ຄຣູອາສາຢຸດສອນນັກຮຽນ

ສິດນີ
2015.11.19
F-teacher ຄຣູສອນໜັງສື ໃນເຂດຊົນນະບົດ ຂອງລາວ ທີ່ໄດ້ການອຸປຖັມ ອົງການ ສາສນາຄຣິສຕຽນ
Christian Reformed World Relief Committee (CRWRC)

ເຈົ້າຫນ້າທີ່ ທ້ອງຖິ່ນ ແຂວງວຽງຈັນ ທ່ານນຶ່ງ ເວົ້າວ່າ ນາຍຄຣູ ອາສາສມັກ 3 ຄົນ ຢູ່ ໂຮງຮຽນ ປະຖົມ ບ້ານປາກຊາວ ເມືອງ ໝື່ນ ແຂວງ ວຽງຈັນ ຢຸດ ສອນ ນັກຮຽນ ມາໄດ້ 1 ອາທິດ ແລ້ວ.

ເນື່ອງຈາກ ພວກຂະເຈົ້າ ໄດ້ ຮຽກຮ້ອງ ຄວາມເຫັນໃຈ ຈາກ ກະຊວງ ສຶກສາ ໃຫ້ ບັນຈຸ ຂະເຈົ້າ ເຂົ້າເປັນ ພະນັກງານ ຣັຖກອນ  ຊື່ງ ພວກຂະເຈົ້າ ໄດ້ ສອນ ນັກຮຽນ ຢູ່ທີ່ນັ້ນ ມາເປັນ ເວລາ 3 ປີ ແລ້ວ ແຕ່ຍັງບໍ່ ຖືກບັນຈຸ ເຂົ້າເປັນ ພະນັກງານ ຣັຖກອນ ເທື່ອ. ດັ່ງ ທ່ານ ກ່າວວ່າ:

"ອາທີດນີ້ ບໍ່ມີ ຄຣູສອນ ຄຣູ ອາສາສມັກ ພວກນີ້ ສອນມາໄດ້ ປີ ທີສາມ ແລ້ວ, ແລ້ວໂຕເລກ ຣັຖກອນ ມາແຕ່ແຂວງ ແລ້ວ ມັນ ບໍ່ມີຊື່ ຂະເຈົ້າ ຈັກຄົນ ຢາກໄດ້ ຄວາມເປັນທັມ ຫັ້ນແຫຼະ, ຜົນງານ ກະດີເດັ່ນ ແລ້ວ ພວກທີ່ ບໍ່ໄດ້ ສອນ ພວກທີ່ ຈົບ ໂຮງຮຽນ ມາໃຫມ່ໆ ແລ້ວ ກໍມີຣາຍຊື່ ຫມົດ".

ທ່ານວ່າ ຄຣູ ອາສາສມັກ ທັງສາມ ເປັນຄົນ ແຂວງ ວຽງຈັນ ໄດ້ມາສອນ ນັກຮຽນ ຢູ່ບ້ານ ປາກຊາວ ແບບບໍ່ມີ ເງີນ ເດືອນ ຕ້ອງໃຊ້ ເງິນ ຕົນເອງ ໃນ ການຢູ່ກິນ ໂດຍອາສັຍ ບ້ານພັກ ທີ່ ຊາວບ້ານ ສ້າງໃຫ້ ເປັນບ່ອນຢູ່.

ພວກຂະເຈົ້າ ໄດ້ຕັ້ງໃຈ ສິດສອນ ຈົນເປັນ ທີ່ ຮັກແພງ ຂອງ ນັກຮຽນ ແລະ ຊາວບ້ານ ເພາະ ມີຄວາມ ຫວັງຢາກເປັນ ຣັຖກອນ ໄດ້ທັງເງີນ ເດືອນ ແລະ ຄ່າ ສວັດດີການ ຕ່າງໆ ແຕ່ບໍ່ມີ ພາກສ່ວນ ໃດ ເຫັນຄວາມ ຕັ້ງໃຈ ຂອງ ພວກຂະເຈົ້າ.

ການຢຸດສອນ ນັກຮຽນ ຂອງ ພວກຂະເຈົ້າ ເຮັດໃຫ້ ນັກຮຽນ ກວ່າ 40 ຄົນ ຕ້ອງໄດ້ຢຸດ ການຮຽນ ພໍ່ແມ່ ນັກຮຽນ ຫວັງວ່າ ພວກຂະເຈົ້າ ຈະໄດ້ຮັບ ຄວາມເປັນທັມ ແລະ ກັບມາ ສອນ ນັກຮຽນ ໃນໄວໆນີ້.

ນອກຈາກນີ້ ຍັງມີ ຣາຍງານວ່າ ຜ່ານມາ ມີຄຣູ ອາສາສມັກ ກວ່າ 60 ຄົນ ໃນ ສັດສ່ວນ 70% ຂອງຄຣູ ອາສາສມັກ ທັງຫມົດ ທີ່ ເມືອງ ຫມື່ນ ຈະລາ ອອກຈາກ ການ ສິດສອນ ຫາກຂະເຈົ້າ ບໍ່ຖືກ ບັນຈຸ ເຂົ້າເປັນ ນາຍຄຣູ ແບບຖາອນ, ຊຶ່ງ ຈະເຮັດໃຫ້ ນັກ ຮຽນ ຈຳນວນ 1200 ຄົນ ຂາດ ຄຣູສອນ.

ກ່ຽວກັບ ບັນຫາ ດັ່ງກ່າວ ເຈົ້າຫນ້າທີ່ ກະຊວງ ສຶກສາ ກໍ ປະຕິເສດ ວ່າ ບໍ່ມີຂ່າວ ການຢຸດສອນ ຈາກ ຄຣູ ອາສາ ແຕ່ຢ່າງໃດ ດັ່ງທ່ານ ກ່າວວ່າ:

"ຍັງບໍ່ທັນ ແຈ້ງເດີວ່າ ເພິ່ນ ຢຸດສອນ ເຂົາກໍຣາຍງານ ມາວ່າງນີ້ນະ ກໍຄືວ່າບໍ່ໄດ້ ຢຸດ ແນວນັ້ນ ຍັງດຳເນີນ ເຮັດໄປຢູ່ ບໍ່ທັນໄດ້ ຍີ່ນ ເທື່ອ ອັນນີ້ນະ".

ມີລາຍງານ ຕື່ມອີກວ່າ ລ່າສຸດ ກະຊວງ ສຶກສາ ກໍຮູ້ ກ່ຽວກັບ ເຣື້ອງນີ້ ແລະ ກໍພ້ອມ ທີ່ຈະສົ່ງ ເຈົ້າຫນ້າທີ່ ໄປ ໂອ້ລົມ ກັບ ນາຍຄຣູ ອາສາສມັກ ຢູ່ ເມືອງຫມື່ນ ໃນໄວໆນີ້ ເພື່ອຫາລື ຂໍ້ຕົກລົງ ແລະ ໃຫ້ ຄວາມເປັນທັມແກ່ ຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.