ປະທານປະເທດລາວຢ້ຽມຢາມ ວຽດນາມ


2016.04.26
f-bounnhanh ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ສປປ ລາວ ອອກເດີນທາງໄປ ຢ້ຽມຢາມ ສສວຽດນາມ ປະເທດທໍາອິດ
Screen captured LNTV video

ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ສປປລາວ ພ້ອມດ້ວຍ ພະນັກງານ ຂັ້ນສູງ ໄດ້ເດີນທາງ ໄປຢ້ຽມຢາມ ວຽດນາມ ຢ່າງເປັນ ທາງການ ເພື່ອ ເພີ້ມທະວີ ສາຍພົວພັນ ມິຕພາບ ຂອງ ທັງສອງ ປະເທດ ເລີ້ມແຕ່ ວັນທີ 25 ຫາ 27 ເມສາ ຊຶ່ງຖືວ່າ ເປັນ ທໍານຽມ ທີ່ ລາວ ແລະ ວຽດນາມ ປະຕິບັດ ກັນມາ ໄກ້ຫຼາຍ ທົສວັດ ນັບແຕ່ປີ 1975 ເປັນຕົ້ນມາ.

ຫລັງຈາກ ທີ່ໄດ້ຮັບ ຕໍາແໜ່ງ ປະທານ ປະເທດ, ທ່ານ ບຸນຍັງ ວໍຣະຈິດ ກໍເດີນທາງ ໄປຢ້ຽມຢາມ ວຽດນາມ ເປັນປະເທດ ທໍາອິດ, ແຕ່ ບໍ່ມີ ຣາຍລະອຽດ ຂອງ ການຢ້ຽມຢາມ ໃນຄັ້ງນີ້.

ເຖິງຢ່າງໃດ ກໍຕາມ, ນັກວິເຄາະ ໄດ້ຕັ້ງ ຂໍ້ສັງເກດວ່າ ການທີ່ ຜູ້ນໍາ ສູງສຸດ ຂອງລາວ ເດີນທາງໄປ ວຽດນາມ ໃນຄັ້ງນີ້ ແມ່ນ ບົ່ງບອກ ວ່າ ຜູ້ນໍາລາວ ຊຸດນີ້ ແມ່ນ ຝັກໄຝ່ ການສະໜັບ ສະໜູນ ຈາກ ວຽດນາມ ແລະ ນັກວິເຄາະ ຍັງໃຫ້ ທັສນະວ່າ ວຽດນາມ ຕ້ອງການ ໃຫ້ ສປປລາວ ມີຈຸດຢືນ ແບບດຽວກັນ ກ່ຽວກັບ ບັນຫາ ຂໍ້ຂັດແຍ້ງ ກັບຈີນ ຢູ່ເຂດ ທະເລຈີນ ໃຕ້.

ເມື່ອມໍ່ໆມານີ້ ທ່ານ ຫວັງ ລີ ຣັຖມົນຕຣີ ກະຊວງ ການ ຕ່າງປະເທດ ຂອງຈີນ ກໍມາ ຢ້ຽມຢາມ ລາວ ຢ່າງເປັນ ທາງການ ໃນ ວັນທີ 23 ເມສາ ແລະ ໄດ້ພົບປະ ກັບ ທ່ານ ສເລີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ຂອງລາວ ຊຶ່ງການ ຢ້ຽມຢາມ ຄັ້ງນີ້ ຈີນ ໃຫ້ ສັນຍາວ່າ ຈະຊຸກຍູ້ ສ້າງໂຄງລ່າງ ພື້ນຖານ ການ ຄົມມະນາຄົມ ຂອງລາວ ໃຫ້ຄືບໜ້າ ຢ່າງວ່ອງໄວ ແລະ ຮວມທັງ ໂຄງການ ທາງລົດໄຟ ລາວ-ຈີນ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.