ລາວ ຈະຮ່າງກົດໝາຍ ທີ່ດິນ ສະບັບໃໝ່

ສົມເນ
2017.09.18
f-land ພື້ນທີ່ດິນ ທີ່ຊາວບ້ານ ຢູ່ເມືອງຫາດຊາຍຟອງ ເຄີຍໃຊ້ປູກຝັງ ລ້ຽງຄອບຄົວ ທີ່ຖືກຍຶດໄປ
RFA/TP

ລາວ ມີແຜນຈະຮ່າງກົດໝາຍ ທີ່ດິນສະບັບໃໝ່ ໃນປີໜ້ານີ້້ ຍ້ອນວ່າຜ່ານມາ ເກີດມີຂໍ້ຂັດແຍ້ງ ໃນເລື້ອງທີ່ດິນ ເພື່ອການຜລິດ ລະຫ່ວາງ ປະຊາຊົນ ອໍານາດ ການປົກຄອງ ທ້ອງຖິ່ນ ແລະບໍຣິສັດລົງທຶນ ພາຍໃນ ແລະຕ່າງປະເທດ ທີ່ຣັຖບານ ໃຫ້ສັມປະທານ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ທີ່ກ່າວ ໃນວັນທີ 18 ກັນຍາ ນີ້ວ່າ:

"ປີໜ້ານີ້ກົດໝາຍທີ່ດິນ ຂອງເຮົາຈະມີການຫ່າງກົດໝາຍ ຂຶ້ນມາໃໝ່ ກົດໝາຍທີ່ດິນນີ້ ປະຊາຊົນເອງ ບໍ່ຄ່ອຍພໍໃຈເທົ່າໃດຈົນວ່າ ທ່ານ ທອງລຸນ ກັບ ທ່ານປະທານ ປະເທດ ໄດ້ເຂົ້າມາເບິ່ງ ປະເດັນນີ້ ໂດຍສະເພາະເລີຽ, ໂດຍສະເພາະ ເຣື້ອງການ ສັມປະທານ ຫັ້ນນ່າ ແລ້ວກໍການສັມປະທານ ເຮັດໂຄງການ ຂນາດໃຫ່ຽ ທາງບໍຣິສັດ ກັບທາງເມືອງ ຫລືທາງ ແຂວງຈະຕ້ອງມີ ທາງອອກ ໃຫ້ປະຊາຊົນ ຖ້າຫາກວ່າ ບໍຣິສັດ ມາສັມປະທານ ແລ້ວຫັ້ນນາ່".

ກົດໝາຍທີ່ດິນ ທີ່ຈະຫ່າງຂຶ້ນໃໝ່ນີ້ ຄາດວ່າຈະປັບປຸງ ມາຕຣາກ່ຽວກັບ ຄ່າຊົດເຊີຽ ທີ່ດິນຂອງປະຊາຊົນ ທີ່ຖືກໂຄງການ ສັມປະທານ ຂອງຕ່າງປະເທດ ກວມເອົາ ເຊັ່ນວ່າ ຄວນໃຫ້ ຄ່າຊົດເຊີຽ ເປັນກ້ອນເງິນບໍ ຫລືຈະຫາພື້ນທີ່ ຜລິດໃຫ້ໃໝ່.

ເຈົ້າໜ້າທີ່ກະຊວງອຸດສະຫະກັມ ແລະການຄ້າ ທ່ານນຶ່ງ ອະທິບາຍ ໃຫ້ຟັງວ່າ ກົດໝາຍທີ່ດິນ ສະບັບປັດຈຸບັນນີ້ ໂດຍລວມແລ້ວ ທີ່ດິນ ເປັນ ຊັພສົມບັດຂອງຣັຖ. ຣັຖສາມາດ ເອົາຄືນໄດ້ ໃນເວລາຕ້ອງການ ເຖິງແມ່ນວ່າ ປະຊາຊົນ ຈະມີໃບຕາດິນ, ຫລື ມີແຕ່ໃບນໍາໃຊ້, ຫລືວ່າ ບໍ່ມີເລີຽກໍດີ:

"ບໍ່ມີໃບຕາດິນ ເຮົາກໍບໍ່ມີສິດ ໃບຕາດິນນັ້ນເປັນໃບ ເຮົາເປັນເຈົ້າຂອງດິນຕອນນີ້ ເຮົາສາມາດເຮັດອີ່້ຫຍັງ ກັບມັນກໍໄດ້ ຖ້າເຮົາບໍ່ມີເນາະ ແມ່ນແຕ່ ເປັນໃບນໍາໃຊ້. ຖ້າເປັນໃບນໍາໃຊ້ ຣັຖສາມາດຈະເອົາຄືນໄດ້ ທຸກເມື່ອ ໃນເວລາທີ່ຣັຖຕ້ອງການ ດິນທີ່ເຮົາໃຊ້ຢູ່ ຫັ້ນນະ ເຈົ້າ ບໍ່ແມ່ນເຈົ້າຂອງ ພຽງແຕ່ມີສິດ ໄປນໍາໃຊ້ມັນຊື່ໆ".

ເຈົ້າໜ້າທີ່ກ່ຽວຂ້ອງ ອະທິບາຍວ່າປັດຈຸບັນ ພາກຣັຖຕ້ອງການ ໃຫ້ປະຊາຊົນ ເຮັດໃບນໍາໃຊ້ທີ່ດິນ ເພື່ອວ່າຈະໄດ້ຮັບຄ່າຊົດເຊີຽ ຕາມກົດ ໝາຍທີ່ຈະຫ່າງອອກມາໃໝ່:

"ຖ້າວ່າເປັນພື້ນທີ່ ປະຊາຊົນທໍາມາຫາກິນຫັ່ນນະ ປັດຈຸບັນນີ້ ເຮົາເລັ່ງຢາກໃຫ້ ປະຊາຊົນຢ່າງນ້ອຍ ຕ້ອງມີໃບ ບໍ່ແມ່ນໃບຕາດິນກໍຢ່າ ແຕ່ວ່າເປັນໃບ ໃບນໍາໃຊ້ ທີ່ດິນເນີ ມັນບໍ່ ຈໍາເປັນຈະຕ້ອງເປັນ ໃບຕາດິນ ເຂົາເຈົ້າ ກໍສາມາດຮັບ ຄ່າຊົດເຊີຽ ໄດ້ຄືກັນ".

ປັດຈຸບັນ ຍັງມີຫຼາຍທີ່ດິນ ທີ່ມີໃບນໍາໃຊ້ ແຕ່ບໍ່ໄດ້ຮັບ ຄ່າຊົດເຊີຽ, ຕົວຢ່າງ ທີ່ດິນຂອງຄອບຄົວຊາວນາ ທີ່ຖືກເຈົ້າໜ້າທີ່ທ້ອງຖິ່ນ ແລະ ທະຫານຢຶດເອົາໄປ 16 ໄຣ່ ຢູ່ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ຍັງບໍ່ໄດ້ຮັບ ການແກ້ໄຂ ເທົ່າປານນີ້.

ແລະ ໃນກໍຣະນີຊາວບ້ານ ເກືອບ 200 ຄອບຄົວ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ບໍ່ມີດິນ ທໍາການຜລິດ ຫລັງຈາກ ຣັຖເອົາດິນໃຫ້ ສັມປະທານ ແກ່ບໍຣິສັດຈີນ ແລະວຽດນາມ ເພື່ອ ປູກຢາງພາຣາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.