ອຶງ ຊຸຍ ເມັງ ຂໍຮູ້ຄວາມຈິງ

ຈໍາປາທອງ
2017.12.07
F-Shui-Meng ຍານາງ ອຶງ ຊຸຍ ເມັງ ຮຽກຮ້ອງເຖິງ ຣັຖບານ ສປປລາວ ໃນວັນຄົບຣອບ 5 ປີ ການຫາຍສາບສູນໄປ ຂອງ ທ່ານສົມບັດ ສົມພອນ ຈັດຂື້ນທີ່ ສະໂມສອນ ນັກຂ່າວຕ່າງປະເທດ ບາງກອກ ປະເທດໄທ
RFA

ໃນໂອກາດຄົບຮອບ 5 ປີທີ່ທ່່ານ ສົມບັດ ສົມພອນ ໄດ້ຖືກບັງຄັບໃຫ້ຫາຍສາບໄປ ຈາກກາງນະຄອນຫລວງວຽງຈັນ ໃນວັນທີ 15 ທັນວາ ປີ 2012 ຂະນະທີ່ຂັບຣົດກັບບ້ານ ຍານາງ ອຶງ ຊຸຍ ເມັງ ຜູ້ເປັນພັລຍາ ຮຽກຮ້ອງໃຫ້ ຣັຖບານ ສປປລາວ ເປີດເຜີຍ ຄວາມຈິງ ກໍຣະນີ ຂອງທ່ານ ທີ່ເປັນນັກພັທນາຊຸມຊົນດີເດັ່ນ ຂອງລາວ ແຕ່ຈົນມາເຖິງປັດຈຸບັນ ກໍຍັງບໍ່ມີຄຳຕອບ ຈາກຣັຖບານ ຫຼື ເຈົ້າໜ້າທີ່ລາວ ຄົນໃດ. ຍານາງ ອຶງ ຊຸຍ ເມັງ ກ່າວໃນມື້ວັນທີ 7 ທັນວາ 2017 ທີ່ສະມາຄົມນັກຂ່າວ ຕ່າງປະເທດ ຢູ່ບາງກອກ ປະເທດໄທ ຕອນນື່ງວ່າ:

"5 ປີ ຜ່ານມາແລ້ວ ສົມບັດ ກໍຫາຍໄປ 5 ປີແລ້ວ ສິ່ງທີ່ຂ້ອຍຢາກຝາກຣັຖບາລວ່າ ຖ້າວ່າຮູ່ວ່າ ສົມບັດ ຢູ່ໃສ ຫລືວ່າມີຊີວິດຢູ່ ຫລືບໍ່ຢູ່ ກໍຕາມ ຕ້ອງບອກ ຊຸຍ ເມັງ ຕ້ອງໄດ້ຄໍາຕອບ ຈາກຣັຖບາລ ຊຸຍ ເມັງ ຢາກໄດ້ຄວາມຈິງ ຖ້າວ່າບໍ່ໄດ້ ມື້ໃດບໍ່ໄດ້ ຄໍາຕອບ ແລະ ບໍ່ໄດ້ ຄວາມຈິງ ຊຸຍ ເມັງ ຢາກສືບຕໍ່ຊອກຫາ ສົມບັດ ຢູ່ ຖາມຫາຣັຖບາລ ເຈົ້າໜ້າທີ່ ສົມບັດ ຢູ່ ສົມບັດ ຢູ່ໃສ."

ຍານາງ ອຶງ ຊຸຍ ເມັງ ກ່າວຕື່ມວ່າ ບໍ່ໄດ້ຮັບການຕິດຕໍ່ຈາກ ເຈົ້າໜ້າທີ່ຕຳຣວດ ສປປລາວ ເປັນເວລາດົນແລ້ວ ແລະບໍ່ໄດ້ຮັບຂ່າວ ຫລື ຣາຍງານຜົລ ຂອງການສືບສວນ ສອບສວນໃດໆ ຈາກທາງການ ອັນທີ່ຈະເຮັດໃຫ້ຄອບຄົວມີຈິດໃຈດີຂື້ນ. ຜ່ານມາຄອບຄົວ ຂອງທ່ານ ຮວມທັງອົງການຈັດຕັ້ງຕ່າງປະເທດ ອົງການຈັດຕັ້ງສາກົນ ຮຽກຮ້ອງທາງການລາວ ໃຫ້ອົງການສະຫະປະຊາຊາດ ໄດ້ສອບສວນຫຼັກຖານ ທັງກ້ອງວົງຈອນປິດ ໂທລະສັບມືຖື ຮວມທັງວັດຖຸ ໃນສະຖານທີ່ເກີດເຫດ ຕາມຂະບວນການ ຍຸຕິທັມ ແຕ່ຈົົນເຖິງຂະນະນີ້ ຣັຖບານລາວ ຍັງບໍ່ມີມາດຕະການ ອັນໃດ ທີ່ເປັນຮູບປະທັມ ເພື່ອຕິດຕາມຫາ ທ່ານ ສົມບັດ ສົມພອນ.

ອົງການປົກປ້ອງສິດທິມະນຸດສາກົນ ຫຼາຍອົງການຮວມທັງອົງການ Human Rights Watch ກໍໄດ້ຕິດຕາມແລະທວງຖາມນໍາ ທາງການ ສປປລາວເຖິງຄວາມຄືບໜ້າ ຂອງການສືບສວນສອບສວນຫາ ທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ ຫາຍສາບສູນໄປ ແລະຮຽກຮ້ອງ ໃຫ້ທາງການລາວ ເລັ່ງຕິດຕາມເຮຶ່ອງນີ້ ແຕ່ກໍຍັງເຫັນວ່າ ມາຮອດປັດຈຸບັນ ກໍຍັງບໍ່ມີຫຍັງຄືບໜ້າ.

ເຖິງແມ່ນວ່າ ທ່ານ ສົມບັດ ສົມພອນ ຫາຍສາບສູນໄປໄດ້ 5 ປີ ແລ້ວກໍຕາມແຕ່ແນວຄິດ ຜົລງານ ແລະຄຸນງາມຄວາມດີ ຂອງທ່ານກໍຍັງ ຝັງເລິກຢູ່ໃນຈິດສໍານຶກ ຂອງຊຸມຊົນຊາວລາວ ເປັນຕົ້ນຄົນລຸ້ນໜຸ່ມ ແລະສິ່ງດັ່ງກ່າວ ຈະຍືນຍົງ ຢູ່ຕລອດໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.