ກອງປະຊຸມສຸດຍອດ ເອເຊັຽ ປາຊີຟິກ

ໄມຊູລີ
2014.11.11
F-apac ທີ່ກຸງປັກກິ່ງ: ຜູ້ນໍາໃຕ້ຫວັນ ທ່ານ Vincent Siew (ຜູ້ທີສອງຊ້າຍມື) ພ້ອມພັລຍາ ມາດາມ Susan Chu (ຊ້າຍສຸດ) ຖືກຕ້ອນຮັບໂດຍ ທ່ານ Xi Jinping ຜູ້ນໍາ ສປຈີນ ພ້ອມພັລຍາ ມາດາມ Peng Liyuan.
AFP PHOTO/Greg BAKER

 

ບັນດ ຜູ້ນໍາ ຂອງໂລກ ຮ່ວມທັງ ປະທານາ ທິບໍດີ ບາຣັກ ໂອບາມາ ຂອງ ສະຫະຣັຖ ອະເມຣິກາ ແລະ ປະທານ ປະເທດ ຈີນ ທ່ານ ຊີ ຈິນປິງ ແລະ ນາຍົກ ຣັຖມົນຕຣີ ຍີ່ປຸ່ນ ຊິນໂຊ ອາເບ ມະຫາອໍານາດ ເສຖກິດ ໂລກ ເປັນນຶ່ງ ໃນ ບັນດາ ຜູ້ນໍາໂລກ ທີ່ ເດີນທາງ ມາ ຮ່ວມ ກອງ ປະຊຸມ ສຸດຍອດ ປະຈໍາ ປີ ເວທີ ການ ຮ່ວມມື ດ້ານ ເສຖກິດ ເອເຊັຽ ປາຊີຟິກ ຫລື ເອເປັກ ເປັນເວລາ 2 ວັນ ໂດຍເລີ້ມ ແຕ່ ວັນຈັນ ວັນທີ່ 10 ຮອດ ວັນ ອັງຄານ ວັນທີ່ 11 ພຶສຈິກາ ທີ່ ກຸງ ປັກກິ່ງ.

ໃນການ ປະຊຸມ ເທື່ອນີ້ ຈີນ ຕ້ອງການ ຢາກ ໃຫ້ ກອງປະຊຸມ ປະເທດ ສະມາຊິກ ເອເປັກ 21 ປະເທດ ຮັບຮອງ ເອົາຂໍ້ ສະເໜີ ໂຄງ ຮ່າງ ຕັ້ງການ ຄ້າເສຣີ ເອເຊັຽ-ປາຊີຟິກ ຫຼືວ່າ FTAAP  ຊຶ່ງ ເປັນຄວາມຄິດ ລວມ ສໍາລັບ ພູມີພາກ ແລະ ຈະສ້າງຕັ້ງ ໂຄງການ ອື່ນໆ ອີກ ຮ່ວມທັງ ໂຄງການ ລິເລີ້ມ ຄູ່ການຄ້າ ຂ້າມ ທະວີບ ເອເຊັຽ-ປາຊີຟິກ TPP ຂອງ ສະຫະຣັຖ ດ້ວຍ. ໂຄງການ ລິເລີ້ມ ຂອງ ສະຫະຣັຖ ນີ້ມີ 11 ປະເທດ ແລ້ວ ທີ່ ເຂົ້າຮ່ວມ.

ໃນຂນະ ດຽວກັນ 10 ປະເທດ ສະມາຊິກ ອາຊຽນ ກໍເປັນຄູ່ ເສຖກິດ ຮອບດ້ານ ໃນ ພູມີພາກ ຊຶ່ງ ຈະນໍາ ເອົາ 6 ປະເທດ ເຂົ້າມາ ເປັນ ຄູ່ຮ່ວມ ການຄ້າ ຮ່ວມທັງ  ຈີນ ຍີ່ປຸ່ນ ແລະ ອິນເດັຽ. APEC ມີຂນາດ ເສຖກິດ ກວມເອົາ 50 ສ່ວນຮ້ອຍ ຂອງ ຜົນຜລິດ ລວມຍອດ ຂອງ ໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.