ລາວທຸກຄົນມີສິດສມັກ ເລືອກຕັ້ງ

ສິດນີ
2016.01.11
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

ເຈົ້າຫນ້າທີ່ ສະພາ ແຫ່ງຊາດລາວ ເວົ້າວ່າ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະມາຊິກ ສະພາ ຂັ້ນແຂວງ ເທື່ອທຳອິດ ໃນ ວັນທີ 20 ມິນາ ປີ 2016 ນີ້ ຈະເປີດໃຫ້ ທຸກພາກສ່ວນ ບໍ່ຈຳເປັນ ຕ້ອງເປັນ ສະມາຊິກ ຂອງພັກ. ດັ່ງທ່ານ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 8 ມົກກະຣາ ນີ້ວ່າ:

"ມັນກໍຫຼາຍ ພາກສ່ວນ ເພິ່ນເປີດກວ້າງ ແລ້ວນະ ນັກ ທຸຣະກິດ ກໍໄດ້ ຫຍັງກໍໄດ້ ມີແຕ່ວ່າຄົບ ມາຕຖານ ກໍໄດ້ໂລດ ອາຍຸ 21 ປີ ຂື້ນໄປ ກະສາມາດ ບໍ່ໆ ບໍ່ຈຳເປັນ ປະຊາຊົນ ທົ່ວໄປ ສມັກໄດ້ ໂລດ".

ທ່ານວ່າ ການເລືອກຕັ້ງ ເທື່ອນີ້ຈະໃຊ້ ຫລັກເກນ ທີ່ເຄີຍໃຊ້ ຜ່ານມາ ໂດຍຈະໄລ່ ຈຳນວນ ສະມາຊິກ ສະພາ ຕໍ່ ອັດຕຣາສັດສ່ວນ ຂອງ ພົລເມືອງ 50 ພັນ ຄົນຕໍ່ ສະມາຊິກ ສະພາ 1 ຄົນ. ທ່ານກ່າວ ເພີ້ມວ່າ:

"ຕົວເລກ ນີ້ມັນກໍຕາມ ຣັຖທັມມະນູນ ຫັ້ນແຫລະ, 50 ພັນຄົນຕໍ່ ສະມາຊິກ ສະພາ 1 ຄົນ ອັດຕຣາ ຕົວນີ້ ແມ່ນຄືເກົ່າ".

ສຳລັບ ສະມາຊິກ ສະພາ ຂັ້ນ ແຂວງນັ້ນ ກໍຈະຄິດໄລ່ ແບບດຽວກັນ ຊຶ່ງ ແຕ່ລະແຂວງ ຈະມີ ສະມາຊິກ ສະພາ ບໍ່ຕ່ຳກວ່າ 15 ຄົນ. ເຈົ້າຫນ້າທີ່ ສະພາ ແຫ່ງຊາດ ທ່ານນີ້ ເວົ້າວ່າ ໃນ ປັດຈຸບັນ ທາງການ ກຳລັງ ຕຣຽມເປີດຮັບ ຜູ້ສມັກ ຫນັງສືພິມ ທາງການ ລາວ ຣາຍງານວ່າ, ໃນ ອາທິດ ຜ່ານມາ ຄນະກັມມະການ ເລືອກຕັ້ງ ແຫ່ງຊາດ ໄດ້ປະຊຸມ ຕຣຽມການ ເລືອກຕັ້ງ ຄາດວ່າ ການເລືອກຕັ້ງ ເທື່ອນີ້ ຈະມີຜູ້ສມັກ ເຖິງ 700 ຄົນ ແລະ ຈະເລືອກເຂົ້າເປັນ ສະມາຊິກ ສະພາ ປະມານ 150 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.