ວຽດນາມເຂົ້າມາຢູ່ລາວ ຫຼາຍຂຶ້ນ

ຈໍາປາທອງ
2017.03.26
f-vt ປ້າຍໂຄສະນາ ຮ້ານຄ້າ ຂອງຊາວວຽດນາມ ໃນນະຄອນຫຼວງວຽງຈັນ
RFA

ຫລາຍປີມານີ້ປາກົດວ່າ ຊາວວຽດນາມ ເປັນຈຳນວນຫຼວງຫຼາຍ ເຂົ້າມາຕັ້ງຖິ່ນຖານ ແລະ ທຳມາຫາກິນ ທັງຖືກຕ້ອງຕາມກົດໝາຍ ແລະ ຜິດກົດໝາຍ ຢູ່ໃນທຸກແຂວງຂອງລາວ ແລະ ມີຈຳນວນຫລາຍຂຶ້ນ ນຳເລື້ອຍໆ ແມ່ນແຕ່ ໃນເມືອງນ້ອຍໆ, ຕົວຢ່າງເມືອງຊຽງເງິນ ແຂວງ ຫຼວງພຣະບາງ ກໍຢາກວ່າ ຢູ່ແຕ່ລະບ້ານ ກໍມີໝົດ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິນາ ນີ້ວ່າ:

"ຢ່າງວ່າແຕ່ລະບ້ານ ກໍຢາກມີໝົດນໍ ຂະເຈົ້າກໍມາ ມາຫັ້ນກໍມາແຕ່ດົນແລ້ວ ແຕ່ວ່າມາບາງຄົນຫັ້ນ ກໍມາປະມານ 4-5 ປີ 6-7 ປີ ມາແລ້ວ ກໍມາຕັ້ງຮ້ານ ມາເຊົ່າເຮືອນ ມາຫຍັງຢູ່ ບາງຄົນ ກໍໄດ້ເມັຽລາວ ບາງຄົນ ກໍແມ່ນຄອບຄົວ ວຽດນາມ ຫັ້ນເລີຍ ມາຫາເງິນຈັ່ງຊີ້ ບາງເທື່ອ ກໍຜົວ ກໍເປັນສ້ອມແປງ ຣົດຈັກອີ່ຫຍັງຊີ້ ປະມານນີ້ ໜິນະ".

ນາງເວົ້າວ່າຄົນວຽດນາມ ທີ່ເຂົ້າມາຢູ່ເມືອງຊຽງເງິນ ນີ້ສ່ວນໃຫຍ່ ຈະເລີ້ມຕົ້ນເປັນ ກຳມະກອນ ບາງຄົນກໍມາເປັນ ພໍ່ຄ້າແມ່ຄ້າ ເລາະຊື້ ເຄື່ອງຂອງເກົ່າຕາມບ້ານ ເມື່ອມາຢູ່ ໄດ້ລະຍະນຶ່ງແລ້ວ ກໍມັກຈະຊັກຊວນ ຍາດຕິພີ່ນ້ອງມາຈາກ ປະເທດວຽດນາມ ເຂົ້າມາຢູ່ນຳ ຂນະທີ່ ຈຳນວນນຶ່ງ ກໍເອົາຜົວເອົາເມັຽລາວ ແບບບໍ່ໄດ້ ຈົດທະບຽນຕາມຣະບຽບ ກົດໝາຍ ມີລູກມີເຕົ້າ ໂດຍບໍ່ຄິດ ຈະກັບຄືນໄປ ວຽດນາມ ອີກ.

ນາງກ່າວຕື່ມວ່າ ຊາວວຽດນາມ ທີ່ມາຕັ້ງຖິ່ນຖານ ຖາວອນ ແລະທຳມາຫາກິນ ຢູ່ເມືອງຊຽງເງິນ ນີ້ກໍເຮັດໃຫ້ ປະຊາຊົນລາວ ໃນພື່ນທີ່ ບໍ່ພໍໃຈ ໃນຫຼາຍເຣຶ່ອງ ເປັນຕົ້ນເຣຶ່ອງ ເປີດຮ້ານຕ່າງໆ ຮວມທັງຮ້ານ ເສີມສວຍ, ຮ້ານແປງຣົດແຂ່ງ ຄົນລາວ:

"ວຽດນາມາສ່ວນຫຼາຍກໍມີແຕ່ວ່າ ມາເຮັດຮ້ານເສີມສວຍ ແລ້ວກໍສ້ອມແປງ ບ່ອນໃດທີ່ວ່າ ສະຖານທີ່ເໝາະສົມ ແລ້ວຂະເຈົ້າກໍເລືອກເຊົ່າ ແລ້ວກໍເປີດຮ້ານ ເບິ່ງໄປແງ່ນຶ່ງ ກໍຂະເຈົ້າມາແລ້ວ ແບບວ່າ ເຮັດໃຫ້ອາຊີບ ບ່ອນນຶ່ງ ອາຊີບນີ້ ນີ້ແຫລະນໍ ຄັນຖ້າຄົນລາວ ເຮັດກໍໄດ້ ຮ້ານຄົນລາວ ກໍມີແຕ່ວ່າ ວຽດນາມ ມາແລ້ວກໍເຂົາເຈົ້າ ກໍແຍ້ງລູກຄ້າ ອີ່ຫຍັງ ປະມານນີ້".

ປັດຈຸບັນຖືວ່າຊາວວຽດນາມ ເຂົ້າມາຢູ່ປະເທດລາວ ຫຼາຍຂຶ້ນນຳເລື້ອຍໆ ແມ່ນແຕ່ຢູ່ ເມືອງນ້ອຍໆກໍມີຫຼາຍ ແລະຄາດວ່າ ຈະມີຈຳນວນ ເພີ້ມຂຶ້ນ ນຳເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.