ສະຫະຣັດຖາມເຣື້ອງ ທ.ສົມບັດ


2013.02.20
F-Daniel B ທ່ານ Daniel Baer ຮອງຜູ້ຊ່ອຍ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ຫ້ອງການ ປະຊາທິປະຕັຍ ສິດທິມະນຸດ ແລະ ແຮງງານ
Human_rights Europe

ສະຫະຣັຖ ອະເມຣິກາ ກົດດັນ ຣັຖບານລາວ ກ່ຽວກັບ ການ ຫາຍສາບສູນ ຂອງ ນັກເຄື່່ອນໄຫວ ເພີ້ມອີກ.

ໃນວັນຈັນ ທາງທູຕ ດ້ານ ສິດທິມະນຸດ ສະຫະຣັຖ ໄດ້ຮຽກຮ້ອງ ຣັຖບານລາວ ອີກເທື່ອໃຫມ່ ກ່ຽວກັບ ການໃຫ້ຂໍ້ມູນ ການຫາຍໄປ ຂອງ ທ່ານສົມບັດ ສົມພອນ ມາເປັນເວລາ 2 ເດືອນແລ້ວ ແລະວ່າ ກໍຣະນີ ດັ່ງກ່່າວ ສ້າງຄວາມ ຢ້ານກົວ ໃຫ້ແກ່ ປະຊາຊົນ ໃນລາວ.

ທ່ານ ສົມບັດ ສົມພອນ ອາຍຸ 62 ປີ ຜູ້ສ້າງຕັ້ງ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ເພື່ອການພັທນາ ທີ່ຍືນຍົງ ໃນລາວ ໄດ້ ຫາຍສາບສູນໄປ ໃນມື້ວັນທີ 15 ທັນວາ ທີ່ ນະຄອນຫລວງ ວຽງຈັນ ໃນຕອນຂີ່ຣົຖ ກັບບ້ານ ຫລັງຈາກ ເລີກງານ. ກ້ອງ ວົງຈອນປິດ ສະແດງ ໃຫ້ເຫັນວ່າ ທ່ານສົມບັດ ຖືກເຈົ້າຫນ້າທີ່ ນອກເຄື່ອງແບບ ສອງຄົນ ເອົາໂຕອອກໄປ ຈາກສະຖານີ ຕຳຣວດ ຫລັງຈາກ ທີ່ຣົຖຂອງທ່ານ ຖືກກັກ.

ທ່ານ Daniel Baer ຮອງ ຜູ້ຊ່ອຍ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ຫ້ອງການ ປະຊາທິປະຕັຍ ສິດທິມະນຸດ ແລະ ແຮງງານ ໄດ້ກ່າວຕໍ່ ສຳນັກຂ່າວ AFP ທາງ ໂທລະສັບ ຈາກ ນະຄອນຫລວງ ວຽງຈັນ ຫລັງຈາກໄດ້ ໂອ້ລົມ ກັບຮອງ ຣັຖມົນຕຣີ ຕ່າງປະເທດ ສປປລາວ ວ່າ ມັນເປັນຫນ້າ ອຶດອັດໃຈ ທີ່ສຸດ ທີ່ວ່າພວກເຮົາ ບໍ່ໄດ້ຮັບ ຄວາມຄືບຫນ້າ ໃນການ ສືບສວນ ໃນບັນຫາ ດັ່ງກ່າວ ແຕ່ທ່ານຫມັ້ນໃຈ ທາງການລາວ ສືບສວນ ກ່ຽວກັບ ເລື້ອງນີ້ ທ່ານສະແດງ ຄວາມເສັຽໃຈ ທີ່ທ່ານ ບໍ່ສາມາດ ໄດ້່ພົບກັບ ເຈົ້າຫນ້າທີ່ ຈາກ ກະຊວງ ຮັກສາ ຄວາມປອດພັຍ ຂອງລາວ ຈັກຄົນ ໃນການໄປ ສປປລາວ ຂອງທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.