ກອງປະຊຸມໃຫ່ຽຄັ້ງທີ 10 ປິດແລ້ວ

ອະວາຣີ
2016.01.25
f-flag ສປປລາວ
LPDR

ໃນ ວັນທີ 22 ມົກກະຣາ 2016 ເວລາ ປະມານ ບ່າຍ 2 ໂມງ, ກອງປະຊຸມ ໃຫ່ຽ ຄັ້ງທີ 10 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ດຳເນີນ ມາເຖິງ ວັນສຸດທ້າຍ ໂດຍການ ເປັນ ປະທານ ຂອງ ທ່ານ ດຣ. ທອງລຸນ ສີສຸລິດ, ກັມມະການ ກົມການເມືອງ ສູນກາງພັກ ແລະ ຈາກນັ້ນ ກໍ່ແມ່ນ ທ່ານ ບຸນຍັງ ວໍຣະຈິດ, ເລາຂາທິການ ໃຫ່ຽ ຄນະ ບໍຣິຫານ ງານສູນກາງ ພັກ ສໄມທີ 10 ໄດ້ຮັບກຽດ ຂຶ້ນກ່າວ ປິດ ກອງປະຊຸມ ຢ່າງເປັນ ທາງການ:

"ໃນ ບັນຍາກາດ ທີ່ປ່ຽມລົ້ນ ດ້ວຍຄວາມ ເອກອ້າງ ທະນົງໃຈ ແລະ ມີ ຄວາມໝາຍ ປະຫວັດສາດ ນີ້, ໃນນາມ ຄນະ ບໍຣິຫານງານ ຂ້າພະເຈົ້າ ປະກາດ ອັດ ກອງປະຊຸມ ໃຫ່ຽ ຜູ້ແທນ ທົ່ວປະເທດ ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດ ລາວ ຢ່າງ ເປັນທາງການ, ຂໍຂອບໃຈ".

ໃນ ມື້ສຸດທ້າຍ ຂອງ ກອງປະຊຸມ ນີ້ ກໍ່ໄດ້ມີ ການອ່ານ ຄໍາຂອບໃຈ ຕໍ່ອະດີດ ກົມການເມືອງ ທັງ 4 ສະຫາຍ ຄື: ທ່ານ ຈູມມາລີ ໄຊຍະສອນ, ທ່ານ ທອງສິງ ທຳມະວົງ, ທ່ານ ອາຊາງ ລາວລີ, ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ. ຈາກນັ້ນ ກໍມີການ ອ່ານ ຣາຍງານຜົນ ຂອງ ການເລືອກຕັ້ງ ເອົາຄນະ ບໍຣິຫານ ງານ ສູນກາງ ພັກ, ຄນະ ກັມມະການ ສູນກາງພັກ, ຄນະ ກັມມະການ ກົມ ການເມືອງ ສູນກາງ ພັກ 11 ທ່ານ, ຄນະ ເລຂາທິການ ສູນກາງ ພັກ, ຜູ້ ປະຈຳການ ເລຂາທິການ ສູນກາງ ພັກ, ຄນະກວດກາ ສູນກາງ ພັກ, ຊິ່ງ ທັງໝົດ ລ້ວນແຕ່ ແມ່ນຊຸດ ໃໝ່:

"ກົມການເມືອງ ສູນກາງພັກ ປະກອບມີ 11 ສະຫາຍ ດັ່ງນີ້:

1.ສະຫາຍ ບຸນຍັງ ວໍຣະຈິດ,

2.ສະຫາຍ ດຣ. ທອງລຸນ ສີສຸລິດ,

3.ສະຫາຍ ນາງ ປານີ ຢ່າທໍ່ຕູ້,

4.ສະຫາຍ ດຣ. ບຸນທອງ ຈິດມະນີ,

5.ສະຫາຍ ດຣ. ພັນຄຳ ວິພາວັນ,

6.ສະຫາຍ ຈັນສີ ໂພສີຄຳ,

7.ສະຫາຍ ດຣ. ໄຊສົມພອນ ພົມວິຫານ,

8.ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ,

9.ສະຫາຍ ດຣ. ຄຳພັນ ພົມມະທັດ,

10.ສະຫາຍ ດຣ. ສິນລະວົງ ຄຸດໄພທູນ,

11.ສະຫາຍ ສອນໄຊ ສີພັນດອນ".

ຄນະ ກັມມະການ ກົມການເມືອງ ສູນກາງພັກ ມີອຳນາດ ຕັດສິນໃຈ ສຸດຂາດ ໃນຣະບອບ ການປົກຄອງ ຂອງ ສປປລາວ ໃນ ປະຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.