າຄັດເລືອກເປັນຕຳຣວດ ຊຶ່ງມີຜູ້ສມັກເຖິງ 900 ປາຍຄົນ.

ການຄັດເລືອກເສັງ ເປັນຕຳຣວດ 60 ຄົນແລກ ຕ້ອງຄັດເອົາຜູ້ເປັນລູກ ຂອງຄະນະນຳ ແລະ ລູກພະນັກງານກ່ອນ ເພື່ອເປັນຜູ້ສືບທອດ. ຕາມຄຳເວົ້າຂອງ ນັກສຶກສາ ທີ່ຈົບຈາກໂຮງຮຽນ ບໍຣິຫານ ທຸຣະກິດຜູ້ນຶ່ງ ທີ່ມາສມັກເຂົ້າເປັນຕໍາຣວດ ໃນມື້ວັນທີ 8 ຕຸລາ 2017 ນີ້:

"ເພິ່ນກະມາປະກາດໃຫ້ໄປເສັງ ໃນແຕ່ລະເມືອງຫັ້ນ ກະຫຼາຍຄົນປີນີ້ ຄືວ່າປີນີ້ມີຮອດ 900 ປາຍຄົນພຸ້ນນະ ແຕ່ຕົວເລກເພີ່ນຊິເອົາແທ້ໆ ກະມີປະມານ 60 ເພິ່ນຊິຄັດເບິ່ງ ລວງສູງລວງຫຍັງກ່ອນ ເພິ່ນວ່າຈິ່ງຊິໄດ້ເຂົ້າໄປ ມັນກະມີເປັນລອບ ເປັນລອບເນາະ 900 ປາຍຄົນ ນີ້ເພິ່ນຈະຄັດ ເອົາລວງສູງ ນໍ້າໜັກໄດ້ມາດຕະຖານ 150 ຄົນ 150 ຄົນແລ້ວ ເພິ່ນກະຊິຄັດ ເຂົ້າໄປຕື່ມ 60 ຄົນທືນ ນີ້ເພີ່ນຊິເອົາແຕ່ ຫົກສິບທືນ ສ່ວນຫລາຍກະແມ່ນ ພະນັກງານ ສືບທອດໝົດ ໄດ້ທືນນີ້ແມ່ນລູກ ພະນັກງານ ສືບທອດໝົດຄັນ ເສັງເອົາຄວາມຮູ້ແທ້ໆນິ ກະຫລາຍຄົນຢູ່ເພີ່ນຊິໄດ້".

ຜູ້ຮັບສມັກເຂົ້າເປັນຕໍາຣວດ ເວົ້າຕື່ມວ່າ ການສອບເສັງຄັດເລືອກ ເຂົ້າເປັນຕຳຣວດ ຫລືເປັນຣັຖກອນຢູ່ ສປປລາວ ບໍ່ວ່າຈະເປັນຂແນງ ໃດກໍ່ຕາມ ສ່ວນຫລາຍ ແມ່ນຈະໃຊ້ເສັ້ນສາຍ ແລະເງິນ. ສ່ວນຄົນທີ່ບໍ່ມີເສັ້ນມີສາຍ ບໍ່ມີເງິນ ເຖິງຈະຮຽນເກັ່ງປານໃດ ກໍ່ມີໜ້ອຍທີ່ສຸດ ທີ່ຈະຖືກບັນຈຸ ເຂົ້າເຮັດວຽກນຳຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.