ສິດທິເດັກນ້ອຍລາວຈະຖືກ ທົບທວນ

ມະນີຈັນ
2015.05.22
f-image ສິດທິເດັກນ້ອຍລາວຈະຖືກ ທົບທວນ
RFA

ຄນະ ກັມການ ສິດທິ ເດັກນ້ອຍ ຂອງ ສະຫະ ປະຊາຊາດ, ຫລື CRC ຈະ ທົບທວນ ແກ້ໄຂ ບັນຫາ ການຄ້າ ຂາຍ ເດັກນ້ອຍ ໄປ ເປັນ ໂສເພນີ ເດັກ ແລະ ການ ກະທໍາ ອານາຈານ ຕໍ່ ເດັກນ້ອຍ ຢູ່ ສປປລາວ, ໃນ ວັນທີ 27 ພຶສພາ 2015 ນີ້. ພ້ອມດຽວ ກັນ ກໍ ຈະ ກວດກາ ເບິ່ງ ປວັດ ການເຂົ້າ ກ່ຽວຂ້ອງ ຂອງ ເດັກນ້ອຍ, ໃນ ຂໍ້ ຂັດແຍ່ງ ໂດຍ ໃຊ້ ອາວຸດ ຂອງ ລາວ ນໍາດ້ວຍ. ຕາມ ຣາຍງານ ຂ່າວ ຈາກ ນະຄອນ Geneva ປະເທດ Switzerland.

ຣັຖບານ ລາວ ໄດ້ ໃຫ້ ສັຕຍາບັນ ເຄື່ອງມື ທາງ ກົດໝາຍ 2 ສະບັບ, ເອີ້ນວ່າ ສັນຍາ ເພີ່ມ ຫລື ຕິດແນບ ກັບ ສົນທິ ສັນຍາ ວ່າດ້ວຍ ສິດທິ ເດັກນ້ອຍ, ຄື ສັນຍາ ກ່ຽວກັບ ການຄ້າ ຂາຍ ເດັກນ້ອຍ ໂສເພນີ ເດັກ ແລະ ການ ກະທໍາ ອານາຈານ ເດັກນ້ອຍ OPSC, ແລະ ອີກ ສັນຍາ ນຶ່ງ ກ່ຽວກັບ ການເອົາ ເດັກນ້ອຍ ເຂົ້າ ກ່ຽວຂ້ອງ ໃນ ຂໍ້ ຂັດແຍ່ງ ທີ່ ໃຊ້ ອາວຸດ OPAC. ດັ່ງນັ້ນ ຄນະ ກັມການ ສິດທິ ເດັກນ້ອຍ ຂອງ ສະຫະ ປະຊາຊາດ ຈຶ່ງ ກວດກາ ການ ປະຕິບັດ ຂອງ ສປປລາວ ໃນ ເຣື່ອງນີ້ ເປັນ ປະຈໍາ.

ການ ສົນທະນາ ຣະຫວ່າງ CRC ແລະ ຄນະ ຜູ້ແທນ ຣັຖບານ ສປປລາວ ຈະ ມີຂຶ້ນ ທີ່ Palais Wilson ໃນ ນະຄອນ Geneva ແຕ່ 10 ໂມງ ເຊົ້າ ຫາ 6 ໂມງ ແລງ ຫລື ແຕ່ 3 ໂມງ ແລງ ຫາ 11 ໂມງ ກາງຄືນ ຕາມ ເວລາ ໃນ ເມືອງ ລາວ.

ບັນຫາ ທີ່ຈະ ນໍາຂຶ້ນ ຫາລື ກັນ ກໍອາຈ ມີ ຮວມທັງ ກໍຣະນີ ການຄ້າ ຂາຍ ເດັກນ້ອຍ, ທີ່ ມີຣາຍງານ ນັ້ນດ ແລະ ໂດຍສະເພາະ ແລ້ວ ກໍແມ່ນ ເຣື່ອງ ເດັກນ້ອຍ ຊົນເຜົ່າ ທີ່ ຖືກ ບັງຄັບ ອອກ ແຮງງານ ແລະ ລ່ວງ ຣະເມີດ ທາງເພດ ຮວມ ຢູ່ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.