ເຣື້ອງທ່ານສົມບັດບໍ່ຄືບໜ້າ


2014.02.13
F-sombat ທ. ສົມບັດ ສົມພອນ ຕອນໃຫ້ສໍາພາດ ກັບຍານາງ Ore Huiying ເດືອນສິງຫາປີ 2010. Screen captured from "On Greed and Nature" video
Sombath.org

 

ນາງ ຊຸຍເມັງເອັງ ພັລຍາຂອງທ່ານ ສົມບັດ ສົມພອນ ຂຽນຈົດໝາຍເປີດຊອງ ສະບັບນຶ່ງ ທີ່ຖືກພິມເຜີຍແຜ່ ໃນໜັງສືພິມ Asia Times ເມື່ອ ວັນທີ່ 12 ເດືອນ ກຸມພາ ນີ້. ໃນຈົດໝາຍນັ້ນ ມີໃຈຄວາມ ບາງຕອນ ທີ່ສຳຄັນວ່າ ທ່ານ ສົມບັດ ສົມພອນ ຊຶ່ງເປັນນັກພັທນາ ສັງຄົມຢູ່ລາວ ໄດ້ຫາຍສາບສູນໄປ ເຖິງ 13 ເດືອນ ແລ້ວ.

ສະພາຢູໂຣບໄດ້ລົງມະຕິເຖິງສອງຄັ້ງ ຮຽກຮ້ອງ ໃຫ້ຣັຖບານລາວ ໃຫ້ຄວາມກະຈ່າງແຈ້ງ ຕື່ມກ່ຽວກັບ ການສືບສວນ ຂອງການຫາຍສາບສູນ ດັ່ງກ່າວ ໃຫ້ຕອບຄຳຖາມ ທີ່ຍັງຄ້າງຄ່າຢູ່ ແລະໃຫ້ຍອມຮັບ ເອົາການຊ່ວຍ ເຫລືອ ດ້ານເທັກນິກ ຈາກນັກຊ່ຽວຊານ ເພື່ອຊອກຄົ້ນຫາ ທ່ານ ສົມບັດ ສົມພອນ.

ນອກນັ້ນ ອົງການສາກົນ ຫຼາຍອົງການ ກໍໄດ້ຮຽກຮ້ອງ ໃຫ້ທາງການລາວ ຊອກຄົ້ນຫາ ທ່ານ ສົມບັດ ສົມພອນ ໃຫ້ໄດ້ ເພື່ອທ່ານຈະສາມາດ ກັບຄືນມາຫາ ພີ່ນ້ອງ ຄອບຄົວ.

ນາງ ຊຸຍເມັງເອັງ ຂຽນອີກຕອນນຶ່ງວ່າ ໃນນາມຜູ້ເປັນເມັຍ ນາງຂໍສະແດງຄວາມຮູ້ບຸນຄຸນ ຕໍ່ສະຫະພາບຢູໂຣບ ແລະອົງການສາກົນອື່ນໆ ທີ່ ໄດ້ຮຽກຮ້ອງ ໃຫ້ມີການສືບສວນ ແລະຄົ້ນຫາ ທ່ານ ສົມບັດ ສົມພອນ ຕລອດມາ. ນາງເສັຍດາຍ ທີ່ນາງຊ່ວຍຫຍັງບໍ່ໄດ້ ແລະນາງກໍຮູ້ສຶກວ່າ ທາງການ ລາວ ເມີຍເສີຍ ຕໍ່ມະຕິ ຂອງ ສະພາຢູໂຣບ ແລະ ຄວາມຮຽກຮ້ອງ ຂອງອົງການ ແລະ ຣັຖບານ ຕ່າງປະເທດ ທັງໝົດໃນໂລກ.

ນາງຮູ້ສຶກເຈັບປວດແລະເສັຍໃຈ ທີ່ຍັງບໍ່ມີ ຄວາມຄືບໜ້າແນວໃດ ໃນການຊອກຫາ ສາມີຂອງນາງ ແຕ່ນາງ ກໍຍັງຫວັງວ່າ ເວລາໃດເວລານຶ່ງ ເຈົ້າໜ້າທີ່ ຣັຖບານລາວ ແລະ ປະຊາຊົນລາວ ຈະເຂົ້າໃຈເຖິງຜົນເສັຍ ທີ່ຈະເກີດຂຶ້ນຈາກການບໍ່ສາມາດຊອກຄົ້ນພົບ ທ່ານ ສົມບັດ ສົມພອນ ນັ້ນໄດ້.

ອີກຢ່າງນຶ່ງ ນາງກໍເຊື່ອວ່າ ເຈົ້າໜ້າທີ່ລາວ ບາງຄົນ ຄົງຈະສລາດ ແລະກ້າພໍທີ່ຈະ ຍອມຮັບວ່າ ການຊຸກເຊື່ອງ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັ້ນຈະທຳຣາຍກຽດແລະສັກສີ ຂອງການນຳຂອງຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.