ກົດໝາຍເທັກໂນໂລຈີ ຂ່າວສານ

ສິດນີ
2015.09.14
F-Internet ສື່ສັງຄົມອອນລາຍ ມີເພື່ອຮຽນຮູ້ ຂ່າວຄາວ ທີ່ເກີດຂຶ້ນ ໄດ້ໄວທັນໃຈ
Citizen Journalist

ທ່ານ ຫ້ຽມ ພົມມະຈັນ ຣັຖມົນຕຣີ ກະຊວງ ໄປສະນີ ແລະ ໂທຣະຄົມ ມະນາຄົມ ສປປລາວ ກ່າວວ່າ, ທາງການ ລາວ ໄດ້ ເລີ້ມ ບົດບາດ ນະໂຍບາຍ ການ ຄວບຄຸມ ແລະ ສິ້ງຊອມ ການ ພັທນາ ການ ໃຊ້ ເຄືອຂ່າຍ ອິນເຕີເນັດ. ໃນ ປີ 2011 ຣັຖບານ ລາວ ກໍໄດ້ຜ່ານ ກົດໝາຍ ການໃຊ້ ອິນເຕີເນັດ ແລະ ກຳລັງ ຮ່າງ ກົດໝາຍ ວ່າດ້ວຍ ເທັກໂນໂລຈີ ການ ສື່ສານ ຂໍ້ມູນ ຂ່າວສານ ຢູ່.

ກະຊວງ ໂທຣະຄົມ ມະນາຄົມ ຈະ ໃຊ້ໂຄງການ ດາວທຽມ ໃນ ການສື່ສານ, ໂດຍ ໄດ້ຮັບການ ຄວາມຮ່ວມມື ຢ່າງ ໃກ້ຊິດ ຈາກ ຈີນ, ທ່ານ ວ່າ ດາວທຽມ ລາວ ໜ່ວຍ ທຳອິດ ຈະສົ່ງຂຶ້ນ ຊັ້ນ ບັນຍາກາດ ໃນ ທ້າຍເດືອນ ພຶສຈິກາ ປີ ນີ້ ຊຶ່ງ ເປັນ ຂອງຂວັນ ພິເສດ ຈາກ ຈີນ ໃນວັນ ຄອບຮອບ 40 ປີ ຂອງ ການສ້າງຕັ້ງ ສປປລາວ ໃນວັນທີ 2 ທັນວາ ປີ ນີ້.

ຣັຖມົນຕຣີ ກະຊວງ ໄປສະນີ ແລະ ໂທຣະຄົມ ມະນາຄົມ ສປປລາວ ຍັງກ່າວ ອີກວ່າ ການ ເປີດກວ້າງ ທາງດ້ານ ເຄືອຂ່າຍ ອິນເຕີເນັດ ແລະ ເທັກໂນໂລຈີ ຂ່າວສານ, ເຮັດໃຫ້ ສປປລາວ ຫັນປ່ຽນ ຈາກ ປະເທດ ທີ່ ຖຶກປິດ ມາເປັນ ປະເທດ ເປີດກວ້າງ, ໂດຍ ສະເພາະ ເຄືອຂ່າຍ ອິນເຕີເນັດ, ສາມາດ ສ້າງຄວາມ ເຕີບໂຕ ທາງ ດ້ານ ເສຖກິດ ໃຫ້ ແກ່ຫຼາຍ ປະເທດ ທີ່ ຮ່ວມດ້ວຍ ສປປລາວ ປະເທດ ຂອງທ່ານ, ແລະວ່າ ຣັຖບານ ລາວ ໃຊ້ ເຄືອຂ່າຍ ອິນເຕີເນັດ ໃນການ ປະຕິບັດ ວຽກງານ ຂອງ ຣັດ ຢ່າງມີ ປະສິດທິຜົລ ແລະໄດ້ ຜົລປະໂຫຍດ ຢ່າງ ມະຫາສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.