ຄໍາພິພາກສາຄະດີສໍ້ໂກງ ຂ.ຫົວພັນ

ມະນີຈັນ
2014.07.28
f-corruption ສານທີ່ແຂວງຫົວພັນ ຕັດສິນຈຳຄຸກພະນັກງານລັດ 10 ຄົນ ຖານສໍ້ໂກງ
Sedthakid.Lao

 

ສານ ແຂວງ ຫົວພັນ ຕັດສິນ ລົງໂທດ ເຈົ້າໜ້າທີ່ 9 ຄົນ ຮວມທັງ ແມ່ຍິງ 1 ຄົນ ໃຫ້ຈໍາຄຸກ ເປັນເວລາ ຫລາຍປີ ຍ້ອນ ຍັກຍອກ ງົບປະມານ ຣັຖ ເກືອບຮອດ 10 ພັນ ລ້ານກີບ ຈາກ ງົບປະມານ ເງິນຈ່າຍ ຊົ່ວໂມງ ສໍາລັບ ເບີກໃຫ້ ນາຍຄຣູ ແລະ ງົບປະມານ ສນັບສນູນ ຄຣູ ອາສາສມັກ ເຂດເມືອງ ຊໍາເໜືອ ເມືອງ ຫົວເມືອງ ແລະ ເຂດໃກ້ຄຽງ ອື່ນໆ.

ຂ່າວຂອງ ທາງການລາວ ຣາຍງານ ວ່າ ທັງ 9 ຄົນ ຊຶ່ງເປັນ ເຈົ້າໜ້າທີ່ ຜແນກ ການສຶກສາ ແລະ ການເງິນ ແຂວງຫົວພັນ ກ່ອນຖືກໄລ່ ອອກຍ້ອນ ຂໍ້ຫາ ຍັກຍອກ ເງິນຣັຖ. ໃນນັ້ນ ທ້າວ ສີລອນ ອຸມານີ ອາຍຸ 55 ປີ ຖືກຈໍາຄຸກ 18 ປີ ກັບ 1  ເດືອນ ປັບໃໝ ອີກ 11 ລ້ານ ກີບ. ທ້າວນິຍົມ ບຸນພະຈັນ ອາຍຸ 50 ປີ ຖືກຈໍາຄຸກ ຕລອດຊີວິດ ແລະ ປັບໃໝ ອີກ 24 ລ້ານ ກວ່າກີບ. ທ້າວ ບຸນທອນ 55 ປີ ຖືກ ຈໍາຄຸກ 10 ປີ ກັບ 1 ເດືອນ ປັບໃໝ ອີກເກືອບ 6 ລ້ານກີບ. ນາງ ມາລີສາ ອຸ່ນສັນບັນ 29 ປີ ຖືກຈໍາຄຸກ 8 ປີ ກັບ 1 ເດືອນ ແລະ ປັບໃໝອີກ 4 ລ້ານ ກວ່າກີບ. ທ້າວ ວັງທໍ 47 ປີ ຖືກຕັດສິນ ຈໍາຄຸກ 16 ປີ ກັບ 1 ເດືອນ ປັບໃໝອີກ 8 ລ້ານ ກວ່າ ກີບ. ທ້າວ ຄໍາພັດ 55 ປີ ຈໍາຄຸກ 6 ປີ ກັບ 1 ເດືອນ ແລະ ປັບໃໝອີກ 2 ລ້ານ ກີບ. ທ້າວ ສົມພອນ 54 ປີ ອະດີດ ຫົວໜ້າຝ່າຍ ການເງິນ ເມືອງ ຊໍາເໜືອ ຈໍາຄຸກ 12 ປີ ກັບ 1 ເດືອນ ແລະ ປັບໃໝ ອີກ 6 ລ້ານ ກວ່າກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.