ສາກົນທວງຖາມຣັຖບານ ລາວ ທ.ສົມບັດ ຢູ່ໃສ?

ສິດນີ
2017.12.05
F-Rights (ຈາກຊ້າຍຫາຂວາ) ທ່ານ ບ່າຊິລ ເຟີ່ນ່ານໂດ່, ທ່ານ ບິໂຈ່ ຝຣັ່ງຊິສ, ທ່ານ ຈິໂຕ້ ແກ໊ສກ່ອນ.
RFA/LX ຖ່າຍຮູບໂດຍ: ລຊ, ຖ່າຍເມື່ອຣະດູຮ້ອນປີ 2017.

ກຸ່ມປົກປ້ອງສິດທິມະນຸດ ໃນຂົງເຂດຍັງທວງຖາມຣັຖບານລາວ ເຖິງທ່ານ ສົມບັດ ສົມພອນ ພາຍຫຼັງທີ່ທ່ານຖືກລັກພາໂຕໄປ ເປັນເວລາ ເຄິ່ງທົສວັຕ ຫຼື 5 ປີແລ້ວ ແລະ ທາງການລາວ ກໍຍັງບໍ່ມີການຣາຍງານ ຄວາມຄືບໜ້າໃດໆ ຕໍ່ການຄົ້ນຫາໂຕ ທ່ານ ສົມບັດ ເລີຍ, ກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ ຣັຖບານລາວ ຊ່ວຍຊອກຫາ ທ່ານ ເພື່ອໃຫ້ທ່ານກັບຄືນມາສູ່ ຄອບຄົວໂດຍໄວ. ດັ່ງທ່ານ ທ່ານ ຈິໂຕ້ ແກ໊ສກ່ອນ, ປະທານຄນະກັມມະການ ດ້ານສິທທິມະນຸສ ແຫ່ງປະເທສຟິລິບປິນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“Well, the human rights community in the Philippines is very much concerned about the disappearance of Sombath and that Sombath was disappeared the way he was picked up on the highway. It’s a big concern to all of us in Asia. So, the Laotian government must do all it can to surface Sombath as soon as possible”.
ທ່ານວ່າ: “ປະຊາຄົມສິດທິມະນຸສ ແຫ່ງ ຟິລິປປິນ ມີຄວາມເປັນຫ່ວງຫຼາຍ ຕໍ່ກໍຣະນີຂອງ ທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ ຫາຍສາບສູນ, ເຊິ່ງເປັນການຖືກນຳໂຕຂຶ້ນຣົດ ໃນຖນົນໃຈກາງເມືອງ. ມັນເປັນເຣື້ອງໃຫຍ່ ຕໍ່ພວກເຮົາທົ່ວເອເຊັຽ. ດັ່ງນັ້ນ, ຣັຖບານລາວ ຕ້ອງເຮັດທຸກວິທີທາງ ທີ່ສາມາດເຮັດໄດ້ ເພື່ອໃຫ້ທ່ານ ສົມບັດ ກັບຄືນມາສູ່ຄອບຄົວ ໂດຍໄວ ເທົ່າທີ່ຈະເປັນໄປໄດ້."

ໃນຂນະດຽວກັນ ທ່ານສາສດາຈານ ບິໂຈ່ ຝຣັ່ງຊິສ, ຜູ້ບໍຣິຫານຄນະກັມມະການ ດ້ານສິທທິມະນຸສ ແຫ່ງເອເຊັຽ ທີ່ມີສຳນັກງານ ຕັ້ງຢູ່ເກາະ ຮົງກົງ ກໍກ່າວວ່າ ອົງການຈັດຕັ້ງ ພາກປະຊາສັງຄົມທົ່ວເອເຊັຽ ແລະທົ່ວໂລກ ຈະບໍ່ລືມທ່ານ ສົມບັດ ພ້ອມທັງ ຮຽກຮ້ອງ ໃຫ້ມີການຍຸຕຕິ ການບັງຄັບໃຫ້ຫາຍສາບສູນ ໃນລາວ.

“The message from the entire Asian civil society and also the global civil society is that they are not alone. That’s their story is not being forgotten, he is not forgotten. Disappearance is something that must end. No state should practice it and the government of Laos has no excuse to practice it. We are deeply concerned about the safety and we hope that the government will release him and that release will happen very soon."
ທ່ານວ່າ: “ຂໍ້ຄວາມອັນສຳຄັນ ຈາກອົງການຈັດຕັ້ງພາກປະຊາສັງຄົມ ທົ່ວເອເຊັຽ ກໍຄືທົ່ວໂລກທັງໝົດນັ້ນ ກໍແມ່ນວ່າ ທ່ານ ສົມບັດ ແລະ ຄອບຄົວ ຈະບໍ່ຢູ່ຢ່າງໂດດດ່ຽວ. ເຣື້ອງລາວຂອງພວກເຂົາ ຈະບໍ່ຖືກລືມ ແລະ ທ່ານ ສົມບັດ ກໍຈະບໍ່ຖືກລືມ. ການບັງຄັບໃຫ້ຫາຍສາບສູນ ຕ້ອງຍຸຕຕິ ແລະ ຣັຖບານປະເທສໃດໆ ກໍບໍ່ຄວນໃຊ້ວິທີນີ້. ແນ່ນອນ, ມັນກໍບໍ່ມີເຫຕຜົລໃດໆທີ່ຣັຖບານລາວ ຈະຕ້ອງໃຊ້ວິທີນີ້. ພວກຂ້າພະເຈົ້າ, ໃນຖານະ ຄນະກັມມະການ ສິທທິມະນຸສເອເຊັຽ ມີຄວາມເປັນຫ່ວງ ຕໍ່ຄວາມປອດພັຍ ຂອງທ່ານ ສົມບັດ ແລະ ກໍຫວັງຢ່າງຍິ່ງວ່າ ຣັຖບານລາວ ຈະປ່ອຍໂຕ ທ່ານ ແລະ ການປ່ອຍໂຕ ກໍຈະເກີດຂຶ້ນໃນໄວໆນີ້ດ້ວຍ."

ນອກຈາກນີ້, ທ່ານ ບ່າຊິລ ເຟີ່ນ່ານໂດ່, ນັກປົກປ້ອງສິທທິມະນຸສຈາກປະເທສ ສຣີ-ລັງກາ ຜູ້ທີ່ເຄີຍພົບພໍ້ ແລະ ເປັນເພື່ອນກັບ ທ່ານ ສົມບັດ ສົມພອນ ກໍສະແດງຄວາມເປັນຫ່ວງ ຕໍ່ກໍຣະນີຂອງ ທ່ານ ສົມບັດ ວ່າ ຣັຖບານລາວ ຄວນມີການຕອບສນອງ ທີ່ໜັກແໜ້ນກວ່ານີ້.

“I think the Lao government own a kind of stronger response than what it has been giving in the past into this issue. It is a really one of the most shocking and sad events."
ທ່ານວ່າ: “ຂ້າພະເຈົ້າຄຶດວ່າ ຣັຖບານລາວມີພັນທະ ທີ່ຕ້ອງສະແດງຄວາມຮັບຜິດຊອບ ໃຫ້ໜັກແໜ້ນກວ່າດັ່ງທີ່ເຄີຍເປັນຜ່ານມາ ຕໍ່ບັນຫານີ້. ການບັງຄັບໃຫ້ຫາຍສາບສູນນັ້ນ, ມັນເປັນນຶ່ງເຣື້ອງທີ່ຊ໋ອກ ແລະ ສລົດໃຈທີ່ສຸດ."

ເປັນເວລາເຄິ່ງທົສວັຕແລ້ວ ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປຕໍ່ໜ້າ ປ້ອມຍາມຕຳຣວດຈະຣາຈອນ ກົງກັນຂ້າມ ກັບວິທຍາລັຍ ເຕັກນິກ ການຊ່າງ ລາວ-ເຢັຽຣະມັນ, ແຕ່ການຊອກຫາໂຕທ່ານ ກໍຍັງບໍ່ມີຄວາມຄືບໜ້າໃດໆ. ອົງການຈັດຕັ້ງສາກົນ ດ້ານສິທທິມະນຸສ ຖືວ່າເຫຕການດັ່ງກ່າວ ເປັນການບັງຄັບໃຫ້ຫາຍສາບສູນ, ເຊິ່ງຖືເປັນອາຊຍາກັມ ອັນຕ່ຳຊ້າຕໍ່ມວນມະນຸສ ແລະ ທັງເປັນການຣະເມີດ ສິທທິມະນຸສ ຢ່າງຮ້າຍແຮງຕາມກົດບັດ ສະຫະປະຊາຊາຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.