ມູລນິທິສູນພາສາອັງກິດ ເມືອງຄໍາ

ມະນີຈັນ
2017.10.12
f-xiengkhouang ແຂວງຊຽງຂວາງ ສປປລາວ
RFA

ມູນນິທິ ສູນພາສາອັງກິດ ຖືກສ້າງຕັ້ງຂຶ້ນທີ່ ບ້ານວຽງຄໍາ ເມືອງຄໍາ ແຂວງຊຽງຂວາງ ພາກເໜືອຂອງລາວ ເມື່ອປີ 2016 ໂດຍມີເປົ້າໝາຍ ຊ່ວຍເຫລືອເດັກນ້ອຍ  ໃຫ້ຮຽນຮູ້ ພາສາອັງກິດ, ອ່ານໄດ້, ຂຽນອອກ ແລະ ເຖິງຈະເວົ້າບໍ່ໄດ້ຫລາຍ ແຕ່ພວກເດັກນ້ອຍ ທີ່ຢູ່ໃນເຂດອ່າວ ນອກແດ່ນີ້ ກໍໄດ້ຮັບການສົ່ງເສີມ ຮຽນພາສາອັງກິດ ຕາມຄວາມສາມາດ ຂອງມູນນິທິນີ້. ມາຮອດ ປັດຈຸບັນ ທາງມູນນິທິ ກໍາລັງຣະດົມທຶນ ຈາກຫລາຍພາກສ່ວນ ຈາກອົງການຈັດຕັ້ງ ຕ່າງໆ ຮວມເຖິງ ສະຖານທູດ ປະເທດຕ່າງໆ ປະຈໍາລາວ ເປັນຕົ້ນ ສະຖານທູດ ຍີ່ປຸ່ນ ແລະ ເຢັຽຣະມັນ. ຕາມຄໍາເວົ້າຂອງ ທ່ານ ຄໍາ ຜູ້ກໍ່ຕັ້ງ ມູນນິທິ ສູນພາສາອັງກິດ ຕໍ່ RFA ໃນມື້ວັນທີ 8 ຕຸລາ 2017 ນີ້:

"ພວກເຮົາກໍພຍາຍາມ ຂຽນບົດວິພາກ ສົ່ງໄປ... ແຕ່ວ່າຍັງບໍ່... ສະເພາະອໍານາດ ການປົກຄອງ ໂດຍສະເພາະ... ".

ຈະວ່າໄປແລ້ວ ມູນນິທິ ສູນພາສາອັງກິດ ແຫ່ງນີ້ ຕາມຄໍາເວົ້າຂອງ ທ່ານ ຄໍາ ຜູ້ກໍ່ຕັ້ງ ແມ່ນພຍາຍາມເຮັດໃຫ້ເປັນ ສະຖານທີ່ຊ່ວຍເພີ່ມ ພູນຄວາມຮູ້ ຄວາມສາມາດ ທາງດ້ານພາສາອັງກິດ ໃຫ້ພວກ ເດັກນ້ອຍ ທີ່ຮຽນຢູ່ ໂຮງຮຽນປະຖົມ ແລະ ມັທຍົມຂອງຣັຖ. ພ້ອມດຽວກັນ ມູນນິທິນີ້ ກໍມີສ່ວນຊ່ວຍໃຫ້ ພວກເດັກນ້ອຍນັກຮຽນ ມີກິຈກັມເຮັດ, ຮຽນຮູ້ເຣື່ອງ ສິລປະ, ການຟ້ອນ, ຫລິ້ນກິລາ ນອກໂມງຮຽນ ອັນເປັນ ການປະກອບສ່ວນ ເຂົ້າໃນການຊ່ວຍໃຫ້ ພວກເຂົາເຈົ້າ ເຫີນຫ່າງຈາກສິ່ງທີ່ບໍ່ດີບໍ່ງາມ ຊຶ່ງເກີດມີໃນ ສັງຄົມປັດຈຸບັນ ອັນມີຮວມທັງເຣື່ອງ ຢາເສບຕິດ ນໍາດ້ວຍ.

ການສັມພາດ ທ່ານ ຄໍາ ຜູ້ກໍ່ຕັ້ງມູນນິທິ ສູນພາສາອັງກິດ ທີ່ບ້ານວຽງຄໍາ ເມືອງຄໍາ ແຂວງຊຽງຂວາງ ມີຂຶ້ນຜ່ານທາງໂທຣະສັບຈາກບ້ານ ວຽງຄໍາ ເມື່ອວັນທີ 8 ຕຸລາ 2017 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.