ມາດາມອຶງຊູຍເມັງຮຽກຮ້ອງ ເຖິງ ຣັຖບານລາວ

ສົມເນ
2017.08.31
F-shui-meng ມາດາມ ອຶງ ຊຸຍ ເມັງ(ກາງ) ພັລຍາ ທ.ສົມບັດ ຮຽກຮ້ອງ ເຖິງ ຣັຖບານລາວ ໃຫ້ເຫັນອົກເຫັນໃຈ ເພື່ອນມະນຸດດ້ວຍກັນ
RFA

ເນື່ອງໃນວັນສາກົນ ເພື່ອຜູ້ເຄາະຮ້າຍ ຈາກການບັງຄັບ ໃຫ້ຫາຍສາບສູນ ມາດາມ ອຶງ ຊູຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ຕົວຢ່າງ ທີ່ຫາຍສາບສູນໄປ ເກືອບຮອດ 5 ປີແລ້ວນັ້ນ ໄດ້ຮຽກຮອງໃຫ້ ຣັຖບານລາວ ເປີດເຜີຍ ຄວາມຄືບໜ້າ ຂອງ ການສືບສວນ:

"ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງທາງການລາວ ຈົ່ງເປີດເຜີຍ ຣາຍງານການສືບສວນວ່າ ພົບເຫັນຫຍັງແດ່ ກະຣຸນາ ຢ່າເຮັດ ໃຫ້ມັນຊັກຊ້າ ໂດຍບອກໃຫ້ຄົນທັງປວງວ່າ ທາງການຍັງດໍາເນີນ ການສືບສວນຢູ່ ຂ້າພະເຈົ້າພຽງຢາກ ຮຽກຮ້ອງວ່າມັນເຈັບປວດ ສໍາລັບ ຂ້າພະເຈົ້າທີ່ ຕ້ອງລໍຖ້າຄໍາຕອບ ມັນເຮັດໃຫ້ຊີວິດ ຂອງ ຂ້າພະເຈົ້າ ມີຄວາມຫຍຸ້ງຍາກ ລໍາບາກ ຂ້າພະເຈົ້າ ຂໍຮຽກຮ້ອງ ທາງການລາວ ຈົ່ງເຫັນອົກ ເຫັນໃຈ ເຂົ້າໃຈ ສະຖານະພາບ ຂອງ ຂ້າພະເຈົ້າ ແລະ ໃນຖານະເປັນ ມະນຸດດ້ວຍກັນ ກະຣຸນາ ເຂົ້າໃຈວ່າ ມະນຸດ ຄົນໃດກໍດີ ທີ່ຕົກ ຢູ່ໃນສະພາບດັ່ງທີ່ ຂ້າພະເຈົ້າ ເປັນຢູ່ນີ້ ປະສົບກັບ ຄວາມຫຍຸ້ງຍາກ ລໍາບາກທີ່ສຸດ ໃນຊີວິດ".

ມາດາມ ອຶງຊູຍເມັງ ໄດ້ໃຫ້ສັມພາດ ແກ່ ເອເຊັຽເສຣີ ໃນວັນທີ່ 30 ສິງຫາ ນີ້ເອງ. ເມື່ອເອເຊັຽເສຣີ ຖາມວ່າ ມາດາມ ຈະເຮັດແນວໃດ ໃນເມື່ອຣັຖບານລາວ ແລະທາງການລາວ ມິດງຽບເສີຍຢູ່ ແລະ ບໍ່ມີຄໍາຕອບໃຫ້ ວ່າທ່ານ ສົມບັດ ຢູ່ໃສ:

"ຂ້າພະເຈົ້າບໍ່ມີທາງເລືອກ ພຽງແຕ່ລໍຖ້າ ດ້ວຍຄວາມຫວັງໄປເລື້ອຍໆ ວ່າທາງການລາວ ຈະມີຄວາມເປັນມະນຸສທັມ ແລະຄວາມເຫັນອົກ ເຫັນໃຈຕໍ່ມະນຸດຄົນ ອື່ນດ້ວຍກັນ ທີກໍາລັງລໍຖ້າຄໍາຕອບ ຂ້າພະເຈົ້າ ພຽງຫວັງວ່າ ຜູ້ໃດຜູ້ນຶ່ງ ໃນຣັຖບານລາວ ຈະມີຫົວໃຈເປັນມະນຸດ ອອກມາໃຫ້ຄໍາຕອບ ແກ່ຂ້າພະເຈົ້າ".

ມາດາມ ອຶງ ຊູຍເມັງ ບອກວ່າ ມາດາມກໍພຍາຍາມ ຕິດຕໍ່ຂໍພົບ ເຈົ້າໜ້າທີ່ ຕໍາຣວດ ເພິ່ນກໍບໍ່ໃຫ້ພົບ. ເມື່ອປະມານ 2 ເດືອນກ່ອນ ກໍໄດ້ ຕິດຕໍ່ໄປອີກ ໂດຍຜ່ານທາງ ສະຖານທູດ ສິງຄະໂປຢູ່ລາວ ກ່າບໍ່ໄດ້ຄໍາຕອບໃດໆໝົດ.

ອົງການຈັດຕັ້ງສິດທິມະນຸດຕ່າງໆ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ ແລະ ນັກເຄື່ອນໄຫວ ການເມືອງ ຄົນອື່ນໆ ທີ່ຍັງບໍ່ຮູ້ ຊາຕາກັມ. ຍານາງ ວານິດາ ເທບສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສຳນັກງານ ຢູ່ປາຣີ ປະເທດຝຣັ່ງ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 29 ສິງຫາ ວ່າ:

ການບັງຄັບໃຫ້ບຸກຄົນຫາຍສາບສູນ ເກີດຂຶ້ນຢູ່ປະເທດ ທີ່ຣັຖບານ ບໍ່ມີຄວາມປາຖນາ ທາງການເມືອງ ໃນການແກ້ໄຂ ຫລື ຮັບຮູ້ບັນຫາ ດັ່ງກ່າວ, ຄືກັບ ປະເທດລາວ ຣັຖບານ ກໍປະຕິເສດ ທີ່ຈະສືບສວນ ກໍຣະນີ ການບັງຄັບບຸກຄົນ ໃຫ້ຫາຍສາບສູນ ໃຫ້ ເປັນທີ່ຍອມຮັບ ແລະ ມີປະສິດທິພາບ ແລະ ຣັຖບານ ບໍ່ເອົາຄວາມຮັບຜິດຊອບ ຕໍ່ຜູ້ກະທຳທີ່ ເປັນອາຊຍາກັມ. ຍານາງ ກ່າວອີກວ່າ: ກໍຣະນີ ຂອງທ່ານ ສົມບັດ ກໍຄ້າຍຄືກັນ ກັບ ກໍຣະນີ ການຫາຍສາບສູນ ອື໋ນໆ ຢູ່ ປະເທດລາວ ເຊັ່ນ ທ່ານ ສົມພອນ ຂັນທິສຸກ ເຈົ້າຂອງທຸຣະກິດ ບ້ານພັກ ການ ທ່ອງທ່ຽວ ແບບອະນຸຮັກ ທຳມະຊາດ ແລະ ເປັນຜູ້ທີ່ກ້າ ວິຈານ ໂຄງການ ກະສິກັມ ທີ່ຄົນຈີນ ສະໜັບສະໜູນ ທີ່ສ້າງຄວາມເສັຍຫາຍ ຕໍ່ສິງແວດລ້ອມ ຢູ່ແຂວງຫລວງນ້ຳທາ ຊຶ່ງທ່ານໄດ້ ຫາຍສາບສູນໄປ ຫລັງຈາກມີຄົນ ນອກເຄື່ອງແບບ ມາລັກພາຕົວ ທ່ານໄປ ໃນເດືອນ ມົກກະຣາ ປີ 2007.

ກໍຣະນີຄ້າຍຄືກັນ ກໍເກີດຂຶ້ນກັບປະຊາຊົນ 9 ຄົນ ລວມມີ; ນາງ ກິ່ງແກ້ວ ແລະ ນາງ ສົມຈິດ, ທ. ສຸບິນ, ທ. ສວນ, ທ. ສິນປະສົງ, ທ. ຄຳສວນ, ທ. ໜູ, ທ. ສົມຄິດ ແລະ ທ. ສຸຣິຍາ ທັງໝົດຖືກເຈົ້າໜ້າທີ່ ຕຳຣວດຈັບ ໃນເດືອນພຶສຈິກາ ປີ 200 ຢູ່ສະຖານທີ່ ຕ່າງໆຢູ່ໃນ ທົ່ວປະເທດ. ຜູ້ສະໜັບສະໜູນເຂົາເຈົ້າ ເວົ້າວ່າ ທັງ 9 ຄົນ ມີການວາງແຜນ ປະທ້ວງແບບສັນຕິ ເພື່ອຮຽກຮ້ອງ ປະຊາທິປະໄຕ ແລະ ການເຄົາຣົ ບສິດທິມະນຸດ. ຫລັກຖານ ໄດ້ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຂອງຣັຖ ເຂົ້າໄປພົວພັນ, ແຕ່ຜູ້ກະທຳຜິດ ບໍ່ຖືກລົງໂທດ.

ຍານາງວ່າ ມັນເຖິງເວລາແລ້ວ ທີ່ຣັຖບານລາວ ຈະຍຸຕິການ ກະທຳແບບນີ້ ແລະໃຫ້ຣັຖບານລາວ ລົງນາມ ສັດຕະຍາບັນ ຕໍ່ສົນທິສັຍາ ສາກົນ ວ່າດ້ວຍ ການປົກປ້ອງທຸກຄົນ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ທີ່ລາວ ໄດ້ລົງນາມ ຮັບຮອງ ເອົາໃນປີ 2008.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.