ສາມຄົນງານລາວຍັງຖືກ ຄຸມຂັງ

ຈໍາປາທອງ
2017.03.05
f-phil ທ່ານ ຟີວ ໂຣເບິຕເຊິນ ຮອງຜູ້ອຳນວຍການ ອົງກອນ ສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເອເຊັຽ-ປາຊີຝິກ
RFA

ທາງການລາວ ຍັງບໍ່ປ່ອຍ ຄົນງານລາວ 3 ຄົນ ຄື, ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ ແລະນາງ ຫຼອດຄຳ ທຳມະວົງ ທີ່ຖືກຈັບ ເມື່ອປະມານ 1 ປີກ່ອນ ໃນເວລາທີ່ ພວກເຂົາເຈົ້າ ກັບຈາກ ປະເທສໄທ ເພື່ອຕໍ່ໜັງສື ຜ່ານແດນ ຢູ່ລາວ.

ພວກກ່ຽວຖືກກ່າວຫາ ຖານໃຊ້ ສື່ສັງຄົມ ອອນລາຍ ອອກຂ່າວ ຂັດກັບແນວທາງ ນະໂຍບາຍ ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຂັດກັບການ ກະທຳຂອງ ຣັຖບາລລາວ. ມາເຖິງ ປັດຈຸບັນ ທາງການລາວ ກໍຍັງບໍ່ ເປີດເຜີຍວ່າ ຈະນຳພວກກ່ຽວ ຂຶ້ນສານ ຕັດສິນຄະດີ ເມື່ອໃດ ເຮັດໃຫ້ ທາງຄອບຄົວ ກັງວົນນຳ ຫຼາຍຂຶ້ນ ແລະ ທາງອົງການ ປົກປ້ອງ ສິດທິມະນຸດ ແລະ ປະຊາທິປະຕັຍ ໃນໂລກ ຕ່າງກໍ ຢາກຮູ້ຂ່າວ ແລະຮຽກຮ້ອງ ໃຫ້ປ່ອຍຕົວ ຄົນງານລາວ ທັງ 3 ຄົນນັ້ນ ໃຫ້ເປັນ ອິສຣະ ຢ່າງຮີບດ່ວນ ຂນະທີ່ ອົງການ ສິດທິມະນຸດ Human Rights Watch ເວົ້າວ່າ ທາງການ ລາວ ບໍ່ເປີດເຜີຍຫຍັງ ແລະວ່າ ຣະບົບ ຍຸຕິທັມ ຂອງລາວ ບໍ່ໂປ່ງໃສ. ດັ່ງທີ່ທ່ານ ຟິວ ໂຣເບິດສັນ ຮອງ ຜູ້ອຳນວຍການ ອົງການ Human Rights Watch ປະຈຳຂົງເຂດເອເຊັຽ ໃຫ້ສຳພາດ ວິທຍຸເອເຊັຽເສຣີ ໃນວັນທີ 3 ມິນາ ນີ້ວ່າ:

"ທຸກຢ່າງປົກປິດ ທາງ ຣັຖບານລາວ ບໍ່ເປີດເຜີຍວ່າ 3 ຄົນນັ້ນຢູ່ໃສ, ຈະຕິດຄຸກ ຈັກປີ ໃນຂໍ້ຫາອັນໃດ ທາງການລາວ ແທບຈະບໍ່ປ່ອຍ ຂໍ້ມູນອອກມາເລີຍ ປິດຂໍ້ມູນໝົດ ມັນບໍ່ມີ ຄວາມໂປ່ງໃສ ໃນຣະບົບຍຸຕິທັມ ຂອງລາວ ເຮົາພຍາຍາມ ຫາຂໍ້ມູນ ແຕ່ຕອນນີ້ ຍັງຫາບໍ່ໄດ້, ບໍ່ມີໃຜຮູ້ວ່າ 3 ຄົນນັ້ນ ຢູ່ໃສ ແລະ ຢູ່ໃນສະພາບ ແນວໃດ".

ທ່ານກ່າວ ຕໍ່ໄປວ່າ ຄົນງານລາວ 3 ຄົນນີ້ ຖືກທາງການລາວ ຕັ້ງໃຈລົງໂທດ ເພື່ອເອົາເປັນ ຕົວຢ່າງ ໃຫ້ຄົນລາວ ທີ່ໄປເຮັດວຽກ ຢູ່ ຕ່າງປະເທສ ຮູ້ວ່າ ຫາກອອກ ຄວາມຄິດຄວາມເຫັນ ຂັດຕໍ່ ແນວທາງ ຂອງຣັຖ ເມື່ອກັບຄືມມາ ປະເທສລາວ ຈະເປັນແນວໃດ.

ການຈັບຄົນງານ 3 ຄົນນີ້ ທ່ານ ຟິວ ໂຣເບິດສັນ ເວົ້າວ່າ ເປັນການ ກະທຳທີ່ ຂັດກັບສົນທິສັນຍາ ວ່າດ້ວຍ ສິດທິມະນຸດ ຊຶ່ງ ຣັຖບາລລາວ ກໍຮັບຮອງເອົາແລ້ວ. ດັ່ງນັ້ນ ຣັຖບາລລາວ ກໍຄວນປ່ອຍ 3 ຄົນນີ້ ໃຫ້ເປັນອິສຣະ ແລະຄວນປ່ອຍໃຫ້ ພວກເຂົາເຈົ້າ ມີສິດເສຣີພາບ ໃນການປາກເວົ້າ ແລະ ສະແດງອອກເຖິງ ຄໍາຄິດຄໍາເຫັນ. ດັ່ງທີ່ທ່ານ ໄດ້ກ່າວອີກວ່າ:

"ຢາກໃຫ້ຣັຖບາລລາວ ປ່ອຍຂະເຈົ້າ ທັນທີເລີຍ ຢາກໃຫ້ ຂະເຈົ້າ ໄດ້ກັບໄປຫາ ຄອບຄົວ ກັບບ້ານໄດ້ ໃຫ້ຂະເຈົ້າ ໄດ້ມີອິສຣະ ໃນ ການສື່ສານ ໃຫ້ຄວາມອິສຣະ ທີ່ຈະມີ ຄວາມຄິດ ທີ່ຈະຊ່ວຍງານ ຂອງຣັຖບາລໄດ້ ຟັງຄວາມຄິດເຫັນ ຂອງຂະເຈົ້າ ແລ້ວກໍເບິ່ງວິທີ ການປັບປຸງ ການເຮັດວຽກ ໃຫ້ດີຂຶ້ນ ບໍ່ຕ້ອງບັງຄັບ ເຖິງຂັ້ນວ່າ ທຸກຄົນ ຈະຕ້ອງຄິດ ຄືກັນກັບ ຣັຖບາລ".

ອົງການ ສິດທິມະນຸດ Human Rights Watch ເວົ້າວ່າ ໃນຣະຍະ ທີ່ຜ່ານມາ ສປປລາວ ເມີນເສີຍຕໍ່ການແກ້ໄຂ ໃນເຣຶ່ອງ ສິດທິ- ມະນຸດ. ບໍ່ໄດ້ມີ ແຕ່ສະເພາະ ຄົນງານລາວ 3 ຄົນເທົ່ານັ້ນທີ່ຖືກ ທາງການລາວ ຈັບກັກຂັງ ແລະ ຄົນອື່ນໆອີກຫຼາຍຄົນ ຮວມທັງ ທ່ານ ບຸນທັນ ທຳມະວົງ ແລະ ທ່ານ ສົມບັດ ສົມພອນ ກໍຕົກຢູ່ໃນ ຊະຕາກັມ ດຽວກັນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.