4 ປີ ຍັງບໍ່ມີວີ່ແວວ ທ.ສົມບັດ

ສິດນີ
2016.12.08
f-phil ທ່ານ ຟີວ ໂຣເບິຕເຊິນ ຮອງຜູ້ອຳນວຍການ ອົງກອນ ສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເອເຊັຽ-ປາຊີຝິກ
RFA

ກຸ່ມປົກປ້ອງສິດທິມະນຸດ ທີ່ ປະເທດໄທ ຊຶ່ງເປັນຜູ້ ຕິດຕາມ ຄວາມຄືບຫນ້າ ກ່ຽວກັບ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ໃນ ມື້ວັນທີ 15 ທັນວາ ປີ 2012 ທີ່ ນະຄອນຫຼວງວຽງຈັນ, ຈະອອກຖແລງຂ່າວ ກ່ຽວກັບ ການຫາຍສາບສູນ ຂອງທ່ານ ໃນວັນຄົບຮອບ 4 ປີ ໃນປີນີ້ ທີ່ ສະໂມສອນ ນັກຂ່າວ ຕ່າງປະເທດ ທີ່ ບາງກອກ ປະເທດໄທ ໃນມື້ວັນທີ 19 ທັນວາ ວ່າຍັງບໍ່ມີ ຄວາມຄືບຫນ້າ ແຕ່ຢ່າງໃດເລີຍ.

ຜູ້ທີ່ເຂົ້າຮ່ວມ ໃນການອອກຖແລງຂ່າວ ໃນປີນີ້ ຈະມີ ຍານາງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ, ຍານາງ ອັງຄະນາ ນີລະໄພຈີດ ປະທານ ມູນນິທິ ຍຸຕິທັມ ເພື່ອ ສັນຕິພາບ ແລະ ນາງ ພີນນະພາ ພືກສາພັນ ພັລຍາ ຂອງທ່ານ ບີນລີ ຜູ້ນຳ ຊາວກະຮ່ຽງ ທີ່ຫາຍສາບສູນໄປ ເຫມືອກັນ.

ກຸ່ມດັ່ງກ່າວ ໄດ້ເຊື້ອເຊີນ ອົງກອນຕ່າງຊາດ ເຂົ້າຮ່ວມ ຫຼາຍອົງກອນ. ດັ່ງການເປີດເຜີຍ ຂອງ ທ່ານ PHIL ROBERTSON ຮອງ ຜູ້ອຳນວຍການ ອົງກອນ ສີ້ງຊອມ ດ້ານສິດທິ ມະນຸດ ປະຈຳ ຂົງເຂດ ເອເຊັຽ-ປາຊີຟີກ ຜູ້ທີ່ຕີດຕາມ ເຣື້ອງ ທ່ານ ສົມບັດ ສົມພອນ ມາແຕ່ຕົ້ນ ຕໍ່ເອເຊັຽເສຣີ ໃນມື້ວັນທີ 8 ທັນວາ ນີ້ວ່າ:

"ຈີງໆແລ້ວ ເຮົາກໍວາງແຜນ ຊິຖແລງຂ່າວ ເຣື້ອງການຕິດຕາມ ສະຖານະການ ຂອງ ທ່ານສົມບັດ ສົມພອນ ແລ້ວກໍເປັນ ຄວາມຕັ້ງໃຈ ຂອງ ພັນທະມິດ ທີ່ຈະຕາມຫາ ວ່າເກີດຫຍັງ ຂື້ນ ກັບເຂົາ ທີ່ FCCT ສະໂມສອນ ນັກຂ່າວ ຕ່າງປະເທດ ກຸງເທບ".

ໃນຂນະດຽວກັນ ທ່ານ PHIL ROBERTSON ຍັງເວົ້າວ່າ ອົງກອນ ສິດທິມະນຸດ ຍັງໄດ້ສົ່ງ ຈົດຫມາຍ ໄປເຊີນ ເຈົ້າຫນ້າທີ່ລາວ ມາຮ່ວມງານ ຖແລງຂ່າວ ນຳອີກ ໃນມື້ນັ້ນ ແຕ່ເຖິງ ປະຈຸບັນ ຍັງບໍ່ໄດ້ຮັບ ຄຳຕອບເທື່ອ ຍັງລໍຖ້າວ່າ ເພີ່ນ ຊິມາຫລືບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.