ຄນະນໍາການປະທ້ວງຮົງກົງ ຈະ ໄປ ປັກກິ່ງ

ຈໍາປາທອງ
2014.11.14
F-image2 ຄນະຜູ້ນໍາ ການປະທ້ວງ ເພື່ອ ປະຊາທິປະໄຕ ໃນຮົງກົງ ຈະໄປ ກຸງປັກກິ່ງ
RFA

 

ບັນດາ ຜູ້ນໍາ ການ ປະທ້ວງ ເພື່ອ ປະຊາທິປະຕັຍ ຮົງກົງ ກ່າວວ່າ ພວກຕົນ ຈະໄປ ປັກກິ່ງ ນະຄອນ ຫລວງ ຂອງຈີນ ໃນ ວັນທີ 15 ພຶສຈິກາ ໂດຍ ຫວັງວ່າ ຈະນໍາເອົາ ຄວາມ ຕ້ອງການ ໃນການ ປະຕິຮູບ ການເມືອງ ຂອງ ພວກຕົນ ສເນີຕໍ່ ທາງການ ຈີນ, ແຕ່ ກໍຍັງ ກັງວົນນໍາ ວ່າ ພວກຕົນ ຈະໄດ້ ຮັບ ອະນຸຍາດ ໃຫ້ເຂົ້າ ໄປ ແຜ່ນດິນໃຫຍ່ ຫລື ບໍ່. ຕາມຣາຍງານ ຂອງ ອົງການ ຂ່າວ AFP ໃນ ວັນທີ 13 ພຶສຈິກາ 2014 ນີ້.

ພວກ ປະທ້ວງ ທີ່ນໍາພາ ໂດຍ ສະຫະພັນ ນັກສຶກສາ ຮົງກົງ ພາ ກັນ ປິດກັ້ນ ທາງແຍກ ສໍາຄັນ ຫລາຍແຫ່ງ ໃນ ຮົງກົງ ມາໄດ້ ເດືອນ ກວ່າແລ້ວ ເພື່ອ ກົດດັນ ໃຫ້ ທາງການ ຮັບເອົາ ຄໍາສເນີ ຂອງ ພວກ ເຂົາເຈົ້າ ໃນການ ເຮັດໃຫ້ການ ເລືອກຕັ້ງ ຜູ້ນໍາ ຮົງ ກົງ ຄົນຕໍ່ໄປ ນັ້ນ ເປັນໄປແບບ ເສຣີ ຢ່າງ ເຕັມສ່ວນ.

ການ ເຈຣະຈາ ກັບ ຣັຖບາລ ຮົງກົງ ລົ້ມແຫລວ ທີ່ ມີມາເກືອບ ເຖິງ ເດືອນ ນັ້ນ ນໍາໄປສູ່ ການແກ້ໄຂ ບັນຫາ ບໍໄດ້ ແລະ ພວກ ຜູ້ນໍາພາ ການປະທ້ວງ ມີແຜນ ທີ່ຈະ ເດີນ ທາງໄປ ກຸງປັກກິ່ງ ຜ່ານ ອໍານາດ ການປົກຄອງ ຮົງກົງ ທີ່ ນິຍົມ ຈີນ.

ໃນ ຖແລງການ ຂອງ ພວກ ປະທ້ວງ ທີ່ເຜີຍແພ່ ໃນຕອນແລງ ຂອງ ວັນພະຫັດ ນີ້ ເວົ້າວ່າ “ສະຫະພັນ ນັກສຶກສາ ຮົງກົງ ຈະໄປ ກຸງ ປັກກິ່ງ ຊຶ່ງເປັນ ທີ່ເພິ່ງ ສຸດທ້າຍ ແລະ ບໍ່ໄດ້ ທ້າທາຍ ອໍານາດ ການປົກຄອງ ປັກກິ່ງ ແລະ ຈະບໍ່ເປັນ ອັນຕລາຍ ຕໍ່ ປະເທສ ນຶ່ງ ທີ່ ມີ ສອງຣະບົບ”.

ຮົງກົງ ເປັນ ອາດີດ ເມືອງຂຶ້ນ ຂອງ ປະເທສ ອັງກິດ ນັ້ນ ໄດ້ຖືກມອບ ສົ່ງ ຄືນ ໃຫ້ຈີນ ໃນປີ 1997 ພາຍໃຕ້ ຫລັກການ “ປະເທດດຽວ, ສອງຣະບົບ” ຊຶ່ງ ສັນຍາ ວ່າ ຈະ ຮັກສາ ຣະບົບ ເສຖກິດ ແລະ ສັງຄົມ ຂອງ ຮົງກົງ ເອົາໄວ້ ຈົນເຖິງ ປີ 2047, ແຕ່ຈີນ ບໍ່ຫົວຊາ ຕໍ່ ສັນຍາ ທີ່ ໄດ້ລົງນາມ ກັນ ແລ້ວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.