ເບັ້ຽລ້ຽງຝຶກຊ້ອມສວນສນາມ ຖືກຕັດ

ມະນີຈັນ
2015.11.19
F-National-d ສປປລາວ ຕຣຽມ ສລອງວັນຊາດ ທີ 2 ທັນວາ
Screen captured from LNTV news

ມີ ຣາຍງານ ວ່າ ກອງ ທະຫານ ແລະ ຄນະນັກຮຽນ ທີ່ ໄປຊ້ອມ ສະແດງ ການເດີນ ສວນສະໜາມ, ໄດ້ຮັບເງິນ ຄ່າກິນເຂົ້າ ພຽງແຕ່ 15 ພັນກີບ ຕໍ່ມື້ ແທນທີ່ ຈະເປັນ 30 ພັນກີບ ຕາມທີ່ ຄນະອະນຸ ກັມມະການ ແຈ້ງອອກ ນັ້ນ.

ນາຍ ທະຫານ ທ່ານນຶ່ງ ຜູ້ທີ່ຂໍ ສະຫງວນຊື່ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ຢາກໃຫ້ ເຈົ້າໜ້າທີ່ ຢູ່ ໃນຄນະ ອະນຸ ກັມມະການ ມາກວດສອບ ຫາຄວາມຈິງ ເບິ່ງວ່າ ແມ່ນ ໜ່ວຍງານ ໃດ ເປັນຜູ້ ຕັດເງິນ ນັ້ນ. ແຕ່ຈົນ ມາເຖິງ ປັດຈຸບັນ ກໍ ຍັງບໍ່ເຫັນ ມີ ເຈົ້າໜ້າທີ່ ທີ່ ຮັບຜິດຊອບ ທ່ານໃດ ອອກມາ ຊີ້ແຈງ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້.

ໃນການ ຊ້ອມ ເດີນ ສວນສະໜາມ ຄັ້ງນີ້ ຣັຖບານ ລາວ ໄດ້ ມີຄໍາສັ່ງ ອອກມາ ເມື່ອ ເດືອນ ກໍຣະກະດາ ຊຶ່ງ ໃນເບື້ອງຕົ້ນ ແມ່ນ ຈະຈ່າຍ ຄ່າກິນເຂົ້າ ໃຫ້ຜູ້ນຶ່ງ 50 ພັນກີບ ຕໍ່ມື້. ອີງຕາມ ການ ອະນຸມັດ ຂອງ ຄນະອະນຸ ກັມມະການ, ແຕ່ ກະຊວງ ການເງິນ ຈ່າຍໃຫ້ ພຽງແຕ່ 30 ພັນກີບ ຕໍ່ມື້ ເນື່ອງຈາກ ມີບັນຫາ ທາງດ້ານ ການເງິນ.

ສ່ວນ ພະນັກງານ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ 400 ກວ່າຄົນ ແລະ ກະຊວງ ອື່ນໆ ທີ່ ຈະໄປຮ່ວມ ເດີນ ສວນສະໜາມ ນັ້ນ ຕ້ອງໄດ້ ຕັດເຄື່ອງແບບ ສະເພາະ ຊຶ່ງ ຄ່າໃຊ້ຈ່າຍ ນັ້ນ ແມ່ນມອບໃຫ້ ບໍຣິສັດ ຣັຖວິສາຫະກິດ ການບິນລາວ, ບໍຣິສັດ ທາງເລກ 8, ບໍຣິສັດ ວິສາຫະກິດ ບໍຣິການ ຄົມມະນາຄົມ ແລະ ບໍຣິສັດ ກໍ່ສ້າງ ຄົມມະນາຄົມ ເປັນຜູ້ ຮັບຜິດຊອບ.

ນອກຈາກນີ້ ຄ່າໃຊ້ຈ່າຍ ສໍາລັບ ແສງ ສີ ສຽງ ເພື່ອ ຮັບໃຊ້ ໃນງານ ແມ່ນ 1 ລ້ານ ໂດລາ ສະຫະຣັຖ, ຄ່າ ດອກໄມ້ ໄຟ ທີ່ ຈະມາຈູດ ໃນງານ ແມ່ນ 1 ລ້ານ ໂດລາ. ມີຄົນລາວ ຈໍານວນ ນຶ່ງ ເຫັນວ່າ ການໃຊ້ເງິນ ມາຈັດງານ ແບບນີ້ ມັນເປັນການ ສິ້ນເປືອງ ຍ້ອນວ່າ ປະເທດ ລາວ ກໍາລັງ ປະສົບ ບັນຫາ ທາງດ້ານ ການເງິນ ແລະ ຍັງທຸກຍາກ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.