ລາວ-ວຽດນາມ ສລອງສັນຍາ ມິຕພາບ

ໄມຊູລີ
2017.07.18
f-laos-vietnam ເອກອັຄຣັຖທູດ ສສວຽດນາມ ປະຈໍາລາວ ທ່ານ Nguyen Manh Hung ກ່າວໃນວັນສລອງຄົບຮອບ 40 ປີ ຂອງການເຊັນສົນທິສັນຍາ ມິຕພາບ ລາວ-ວຽດນາມ
Screen captured LNTV

ສປປລາວ ແລະ ສສວຽດນາມ ສລອງວັນຄົບຮອບ 40 ປີ ໃນການເຊັນ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງກັນ ໃນວັນທີ 18 ກໍຣະກະດາ 2017 ນີ້ທີ່ ນະຄອນຫລວງ ວຽງຈັນ ໂດຍມີ ເຈົ້າໜ້າທີ່ ຣະດັບສູງ ທັງ 2 ປະເທດ ເຂົ້າຮ່ວມພິທີ ດັ່ງກ່າວ.

ໃນຂນະດຽວກັນ ແຂວງຕ່າງໆ ທີ່ມີຊາຍແດນຕິດກັບ ວຽດນາມ ເປັນຕົ້ນ ແຂວງຊຽງຂວາງ ກໍຈະຈັດພິທີສລອງ ວັນຄົບຮອບ 40 ປີ ເຊັ່ນ ດຽວກັນ ໂດຍຈັດກິຈກັມ ການສະແດງຟ້ອນ, ຫຼິ້ນດົນຕຣີ ເປິດຕລາດນັດ ຊຶ່ງພາຍໃນງານ ກໍຈະມີເຈົ້າໜ້າທີ່ ຈາກ ແຂວງເງະອານ ຂອງ ວຽດນາມ ຫລາຍກວ່າ 100 ຄົນ ເດີນທາງມາຮ່ວມ. ດັ່ງເຈົ້າໜ້າທີ່ ຫ້ອງການ ປົກຄອງ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່່າ:

“ຈັດຢູ່ມື້ອື່ນ ມັນກໍມີຫລາຍ ກິຈກັມ ມັນມີເປັນ ປະເພດຕລາດນັດ ງານສະແດງ ສິລປະກັມຕ່າງໆ ປີນີ້ມາຫຼາຍ ແກນນໍາມາ 100 ກວ່າຄົນ ບັນດາແຂວງ ຂອງວຽດນາມ ມື້ນີ້ ເພິ່ນຮັບແຂກ ເຂົ້າມາແຕ່ບັນດາ ແຂວງຈາກ ປະເທດວຽດນາມ ມີພິທີໃຫຍ່ ແລ້ວມື້ຮື ເພີ່ນກໍສົ່ງແຂກ”.

ຜູ້ນໍາສປປລາວ ແລະສສວຽດນາມ ລົງນາມ ໃນສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຖານພິເສດ ແຕ່ປີ 1977 ເຮັດໃຫ້ 2 ປະເທດ ລາວແລະວຽດນາມ ມີຄວາມສັມພັນ ແລະການຮ່ວມມື ຣະຫວ່າງກັນ ມາຕລອດ. ເຈົ້າໜ້າທີ່ ທາງການລາວທ່ານນຶ່ງ ທີ່ເຮັດວຽກ ຢູ່ແຂວງ ສາຣະວັນ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

“ຣັຖບານພຸ້ນແລ້ວ ເປັນຜູ້ເຊັນສັນຍາ ໃນນາມປະຊາຊົນ ເຮົາກໍເຫັນດີເຫັນພ້ອມ ນໍາເພິ່ນຫັ້ນແຫຼະ ເຊັນສັນຍານີ້ ກະເຮັດໃຫ້ ປະເທດລາວ ມີຄວາມໝັ້ນຄົງເນາະ ມີຄວາມສງົບ ລະກໍ ຮ່ວມໄມ້ຮ່ວມມືກັນ ກໍຊິມີອັນດີ ຫລາຍຫັ້ນລະ”

ແຕ່ປະຊາຊົນລາວ ຈໍານວນນຶ່ງ ກໍບໍ່ເຫັນພ້ອມ ກັບສົນທິສັນຍາ ມິຕພາບແລະການຮ່ວມມື ຣະຫວ່າງກັນ ສະບັບນີ້ ເພາະຫຼາຍປີ ຜ່ານມາ ສປປລາວ ເປັນຝ່າຍເສັຍ ຜົນປະໂຫຍດ ໃຫ້ກັບວຽດນາມ ມາຕລອດ ບໍ່ຈໍາເປັນຕ້ອງ ຕໍ່ສັນຍາຕໍ່ກັນ ດັ່ງທ່ານ ຄູມາລາ ພົມມະວົງສາ ນັກຮຽນຮູ້ ປັນຍາຊົນລາວ ທ່ານນຶ່ງ ຢູ່ປະເທດຝຣັງ ກ່າວກ່ຽວກັບ ສົນທິສັນຍາ ສະບັບນີ້ວ່າ:

“ສົນທິສັນຍາປີ 1977 ຣະຫວ່າງ ລາວກັບວຽດນາມ ບົ່ງບອກໃຫ້ລາວເຮົາ ເສັຍບ້ານເສັຍເມືອງ ໃຫ້ແກ່ວຽດນາມ; ວຽດນາມ ກຶນກິນລາວ ເຮົາ ການປົກຄອງ ຂອງລາວເຮົາ ນັບແຕ່ຂັ້ນສູງ ລົງຮອດຂັ້ນຕໍ່າ ແມ່ນວຽດນາມ ກໍໝົດ ສະນັ້ນ ການເຊັນສັນຍາ ເທື່ອນີ້ ບໍ່ແມ່ນການ ເຊັນທີ່ດີສໍາລັບ ປະເທດຊາດລາວເຮົາ”.

ເຖິງຢ່າງໃດກໍດີ ແຂວງຕ່າງໆຢູ່ສປປລາວ ກໍຈະມີການສລອງ ວັນຄົບຮອບ ລາວ-ວຽດນາມ ເປັນຕົ້ນວ່າ ແຂວງອັດຕະປື ຈະມີການສລອງ ຢ່າງໃຫຍ່ໂຕ ມີກິຈກັມ ຫລາຍຢ່າງ ໃນເດືອນໜ້ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.