ຄວນຢຸດຖາງປ່າ ເຮັດໄຮ່


2013.02.26

ຮອງນາຍົກ ຣັຖມົນຕຣີ ຕ້ອງການ ໃຫ້ ປະຊາຊົນ ໃນແຕ່ລະ ແຂວງ ຢຸດ ການຖາງປ່າ ເຮັດໄຮ່.

ທ່ານ ສົມສະຫວາດ ເລັງສະຫວັດ ຮອງນາຍົກ ຣັຖມົນຕຣີ ຊີ້ນໍາ ແຂວງ ຜົ້ງສາລີ ໃຫ້ ປະຊາຊົນ ຢຸດເຊົາ ການຖາງປ່າ ເຮັດໄຮ່ ແລະ ຢຸດການໃຫ້ ສັມປະທານ ດິນຂນາດໃຫ່ຽ ແກ່ນັກລົງທຶນ ຕ່າງຊາຕ ເພື່ອຫລີກລຽງ ບໍ່ໃຫ້ເກີດ ຄວາມເສັຽຫາຍ ແກ່ ສິ່ງແວດລ້ອມ ໃນລະຍະ ທີ່ທ່ານໄປ ຢ້ຽມຢາມ ປະຊາຊົນ ໃນແຂວງ ເມື່ອອາທິດ ຜ່ານມາ. ຕາມລາຍງານ ໜັງສືພິມ ທາງການ. ໃນວັນອັງຄານ ວັນທີ່ 26 ກຸມພາ 2013 ເອເຊັຽເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ໃນແຂວງ ທ່ານນຶ່ງ ເພິ່ນກໍວ່າ:

"ອັນນີ້ແມ່ນ ຍຸທສາດເກົ່າ ແປວ່າ ບໍ່ໃຫ້ຖາງປ່າ ເຮັດໄຮ່ ເນາະ ມີແຕ່ຈັດສັນ ພື້ນທີ່ໃຫ້ບໍ ວ່າພື້ນທີ່ໃດ ທໍາການຜລິດ ຈັ່ງຊັ້ນ ກໍຄືສີ່ແມ່ນ ລາວ ຢາກເນັ້ນ ໂຕຢາງພາຣາ ເພາະດຽວນີ້ ຣັຖບານ ເຂົາເຈົ້າແບບວ່າ ໃຫ້ໂຈະການ ລົງທຶນ ປູກຢາງພາລາ ເນາະ".

ແຂວງ ຜົ້ງສາລີ ມີພື້ນທີ່ ເປັນພູຜາ ປ່າດົງ ເຖິງ 90% ປະຊາຊົນ ສ່ວນໃຫ່ຽ ເປັນຊົນເຜົ່າ ທີ່ອາໄສ ຢູ່ຕາມຮ່ອມພູ ແລະ ເທິງພູ ລ້ຽງຊີພ ດ້ວຍການຖາງປ່າ ເຮັດໄຮ່ ສືບຕໍ່ກັນ ມາຫລາຍສັຕວັດ ແລ້ວ ເຮັດໃຫ້ ສິ່ງແວດລ້ອມ ເຊື່ອມໂຊມ. ການຊີ້ນໍາ ຂອງຂັ້ນເທິງ ໃນລະຍະ ຜ່ານມາ ແມ່ນຊອກຫາ ນັກລົງທຶນ ມາລົງທຶນ ໃນແຂວງ ໃຫ້ຫລາຍ ແຕ່ວ່າ ແຂວງ ມີຄວາມຈໍາກັດ ທາງດ້ານ ໂຄງຮ່າງພື້ນຖານ ໂດຍສະເພາະ ຖນົນຫົນທາງ ລະຫ່ວາງ ເມືອງຫາ ຊົນນະບົດ ບໍ່ຈຸຈອດກັນ.

ທາງແຂວງ ໄດ້ອະນຸຍາດ ໃຫ້ ນັກລົງທຶນ ສັມປະທານ ທີ່ດິນ ເພື່ອ ປູກຢາງພາຣາ ໄປແລ້ວ  17,000 ha  ອັນເຮັດໃຫ້ ມີການ ຖາງປ່າຢ່າງ ຫລວງຫລາຍ ແລະ ສິ່ງແວດລ້ອມ ກໍເສັຽຫາຍ. ຜ່ານມາ ທາງການ ໄດ້ຫ້າມບໍ່ໃຫ້ ຂຍາຍພື້ນທີ່ ປູກຢາງພາຣາ ແຕ່ກໍຍັງມີ ການລັກລອບ ຂຍາຍຢູ່ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.