ວຽດນາມຈະສ້າງສະພາ ຫຼັງໃຫມ່ ໃຫ້ລາວ

ສິດນີ
2017.06.13
f-nas ສະຖາບັນສູງສຸດສະພາແຫ່ງຊາຕ ສປປ ລາວ
Public Domain

ປະຊາຊົນຊາວລາວ ຕ້ອງການຄວາມໂປ່ງໃສ ພາຍຫຼັງທີ່ທາງການລາວ ປະກາດຢ່າງເປັນ ທາງການວ່າ ຈະມີການທຸບ ຫໍສະພາແຫ່ງຊາຕ ລາວ ຫຼັງເກົ່າ ແລະ ສ້າງຫຼັງໃໝ່ ຂຶ້ນແທນ ດ້ວຍທຶນ ຊ່ວຍເຫຼືອລ້າ ຂອງ ຣັຖບານ ແລະ ປະຊາຊົນ ວຽດນາມ ໃນມູລຄ່າ ປະມານ 800 ຕື້ກີບ ຫຼືເກືອບເທົ່າກັບ 100 ລ້ານໂດລາ ສະຫະຣັຖ ຊຶ່ງເປັນສິ່ງທີ່ ປະຊາຊົນ ສ່ວນໃຫ່ຍ ບໍ່ໄດ້ຮັບຮູ້ ມາກ່ອນ.

ກຸ່ມດັ່ງກ່າວຕັ້ງຂໍ້ສັງເກດວ່າ ທາງການລາວ ຈະໃຫ້ວຽດນາມ ສ້າງຫໍສະພາແຫ່ງຊາຕ ຫຼັງໃໝ່ ດ້ວຍທຶນຊ່ວຍເຫຼືອລ້າ ຂອງຣັຖບານວຽດນາມ ນີ້ອາຈມີແນວແອບແຝງ ຢູ່ເບື້ອງຫຼັງ ແລະ ເປັນສິ່ງທີ່ ຂາດການມີສ່ວນຮ່ວມ ຂອງ ປະຊາຊົນລາວ ໃນຖານະທີ່ ສະພາ ແຫ່ງຊາຕລາວ ຖື ເປັນສັນຍາລັກ ແຫ່ງສິທອຳນາດ ສູງສຸດ ຂອງປະຊາຊົນລາວ.

ຊາວລາວທ່ານນຶ່ງຈາກພາກໃຕ້ຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອທ້າຍສັປດາ ທີ່ຜ່ານມາວ່າ ທ່ານຢາກໃຫ້ ພາກສ່ວນ ສະພາແຫ່ງຊາຕ ເບິ່ງຄືນ ຕໍ່ແຜນການ ຈະກໍ່ສ້າງ ສະພາແຫ່ງຊາຕລາວ ຫຼັງໃໝ່ນີ້ ເພາະອາຈບໍ່ມີ ຄວາມໂປ່ງໃສ ເນື່ອງຈາກ ຂາດການມີສ່ວນຮ່ວມ ຂອງ ມະຫາຊົນ:

“ໃຫ້ນັກອອກແບບຢູ່ໃນ ປະເທສບ້ານເຮົາ ນີ້ເນາະ ອອກແບບມາ ແລ້ວຈັກຄົນຈັກຣາຍ ອອກມານີ້ເນາະ ສົມມຸດວ່າ ອອກແບບມາແລ້ວ ຕົ້ນທຶນ ມັນຖືກທໍ່ໃດ? ເນາະໃຫ້ເພິ່ນ ກະຈ່າງແຈ້ງ ໃນຈຸດນີ້. ເນາະສະພາກະສູງສຸດ ແລ້ວ ຂັ້ນນາຍົກ ກະຍັງວ່າ ຢູ່ນຳກັນເນາະ ຢາກໃຫ້ ເພິ່ນເບິ່ງຕື່ມ ຫັ້ນແຫຼະ ຄັນວ່າເພິ່ນຢາກໃຫ້ ປະຊາຊົນ ມີສ່ວນຮ່ວມນຳ. ໂຕນີ້ມັນກະ ເປັນການ ສໍ້ຣາສບັງຫຼວງແນວ ນຶ່ງອີກ, ສ້າງແນວໃດ ແນວນຶ່ງ ຂຶ້ນມາ ມັນຕ້ອງມີຣາຍໄດ້. ເຊັນອະນຸມັດ ໂຄງການໃດ ໂຄງການນຶ່ງ ຢາກບໍ່ຢາກ ມັນກະຕ້ອງ ມີຣາຍໄດ້, ໃຜລະໄດ້? ແມ່ນບໍ່?”.

ໃນຂນະດຽວກັນ ຊາວລາວອີກທ່ານນຶ່ງ ພັດໃຫ້ທັສນະ ໃນທາງສນັບສນູນວ່າແຜນການກໍ່ສ້າງ ຫໍສະພາແຫ່ງຊາຕ ຫຼັງໃໝ່ນັ້ນ ຖືເປັນເຣື້ອງ ທີ່ເໝາະສົມແລ້ວ:

“ລາວເຮົາຄັນເບິ່ງຢ່າງນຶ່ງ ກະດ້ອຍພັທນາຢູ່ຂາດເຂີນ ຄັນເຂົາຊ່ວຍເຫຼືອ ກະບໍ່ມີບັນຫາດອກ ຂຶ້ນກັບເຮົາເອງ. ເຮົາກະມີ ການຊ່ວຍເຫຼືອ ຢູ່ແລ້ວ ວ່າຊັ້ນເທາະໄປ໋ ທົ່ວໆໄປ. ການຊ່ວຍເຫຼືອ ແບບຊີ້ກະບໍ່ເຫັນມີຫຍັງຕ່າງ. ລາວເຮົາໄດ້ຮັບການຊ່ວຍເຫຼືອ ຢູ່ແລ້ວຍັງດ້ອຍພັທນາຢູ່ ຄັນຮັບຕື່ມ ຄືຈັ່ງຊີ້ ຄືຊິບໍ່ມີ ບັນຫາດອກ ປະເທສ ຍັງທຸກຍາກ ງົບປະມານ ປານນັ້ນມັນບໍ່ແມ່ນ ໜ້ອຍໆ”.

ສຳລັບຊາວລາວທີ່ອາໃສຢູ່ໃນ ສະຫະຣັຖ ຊື່ ທ່ານ ອິນຊີທອງ, ຜູ້ເປັນໂຄສົກ ຂອງອົງການຟຣີລາວ ແຄັມເປນ ກໍໄດ້ໃຫ້ທັສນະ ຕໍ່ບັນຫານີ້ ໃນຖານະທີ່ ເປັນຄົນລາວຄົນນຶ່ງວ່າ ການທີ່ຣັຖບານວຽດນາມ ສາມາດກໍ່ສ້າງຫໍສະພາແຫ່ງຊາຕລາວ ຫຼັງໃໝ່ ໃນແຜ່ນດິນລາວຖືເປັນການ ປະກາດ ເຖິງຍຸກສມັຍ ທີ່ວຽດນາມເຮືອງ ອຳນາດໃນລາວ ຢ່າງເຕັມໂຕ ເພາະການສ້າງ ຫໍສະພາແຫ່ງຊາດ ອົງການ ນິຕິບັນຍັດ ຂອງ ປະເທສໃດນຶ່ງ ທີ່ເປັນສັນຍາລັກ ຂອງ ສິທອຳນາດ ສູງສຸດ ຂອງປະຊາຊົນ ຈະຕ້ອງແມ່ນ ເງິນຈາກພາສີ ປະຊາຊົນ ຂອງຊາຕ ນັ້ນສ້າງຂຶ້ນ:

“ໃນນາມເປັນຄົນລາວຜູ້ນຶ່ງເນາະ ໃນເມື່ອໄດ້ຍິນຂ່າວ ຈັ່ງຊີ້ຫັ້ນນ່າຂ້າພະເຈົ້າ ມີຄວາມວິຕົກຫຼາຍທີ່ສຸດ ກ່ຽວກັບອະນາຄົດ ຂອງຊາຕລາວ. ຄືການສ້າງສະພາແຫ່ງຊາຕ ຫຼັງໃໝ່ ທີ່ເພິ່ນວາງແຜນ ຂຶ້ນມານີ້ ເວົ້າງ່າຍໆວ່າມັນເປັນ ສັນຍາລັກຂອງການຢຶດ ຄອງອຳນາດ ຫຼືວ່າຢູ່ ພາຍໃຕ້ ອຳນາດ ການປົກຄອງ ຂອງພວກວຽດນາມ. ຂະເຈົ້າວາງແຜນ ມາໄວ້ແລ້ວ ເພື່ອຈະສະແດງ ໃຫ້ຄົນລາວ ໃນຍຸກໃໝ່ ລຸ້ນໃໝ່ ເກີດມາໃໝ່ນີ້ ວ່າຂະເຈົ້ານັ້ນ ມີອຳນາດ ຫຼືວ່າເຮືອງອຳນາດ ໃນສມັຍເຂົາມາ ປົກຄອງ ເມືອງລາວ ນີ້”.

ທາງການລາວໄດ້ຈັດມີພິທີຖແລງຂ່າວ ກ່ຽວກັບເຣື້ອງນີ້ວ່າ ສາເຫຕທີ່ຕ້ອງໃຫ້ ຣັຖບານແລະ ປະຊາຊົນວຽດນາມ ຊ່ອຍອອກທຶນ ສ້າງຫໍ ສະພາແຫ່ງຊາຕລາວ ຫຼັງໃໝ່ ແມ່ນຍ້ອນ ອາຄານຫຼັງເກົ່າ ຊຸດໂຊມ ລົງຫຼາຍ, ຖ້າຈະສ້ອມແປງ ກໍຄົງບໍ່ຄຸ້ມຄ່າເທົ່າກັບ ສ້າງອາຄານໃໝ່.

ເຖິງຢ່າງໃດກໍ່ຕາມ, ທາງການລາວ ກໍບໍ່ໄດ້ມີ ການເປີດເຜີຍ ເຖິງຄວາມໝາຍ ຂອງອາຄານ ຫຼືແມ່ນຜູ້ໃດ ທີ່ເປັນຜູ້ອອກແບບ ອາຄານ ຫຼັງໃໝ່ ຊຶ່ງມີກຳນົດ ຈະສ້າງແລ້ວໃນປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.