ຕໍາຣວດນໍາລ້າມືສັງຫານ ໂຫດ

ສິດນີ
2017.10.10
f-businessman ໃນວັນທີ 7 ຕຸລາ ຜ່ານມາ ທ້າວຊູ(ຜູ້ໃສ່ແວ່ນຕາ) ອາຍຸ 70 ປີ ນັກທຸຣະກິດລາວ ເຊື້ອຊາດໃຕ້ຫວັນ ຖືກຄົນຮ້າຍ ຍິງຈົນເສັຽຊີວິດ ຢູ່ຫນ້າຫ້າງ ສຸນການຄ້າສີໄຄ ພລາຊາ ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
Courtesy of Tholakhong

ໃນວັນທີ 7 ຕຸລາ ຜ່ານມາ ທ້າວຊູ ອາຍຸ 70 ປີ ນັກທຸຣະກິຈລາວ ເຊື້ອຊາດໃຕ້ຫວັນ ຖືກຄົນຮ້າຍບໍ່ຮູ້ຈຳນວນ ໃຊ້ປືນຍິງ ຈົນເສັຽຊີວິດຢູ່ ຕໍ່ຫນ້າຫ້າງ ສຸນການຄ້າສີໄຄ ພລາຊາ ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຊຶ່ງໃນປັດຈຸບັນ ເຈົ້າຫນ້າທີ່ ຕຳຣວດ ກຳລັງໄລ່ລ່າຕາມຫາ ຄົນຮ້າຍຢູ່. ທາງການຕຳຣວດ ສັນນິຖານວ່າ ເຫດການ ຄາຕກັມຄັ້ງນີ້ ອາດເກີດຈາກ ມີຂໍ້ຂັດແຍ່ງ ທາງທຸຣະກິດ. ດັ່ງເຈົ້າຫນ້າທີ່ ກະຊວງປ້ອງກັນ ຄວາມສງົບທ່ານນຶ່ງ ກ່າວໃນມື້ວັນທີ 9 ຕຸລາ ນີ້ວ່າ:

"ເປັນທຸຣະກິດໃຫຍ່ຢູ່ ຍັງບໍ່ທັນຈັບໄດ້ຄົນຮ້າຍ ຍັງບໍ່ທັນຮູ້ເທື່ອ ບໍ່ທັນຮູ້ຈັກວ່າ ສາເຫດແມ່ນອິຫຍັງ ຕາມທີ່ຕີຣາຄາ ມັນກໍແມ່ນຂັດແຍ່ງ ທາງດ້ານ ທຸຣະກິດ".

ທ່ານກ່າວຕື່ມວ່າ ຜູ້ທີ່ເສັຽຊີວິດ ເປັນນັກທຸຣະກິດ ຊື່ດັ່ງໃນລາວ ມີຕຳແຫນ່ງເປັນ ປະທານກຸ່ມບໍຣິສັດ ເອຊຽນ-ວຽງຈັນກຣຸບ. ຜູ້ກ໋ຽວໄດ້ເຂົ້າ ມາເຮັດ ທຸຣະກິດໃນລາວ ເປັນເວລາ 50 ປີແລ້ວ ໄດ້ເຮັດ ທຸຣະກິດ ຫລາຍຢ່າງ ຮ່ວມດ້ວຍການສ້າງ ສູນການຄ້າສີໄຄ ພລາຊາ, ຊຶ່ງມີ ກຳນົດ ຈະເປີດໃຊ້ ຢ່າງເປັນທາງການ ໃນທ້າຍປີນີ້ ແຕ່ມາເສັຽຊີວິດ ກ່ອນ.

ທ່ານວ່າເຈົ້າຫນ້າທີ່ ຫນ່ວຍສະເພາະກິດ ໄດ້ລົງໄປເກັບຂໍ້ມູນຫລັກຖານ ໃນບ່ອນທີ່ເກີດເຫດແລ້ວ ພ້ອມທັງເບີ່ງຮູບພາບ ຈາກກ້ອງວົງຈອນ ປິດ ແລະ ສອບຖາມ ຜູ້ໃກ້ຊິດວ່າ ຜູ້ຕາຍມີຄວາມຂັດແຍ່ງ ກັບໃຜແດ່. ຫລັງຈາກລົງຮູບພາບ ໃນສື່ສັງຄົມອອນລາຍ ຊາວລາວຫລາຍຄົນ ກໍມີຄວາມເປັນຫ່ວງ ແລະຮຽກຮ້ອງ ໃຫ້ເຈົ້າຫນ້າທີ່ ຕຳຣວດ ຕາມຈັບບຸກຄົນ ດັ່ງກ່າວ ມາລົງໂທດໃຫ້ໄດ້.

ຄວາມຄືບໜ້າຂອງການສືບສວນ ທີ່ ນະຄອນຫຼວງວຽງຈັນ:

ເຈົ້າໜ້າທີ ອັບເດດການຕິດຕາມ ມືປືນຂ້ານັກທຸຣະກິດ ຈີນເສັຽຊີວິດຄາທີ ໜ້າຫ້າງສີໃຄ ພລາຊາ ໃນວັນເສົາທີ 7 ຕຸລາ 2017 ໃຫ້ຮູ້ ວ່າ ພາຍຫຼັງການກວດສອບ ເບາະແສ ແລະຕິດຕາມລົດຈັກ ທີ່ຕ້ອງສົງໄສ ທາງເຈົ້າໜ້າທີ່ ໄດ້ຮັບແຈ້ງຈາກ ປະຊາຊົນ ໃນວັນອາທິດ ທີ 8 ຕຸລາ 2017 ວ່າມີຣົດຈັກ ຖືກຖິ້ມໄວ້ ກອງແຮ່ຊາຍ ໃກ້ກັບໂຮງແຮມ ແມ່ຂອງບິສ,​ ທາງໄປເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງບໍ່ໄກ ຈາກຫ້າງສີໃຄ ພລາຊາ ປານໃດ ແລະຣົດຈັກ ຖືກຖິ້ມປະໄວ້ ໃກ້ກັບໂຮງໂມ້ ຂອງຣົດໂມ້ປູນ ແລະ ໃກ້ຖັດໄປ ກໍພົບເຫັນ ໝວກກັນນ໋ອກ.

ເຈົ້າໜ້າທີ່ ບອກໃຫ້ຮູ້ວ່າ ຖ້າຄົນຮ້າຍຂ້າມຂອງໄປ ກໍ່ຈະເຮັດໃຫ້ການຕິດຕາມ ຍາກຂຶ້ນຕື່ມ,​ ຊຶ່ງຈະຕ້ອງໄດ້ ປະສານງານ ໄປຫາ ເຈົ້າໜ້າທີໄທ ຂັ້ນຕໍ່ໄປ. ແຕ່ກໍ່ຍັງບໍ່ທັນ ຢືນຢັນວ່າ ການທີ່ມືປືນ ເອົາລົດມາຖິ້ມ ໃກ້ເຂດນໍ້າຂອງ ແລະໄດ້ຂ້າມຂອງ ໄປແລ້ວຫຼືບໍ່.
ຂໍ້ມູນຈາກ ໂທລະໂຄ່ງ THOLAKHONG

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.