ກໍາພູຊາຮຽກຮ້ອງໃຫ້ ລາວ ປ່ອຍ ທະຫານ

ຈໍາປາທອງ
2017.03.06
f-border ເຂດຊາຍແດນ ລາວ-ກໍາພູຊາ
RFA

ທາງການ ກໍາພູຊາ ຮຽກຮ້ອງໃຫ້ ສປປລາວ ປ່ອຍທະຫານ ປະກອບອາວຸດ ຂອງຕົນ ທີ່ຖືກຈັບ ຄຸມຂັງ ຢູ່ໃນ ປະເທສລາວ. ຕາມຣາຍງານ ຂອງ ໜັງສືພິມ Kmer Times ວັນທີ 3 ມິນາ.

ທະຫານລາວ ແລະກໍາພູຊາ ຂັດແຍ່ງ ເຣື້ອງຊາຍແດນ ເມື່ອອາທິດກ່ອນ ທະຫານ ກໍາພູຊາ ສ້າງທາງ ໃກ້ຊາຍແດນລາວ ແລ້ວ ທະຫານ ກໍາພູຊາ ຄົນນຶ່ງໄດ້ລ່ວງລໍ້າ ເຂົ້າໄປໃນດິນລາວ ແລ້ວຖືກ ທາງການລາວຈັບໄວ້. ທ່ານ Men Kong ໂຄສົກ ຫ້ອງການ ແຂວງຊຽງແຕງ ຂອງ ກໍາພູຊາ ເວົ້າວ່າ ພາຍຫລັງໄດ້ມີ ກອງປະຊຸມ ສອງຝ່າຍ ເມື່ອວັນຈັນ ກໍາພູຊາ ໄດ້ຮຽກຮ້ອງ ໃຫ້ ສປປລາວ ຖອນທະຫານ ຂອງຕົນ ອອກຈາກດິນແດນ ກໍາພູຊາ ແລະ ໃຫ້ມີການ ກໍ່ສ້າງ ຖນົນນັ້ນ ຕໍ່ໄປ.

ທ່ານເວົ້າຕື່ມອີກວ່າ ທາງການ ສປປລາວ ຂໍໃຫ້ກໍາພູຊາ ງົດການສ້າງຖນົນ ນັ້ນໄວ້ຊົ່ວຄາວ ແລະ ຈະຂໍຄໍາເຫັນ ຈາກຣັຖບາລ ຂອງຕົນ ກ່ອນ. ທ່ານເວົ້າວ່າ ກໍາພູຊາ ຍັງຢືນຢັນວ່າ ການກໍ່ສ້າງຖນົນ ສາຍນັ້ນ ແມ່ນຢູ່ໃນ ດິນແດນ ກໍາພູຊາ ແລະວ່າ “ທະຫານ ກໍ່ສ້າງ ຂອງ ພວກເຮົາ ບໍ່ໄດ້ລ່ວງລໍ້າ ເຂົ້າໄປໃນດິນ ລາວ”.

ທ່ານ Men Kong ເວົ້າອີກວ່າ ພວກທະຫານລາວ ໄດ້ກັບຄືນເຂົ້າໄປ ໃນດິນແດນລາວ ແລ້ວ ແຕ່ໄດ້ຂ້າມ ຊາຍແດນ ກໍາພູຊາ ເຂົ້າມາ ບໍ່ດົນ ເພື່ອກວດກາ ເບິ່ງການ ສ້າງຖນົນນັ້ນ. ທ່ານເວົ້າວ່າ ທະຫານ ກໍາພູຊາ ຖືກທາງການ ສປປລາວ ຈັບ ກ່ອນຈະເກີດ ຂໍ້ຂັດແຍ່ງກັນ ໃນຂນະທີ່ ທະຫານ ກໍາພູຊາ ຍ່າງໄປກວດກາ ສະຖານທີ່ ທີ່ຈະຖາງປ່າໄມ້ ເພື່ອ ກໍ່ສ້າງຖນົນ ສາຍດັ່ງກ່າວ ແລະໄດ້ຂ້າມໄປ ໃນແດນລາວ ແລະ ທາງຝ່າຍ ສປປລາວ ກໍຕົກລົງ ຮັບເອົາ ຄໍາຮຽກຮ້ອງ ຂໍໃຫ້ປ່ອຍຕົວ ນັ້ນ ໄປໃຫ້ທາງ ການແຂວງ ພິຈາຣະນາ.

ເມື່ອອາທິດທີ່ແລ້ວ ເຈົ້າໜ້າທີ່ ທ້ອງຖິ່ນ ແຂວງຈໍາປາສັກ ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າທ່ານບໍ່ຮູ້ ແລະ ກໍບໍ່ໄດ້ຍິນ ກ່ຽວກັບ ຂໍ້ຂັດແຍ່ງ ຊາຍແດນ ທີ່ວ່ານັ້ນເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.