ຊາວກັມພູຊາກ່ຽວເຂົ້າ ໃນເຂດ ຂັດແຍ້ງ

ສຸພັດຕາ
2017.12.20
1-ຊາຍແດນລາວ-ກໍາພູຊາ ເຂດຊາຍແດນ ລາວ-ກໍາພູຊາ ທີ່ຍັງໄປມາຫາສູ່ກັນ ຕາມປົກກະຕິ
FB friend/Khounmy Panyanouvong

ປັດຈຸບັນ ປະຊາຊົນ ເມືອງພູວົງ ແຂວງອັດຕະປື ທີ່ຢູ່ຕິດກັບຊາຍແດນ ແຂວງຣັດຕະນະຄີີຣີ ປະເທດກັມພູຊາ ຍັງບໍ່ສາມາດເຂົ້າໄປກ່ຽວເຂົ້າ ໃນນາ ຂອງພວກເຂົາເຈົ້າໄດ້ ເພາະທະຫານກັມພູຊາ ບໍ່ໃຫ້ເຂົ້າໄປໃນເຂດນັ້ນ ຫຼັງຈາກມີຂໍ້ຂັດແຍ້ງ ເຂດຊາຍແດນ ຣະຫວ່າງກັນ, ເຮັດໃຫ້ ປະຊາຊົນ ກັມພູຊາ ເຂົ້າໄປກ່ຽວເອົາເຂົ້າ ຂອງປະຊາຊົນເມືອງພູວົງ ທີ່ປູກໄວ້ນັ້ນ. ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວໃນວັນທີ 20 ທັນວາ ນີ້ວ່າ:

"ເຂົາກະບໍ່ໄດ້ໄປ ກະຖີ້ມເລີຍຫັ້ນແຫຼະ ກຳປູເຈັຽເຂົາກະກ່ຽວໄປກິນລະກະແລ້ວ ແຕ່ກ່ອນຫັ້ນເຂົາກະເຄີຍເຮັດໄຮ່ເຮັດນາຢູ່ແຖວນັ້ນ ພາຍຫຼັງ ທີ່ມີຂໍ້ຂັດແຍ້ງກັນຫັ້ນ ທາງກຳປູເຈັຽ ປະກາດບໍ່ໃຫ້ທາງນີ້ ເຂົ້າໄປຫັ້ນນະ ມັນກະຍັງເປັນເຂດໃຈກາງ ທີ່ທັງສອງຝ່າຍ ບໍ່ທັນໄດ້ຮ່າງກັມສິດ ໄດ້ຫັ້ນນະ.”

ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ປະຊາຊົນທີ່ສູນເສັຍເຂົ້າໄປນັ້ນ ກໍບໍ່ໄດ້ເດືອດຮ້ອນພໍເທົ່າໃດ ບໍ່ເຖິງຂັ້ນອົດກິນ ເພາະແຕ່ລະຄອບຄົວ ມີເຂົ້າເກົ່າເຫຼືອຢູ່ ແລະ ຢູ່ໃນເຂດທີ່ມີບັນຫາ ຂໍ້ຂັດແຍ້ງກັນນັ້ນ ກໍບໍ່ມີເຮືອນຂອງປະຊາຊົນ. ແລະ ທ່ານເວົ້າເຖິງກໍຣະນີ ການປັກຫຼັກໝາຍ ຊາຍແດນລາວ-ກັມພູຊາ ຢູ່ເຂດເມືອງພູວົງ ແຂວງອັດຕະປື ກັບແຂວງລັດຕະນະຄີຣີ ວ່າປັດຈຸບັນວຽກງານດັ່ງກ່າວ ຍັງບໍ່ມີຫຍັງຄືບໜ້າ ເທື່ອ ເພາະທາງຣັຖບານ ຝລັ່ງເສດ ຍັງບໍ່ທັນສົ່ງແຜນທີ່ ໃຫ້ທາງການລາວ ແລະ ກັມພູຊາ ເພື່ອໃຊ້ເປັນ ຫລັກຖານ ອ້າງອີງໃນການແບ່ງ ເຂດແດນ ຣະຫວ່າງ 2 ປະເທດນີ້. ຄາດວ່າ ຕ້ອງໄດ້ລໍຖ້າ ໄປອີກດົນພໍສົມຄວນ ຈຶ່ງຈະມີການແກ້ໄຂບັນຫານີ້ໄດ້.

ສາເຫດທີ່ພາໃຫ້ ລາວ ແລະ ກັມພູຊາ ຍັງບໍ່ສາມາດຕົກລົງ ປັກຫລັກໝາຍຊາຍແດນນໍາກັນໄດ້ ແມ່ນເປັນຍ້ອນ ຝ່າຍລາວ ອີງໃສ່ແຜນທີ່ ຊາຍແດນ ທີ່ປະເທດຝລັ່ງເສດ ກຳນົດໃຫ້. ສ່ວນກັມ ພູຊາ ຖືເອົາແຜນທີ່ ຊາຍແດນ ທີ່ສະຫະຣັດ ອະເມຣິກາ ເປັນຜູ້ກໍານົດ ຕາມພາຍຫຼັງ. ແຜນທີ່ສອງອັນທີ່ວ່ານີ້ ກໍານົດເສັ້ນຊາຍແດນ ແຕກຕ່າງກັນ ຈື່ງເຮັດໃຫ້ເກີດ ມີບັນຫາຊາຍແດນ ນໍາກັນ ຮວມເຖິງເຣື່ອງ ການສ້າງຖນົນ ຕາມແນວຊາຍແດນ ແລະການສ້າງຄ້າຍ ທະຫານນໍາດ້ວຍ.

ທີ່ຜ່ານມາ ທາງການລາວ ແລະກັມພູຊາ ໄດ້ຕົກລົງກັນ ແກ້ໄຂບັນຫາ ຊາຍແດນຢູ່ 4 ຈຸດ ຄື ເສັ້ນຊາຍແດນ 0,33 ເສັ້ນຊາຍແດນ 0,17 ເວີນຄຳ-ໂອສະວາຍ ຫຼືວ່າເຂດ 0,32 ໃຫ້ໄວເທົ່າທີ່ ຈະໄວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.