ສາກົນຂໍຮູ້ຂໍ້ມູນຄົນງານ ລາວ

ສິດນີ
2017.03.06
F-workers ທ້າວ ສຸການ ໃຈທັດ ນາງ ຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຍັງຢູ່ໃນຄຸກຄຸມຂັງ ແລະ ຈະຖືກດໍາເນີນ ຄະດີການເມືອງ
citizen Journalist

ທ່ານ Phil Robertson ເຈົ້າຫນ້າທີ່ ຫ້ອງການ ສິດທິມະນຸດ ຫລື Human rights Watch ປະຈຳຂົງເຂດ ໄດ້ຮຽກຮ້ອງ ໃຫ້ທາງການ ລາວ ເປີດເຜີຍ ກ່ຽວກັບ ຊະຕາກັມ ຂອງ ຄົນງານລາວ 3 ຄົນ ທີ່ຖືກກັກຂັງ ໃນລາວ ໃຫ້ຄອບຄົວ ເຂົາຮູ້ນໍາ. ທ່ານເວົ້າວ່າ ທາງການລາວ ຕ້ອງເປີດເຜີຍໃຫ້ ປະຊາຊົນ ແລະຄອບຄົວ ຂອງພວກຂະເຈົ້າ ຮູ້ນໍາທີ່ວ່າ ມີຫຍັງເກີດຂຶ້ນ ກັບຄົນງານ 3 ຄົນ ໃນປັດຈຸບັນ ແທນທີ່ຈະມິດ ງຽບໄປເລີຍ.

ທ່ານວ່າ ບໍ່ມີໂອກາດເລີຍ ທີ່ກຸ່ມດັ່ງກ່າວ ຈະຖືກຕັດສິນ ແບບຍຸຕິທັມ ໃນລາວ ຍ້ອນວ່າ ສານລາວ ປະຕິບັດຕາມ ພັກ-ຣັຖ ແລະ ໃນຂນະທີ່ ທາງການລາວ ບອກວ່າ ຂະເຈົ້າຖືກຂັງ ຢູ່ຄຸກໂພນຕ້ອງ ໃນນະຄອນຫຼວງ ວຽງຈັນ ແຕ່ຍາກທີ່ ຈະຮູ້ໄດ້ວ່າ ສະພາບການ ໃນທີ່ກັກຂັງນັ້ນ ຈະເປັນຢ່າງໃດ.

ແຕ່ສິ່ງທີ່ຈະແຈ້ງ ກໍແມ່ນວ່າ ທາງການລາວ ມີຄວາມຕັ້ງໃຈ ຈະປະຕິບັດ ຕໍ່ພວກຂະເຈົ້າ ຢ່າງໂຫດຫ້ຽມ ເພື່ອໃຫ້ເປັນ ບົດຮຽນ ໃຫ້ ຄົນງານລາວ ຜູ້ທີ່ໄປ ເຮັດວຽກ ຢູ່ຕ່າງປະເທດ ບໍ່ໃຫ້ເອົາ ແບບຢ່າງ ຕໍ່ຕ້ານ ຣັຖບານລາວ.

ຄວາມຫວັງນຶ່ງດຽວ ທີ່ກຸ່ມແຮງງານລາວ ສາມຄົນນີ້ ມີຢູ່ໃນ ປັດຈຸບັນ ກໍແມ່ນວ່າຖ້າ ສະຫະປະຊາຊາດ ແລະ ອົງການ ຊ່ອຍເຫລືອ ຈາກ ຕ່າງປະເທດ ເອົາບັນຫາ ດັ່ງກ່າວ ເຊື່ອມໂຍງກັບການ ຊ່ອຍເຫລືອ ແລະ ຮຽກຮ້ອງໃຫ້ ຣັຖບານລາວ ປ່ອຍຕົວພວກຂະເຈົ້າ. ທາງການ ລາວ ບໍ່ສົນໃຈ ໃນການຖືກ ກ່າວຫາວ່າ ຝ່າຝຶນ ສິດມະນຸດ ໃນແຕ່ລະມື້ ຕາບໃດທີ່ ພວກຂະເຈົ້າ ຍັງສາມາດມີ ອຳນາດ ຢູ່ຕໍ່ໄປ.

ໃນຂນະດຽວກັນ ເອເຊັຽເສຣີ ກໍໄດ້ ໂທຣະສັບ ໄປຖາມ ເຈົ້າຫນ້າທີ່ ກ່ຽວຂ້ອງ ແຕ່ບໍ່ມີ ຄຳຕອບ ກ່ຽວກັບ ເຣື້ອງນີ້. ເມື່ອບໍ່ດົນຜ່ານມາ ພໍ່ຂອງຄົນງານ ສາມຄົນ ໄດ້ຕິດຕໍ່ກັບ ເຈົ້າຫນ້າທີ່ກ່ຽວຂ້ອງ ຊື່ງເວົ້າວ່າໃຫ້ລໍຖ້າ ເປັນຄະດີການເມືອງ ແລ້ວແຕ່ຂັ້ນເທິງ ຈະພິຈາຣະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.