ກອງປະຊຸມພາຄີ ລາວ-ສະຫະຣັດ

ສິດນີ
2016.07.27
F-Kerry ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ໃນກອງປະຊຸມ ຖແລງຂ່າວ ທີ່ ນະຄອນຫຼວງວຽງຈັນ
Courtesy of support prime minister Thongloun Sisoulith

ໃນ ກອງປະຊຸມ ປະເທດພາຄີ ຣະຫວ່າງ ລາວກັບສະຫະຣັດ ຣັຖມົນຕຣີ ການຕ່າງປະເທດ ລາວ ທ່ານ ສະເຫລີມໄຊ ກົມມະສີດ ແລະ ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ກໍໄດ້ ໂອ້ລົມກັນ ໃນຫຼາຍ ບັນຫາ ເປັນຕົ້ນ ການຮ່ວມມື ທາງດ້ານ ການ ສຶກສາ ສາທາຣະນະສຸກ ການພັທນາ ໂຄງຮ່າງ ພື້ນຖານ ສະພາບ ການປ່ຽນແປງ ຂອງ ດິນຟ້າ ອາກາດ ແລະ ພລັງງານ ທີ່ ຍັ້ງຍືນ.

ນອກຈາກນັ້ນ ທັງສອງຝ່າຍ ຍັງໄດ້ ໂອ້ລົມກັນ ກ່ຽວກັບ ການຢ້ຽມຢາມ ສປປລາວ ຄັ້ງ ປະຫວັດສາດ ຂອງ ປະທານາທິບໍດີ ສະຫະຣັດ ທ່ານ ບາລັກ ໂອບາມາ ພາຍໃນ 6 ອາທິດ ຂ້າງຫນ້ານີ້ ທັງສອງ ມີວຽກງານ ທີ່ຈະເຮັດ ກ່ອນໜ້າ ການຢ້ຽມຢາມ ຂອງ ທ່ານ ບາລັກ ໂອບາມາ ແລະ ທັງສອງຫວັງວ່າ ການຢ້ຽມຢາມ ສປປລາວ ໃນຄັ້ງນີ້ ຈະເກີດໝາກຜົລ ໃຫ້ແກ່ ທັງສອງ ປະເທດ.

ໃນກອງປະຊຸມ ຖແລງຂ່າວ ຫລັງຈາກ ການພົບປະກັນ ນັກຂ່າວລາວ ຜູ້ນຶ່ງໄດ້ຖາມ ທ່ານ ຈອນ ແຄຣີ ວ່າ: ປະເທດລາວ ໃນເວລານີ້ ມີການ ເຕີບໂຕ ທາງດ້ານ ເສຖກິດ ເຂັ້ມແຂງ ແລະ ມີ ສະພາບ ຄວາມຫມັ້ນຄົງ ທີ່ດີ ທ່ານ ຄິດວ່າ ສະຫະຣັດ ສາມາດ ຮຽນຮູ້ ຈາກ ປະສົພການ ຂອງລາວ ໄດ້ບໍ.

ທ່ານ ຈອນ ແຄຣີ ຕອບວ່າ ກ່ຽວກັບ ການຮຽນຮູ້ ຣະຫວ່າງກັນ ທ່ານ ຄິດວ່າ ຫຼາຍປະເທດ ໃນໂລກ ສາມາດ ຮຽນຮູ້ ຈາກກັນແລະກັນ ໄດ້ ທຸກເວລາ ແຕ່ ສີ່ງສຳຄັນ ກໍແມ່ນວ່າ ພວກເຮົາ ຕ້ອງເຮັດວຽກ ຮ່ວມກັນ ເພື່ອ ຫາຊ່ອງທາງ ການຮ່ວມມື ໃນບັນຫາ ຕ່າງໆ ທ່ານວ່າ ສຳລັບ ສປປລາວ ແລ້ວ ສະຫະຣັຖ ພຍາຍາມຈະຊ່ອຍ ລາວ ໃນສິ່ງທີ່ ລາວ ຕ້ອງການ ບໍ່ແມ່ນ ສິ່ງທີ່ ສະຫະຣັດ ຄິດ ແລະ ຕ້ອງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.