ປະຊຸມອາຊຽນ ຄວາມຮູ້ສຶກ ຊາວລາວ

ໄມຊູລີ
2016.07.26
F-Laos ພາຍໃນຫໍປະຊຸມອາຊຽນ ທີ່ ນະຄອນຫຼວງວຽງຈັນ
RFA

ຊາວລາວສ່ວນນຶ່ງ ດີໃຈ ທີ່ ສປປລາວ ເປັນເຈົ້າພາບ ກອງປະຊຸມ ຣັຖມົນຕຮີ ອາຊຽນ ແຕ່ ອີກສ່ວນນຶ່ງ ບໍ່ໄດ້ໃຫ້ ຄວາມສົນໃຈ. ດັ່ງຊາວລາວ ໃນ ນະຄອນຫຼວງ ວຽງຈັນ ນາງນຶ່ງ ໃຫ້ຄວາມເຫັນ ເປັນ ພາສາໄທ ກ່ຽວກັບ ລາວ ເປັນເຈົ້າພາບ ຄັ້ງນີ້ວ່າ:

“ນາງວ່າ ປະຊຸມ ອາຊຽນ ກໍດີໃຈ ນໍາ ທີ່ລາວ ເປັນເຈົ້າພາບ ບ້ານເມືອງ ກໍຈະຄ່ອຍໆ ຈະເຣີນຂຶ້ນ ຕັ້ງແຕ່ເປິດ ຕລາດອາຊຽນ ການຄ້າ ກໍດີຂຶ້ນຫຼາຍ ໄປແບບ ຣະດັບ ສາກົນ ຫຼາຍຂຶ້ນ ຄິດວ່າເຊັ່ນ ນັ້ນເນາ”.

ນາງກ່າວ ຕໍ່ໄປວ່າ ປະຊາຊົນ ຈະໄດ້ຮັບ ຂໍ້ມູນ ຂ່າວສານ ກ່ຽວກັບ ກອງປະຊຸມ ຄັ້ງນີ້ ທາງ ໂທຣະທັດ ແລະ ເຟສບຸກ ໂດຍສ່ວນໃຫຍ່ ຜູ້ທີ່ໃຫ້ ຄວາມສົນໃຈຫຼາຍ ຈະເປັນກຸ່ມ ພະນັກງານ ຣັຖກອນ ແລະ ກຸ່ມເຮັດວຽກ ເອກຊົນ ທີ່ ກ່ຽວຂ້ອງ. ສ່ວນຂ່າວທີ ທ່ານ ຈອນ ແຄຣີ ຣັຖມົນຕຣີ ຕ່າງປະເທດ ສະຫະຣັດ ອະເມຣິກາ ເດີນທາງມາ ຢ້ຽມຢາມລາວ ນັ້ນ ກໍຮູ້ສຶກ ຍິນດີຫຼາຍ ເພາະເຮັດໃຫ້ ຄວາມສັມພັນ ຣະຫວ່າງ ລາວ ກັບ ອະເມຣິກາ ສຶບຕໍ່ໄປ ໃນ ທາງທີ່ດີ.

ກ່ຽວກັບ ເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ ສອບຖາມ ໄປຍັງ ປະຊາຊົນ ທີ່ ຢູ່ແຂວງ ຊຽງຂວາງ ທ່ານນຶ່ງ ກ່ຽວກັບ ການຈັດ ກອງປະຊຸມ ໃນຄັ້ງນີ້ ນາງເວົ້າວ່າ, ຮອດ ບໍ່ຮູ້ວ່າ ມີ ກອງປະຊຸມ ເພາະບໍ່ໄດ້ ສົນໃຈ ຕິຕາມ ເຣື້ອງຂ່າວ ພໍປານໃດ ນາງວ່າ:

“ອັນເຣື້ອງ ຣັຖມົນຕຣີ ເພິ່ນ ປະຊຸມກັນນີ້ ເອື້ອຍ ບໍ່ຮູ້ຫຍັງ ເພາະ ເອື້ອຍ ບໍສົນໃຈ ເຣື້ອງ ກ່ຽວກັບບ້ານ ກັບເມືອງ ເອື້ອຍຈະບໍ່ ມັກຕິດຕາມ ບໍ່ເບິ່ງນະ ຂ່າວ ລາວ ບໍ່ສູ້ຕິດຕາມ”.

ປະຊາຊົນ ເມືອງແປກ ແຂວງຊຽງຂວາງ ອີກທ່ານນຶ່ງ ໃຫ້ຄວາມເຫັນ ກ່ຽວກັບ ກອງປະຊຸມອາຊຽນ ຄັ້ງນີ້ວ່າ ໄດ້ຍິນຈາກ ໂທຣະທັດ ເຂົາເວົ້າວ່າ ມີ ການປະຊຸມ ແຕ່ກໍບໍ່ຮູ້ ຣາຍຣະອຽດ ພໍປານໃດ ບໍ່ສົນໃຈ ຕິດຕາມຂ່າວ ເພາະ ສ່ວນຫຼາຍ ມັກເບີ່ງແຕ່ ລະຄອນ ຈາກ ຊ່ອງ Cable ເທົ່ານັ້ນ ກໍເລີຍ ບໍ່ຮູ້ເຣື້ອງ ກອງປະຊຸມ ທີ່ ເພິ່ນຈັດຂຶ້ນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.