ສພຊ ປິດກອງປະຊຸມ ສມັຍ ສາມັນ ເທື່ອທີ 4

ຈໍາປາທອງ
2017.11.17
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ກອງປະຊຸມສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 8 ຂອງສປປລາວ ໄດ້ປິດລົງແລ້ວ ໃນຕອນບ່າຍຂອງວັນທີ 17 ພຶສຈິກາ 2017 ພາຍໃຕ້ການເປັນປະທານ ຂອງ ຍານາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາຕ. ຍານາງ ກ່າວປີດກອງປະຊຸມ ໃນຕອນນຶ່ງວ່າ:

“ໃນນາມປະທານກອງປະຊຸມ, ຂພຈ ຂໍປະກາດອັດກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງ ສະພາແຫ່ງຊາຕ ຊຸດທີ 8 ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ, ຂໍຂອບໃຈ."

ຍານາງ ປານີ ໄດ້ກ່າວສລຸບກອງປະຊຸມ ໃນບາງຕອນວ່າ ກອງປະຊຸມສະພາແຫ່ງຊາຕ ເທື່ອທີ 4 ນີ້, ສະມາຊິກສະພາແຫ່ງຊາຕ ແຕ່ລະ ທ່ານ ໄດ້ປະຕິບັດໜ້າທີ່ ຂອງຕົນ ຢ່າງເອົາໃຈໃສ່ ຕໍ່ບັນຫາທີ່ສັງຄົມ ໃຫ້ຄວາມສົນໃຈ ໂດຍສະເພາະ ແມ່ນບັນຫາຄົງຄ້າງ ແລະຈຸດອ່ອນ ຕ່າງໆ ທີ່ກ່ຽວພັນກັບການຄຸ້ມຄອງ ແລະບໍຣິຫານຂອງຣັຖບານ:

“ພ້ອມກັນນັ້ນ, ສະມາຊິກສະພາແຫ່ງຊາຕ ຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນ ຢ່າງມີຄວາມຮັບຜິດຊອບ ຕໍ່ບັນດາ ຈຸດອ່ອນ, ຂໍ້ຄົງຄ້າງທີ່ເປັນສິ່ງກີດຂວາງ ໃນການຄຸ້ມຄອງ ແລະ ບໍຣິຫານຣັຖທາງດ້ານວຽກງານ ການເງິນ-ເງິນຕຣາ, ເສຖກິຈ-ສັງຄົມ ກໍ່ຄືການຜລິດທຸຣກິຈ, ການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ, ການຈັດສັນ ແລະ ຄຸ້ມຄອງງົບປະມານ ຮັບໃຊ້ວຽກງານພັທນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ."

ກອງປະຊຸມສະພາແຫ່ງຊາດເທື່ອນີ້ ໄດ້ຮັບຮອງເອົາ ບົດຣາຍງານການເຄື່ອນໄຫວຂອງ ຣັຖບານ ແລະການຈັດຕັ້ງປະຕິບັດ ແຜນງົບປະມານ ແຫ່ງຣັຖ ປະຈຳປີ 2017, ຮັບຮອງເອົາບົດຣາຍງານການເຄື່ອນໄຫວ ຂອງອົງການອັຍການ, ສານ, ອົງການ ກວດສອບແຫ່ງຣັຖ, ອົງການ ກວດກາຣັຖບານ ແລະອື່ນໆ ອີກຫລາຍຢ່າງ ຮວມທັງໄດ້ພິຈາຣະນາ ແລະຮັບຮອງເອົາກົດໝາຍທີ່ສ້າງໃໝ່ ແລະສະບັບປັບປຸງ ທັງໝົດ 15 ສະບັບ ຈາກທີ່ເສນີໃນກອງປະຊຸມ 16 ສະບັບ. ກົດໝາຍ ທີ່ບໍ່ຖືກຮັບຜ່ານນັ້ນຄື ກົດໝາຍວ່າດ້ວຍ ໜີ້ສິນສາທາຣະນະ ທີ່ຈະພິຈາຣະນາ ກັນໃໝ່ ໃນກອງປະຊຸມສະພາແຫ່ງຊາຕ ເທື່ອຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.