8 ພຶສຈິກາ ວັນເລືອກຕັ້ງຢູ່ ພະມ້າ

ສິດນີ
2015-11-03
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
 8 ພຶສຈິກາ ວັນເລືອກຕັ້ງຢູ່ ພະມ້າ
8 ພຶສຈິກາ ວັນເລືອກຕັ້ງຢູ່ ພະມ້າ
Wikipedia

ການ ເລືອກຕັ້ງ ແບບ ເສຣີ ເທື່ອ ທຳອິດ ໃນ ພະມ້າ ຫລັງຈາກ ຖືກ ປົດແອກ ຈາກ ການ ປົກຄອງ ຂອງ ກຸ່ມ ຜະເດັດການ ທະຫານ ມາເປັນ ເວລາ ຫຼາຍ ທົສວັດ ໃນ ມື້ ວັນທີ 8 ພືສຈິກາ ປີນີ້, ນັກ ສັງເກດການ ຕ່າງຊາດ ຍັງ ເປັນຫ່ວງ ຢູ່ວ່າ ຈະມີ ຄວາມ ໂປ່ງໄສ ແລະ ເສຣີ ໜ້ອຍ ຫຼາຍ ປານໃດ. ບັນຫາ ໃຫຍ່ໆ ທີ່ ກຸ່ມນັກ ສັງການ ຈາກ ຕ່າງຊາດ ເປັນຫ່ວງ ກໍແມ່ນ:

1-ຄນະ ກັມມາທິການ ຄວບຄຸມ ການ ເລືອກຕັ້ງ ໃນ ພະມ້າ ໄດ້ ຍົກເລີກ ການ ປ່ອນບັດ ໃນຫຼາຍ ໝູ່ບ້ານ ໃນ ອາທີດ ທີ່ ຜ່ານມາ ໃຫ້ ເຫດຜົລ ວ່າບໍ່ມີ ຄວາມ ປອດພັຍ ແລະ ເປັນພື້ນທີ່ ທີ່ ກັນດານ, ຍັງມີ ການສູ້ຣົບ ກັບ ກຸ່ມ ປະກອບ ອາວຸດ ຊົນ ກຸ່ມນ້ອຍ ຢູ່ ບາງຄັ້ງ ບາງຄາວ ພ້ອມທັງ ເປັນ ພື້ນທີ່ ຫ່າງໄກ ສອກຫລີກ ການ ເດີນທາງ ໄປ ກວດກາ ແລະ ຄວບຄຸມ ການເລືອກຕັ້ງ ກໍບໍ່ ສະດວກ ສະບາຍ. ຊື່ງ ເຫດຜົລ ດັ່ງກ່າວ ຫາກໍ ປະກາດ ອອກ ກ່ອນ ການ ເລືອກຕັ້ງ ບໍ່ພໍ ເທົ່າໃດມື້, ເປັນຫຍັງ ຈືຶ່ງບໍ່ ອອກຂໍ້ຫ້າມ ກ່ອນຫນ້າ ນີ້.

2-ກຸ່ມ ປະກອບ ອາວຸດ ຊົນ ກຸ້ມນ້ອຍ ທີ່ ຕ້ານ ຣັຖບານ ມາເປັນ ເວລາ ດົນນານ ຫຼາຍກຸ່ມ ຍັງບໍ່ໄດ້ ລົງນາມ ຢຸດຍິງ ຫລື ການສງົບ ເສິກ ກັບ ຣັຖບານ ເທື່ອ, ບາງກຸ່ມ ຍັງມີການສູ້ ຣົບ ກັບ ກຳລັງ ທະຫານ ຂອງ ຣັຖບານ ຢູ່ ດັ່ງກຸ່ມ ກາຊິນ ທາງ ພາກເຫນືອ ກຸ່ມ ມອນ ກຸ່ມກາຣ່ຽງ ແລະ ກຸ່ມເລັກ ກຸ່ມນ້ອຍ ປະມານ 6 ກຸ່ມ, ກຸ່ມ ດັ່ງກ່າວ ອາດສ້າງ ບັນຫາ ໃຫ້ ແກ່ ພະມ້າ ໃນຊ່ວງ ການ ເລືອກຕັ້ງ ຍ້ອນວ່າ ຣັຖບານ ພະມ້າ ບໍ່ຍອມຮັບ ຂໍ້ສເນີ ກ່ຽວກັບ ການເລືອກຕັ້ງ ຂອງ ພວກຂະເຈົ້າ ໃນການ ເຈຣະຈາ ກັບ ຣັຖບານ.

3-ບັນຫາ ຄວາມຂັດແຍ່ງ ທາງ ສາສນາ ຊື່ງ ຊາວພຸດ ຍັງ ບໍ່ຍອມ ຮັບການ ເປັນ ສັນຊາດ ຂອງ ຊາວມຸສລິມ ໂຣຮິນຢາ ຢູ່, ດັ່ງ ໃນເຂດ ຣາຄີນ ແລະ ເຂດອື່ນໆ ໃນ ພະມ້າ ທີ່ ມີ ປະຊາກອນ ຊາວມຸສລິມ. ຊາວມຸສລີມ ພະມ້າ ຍັງ ບໍ່ມີສິດ ໃນການ ເລືອກຕັ້ງ ແລະ ສົ່ງ ຕົວແທນ ເຂົ້າມາ ແຂ່ງຂັນ ການ ເລືອກຕັ້ງ ໃນ ພະມ້າ ເທື່ອ ສະພາບ ຄວາມ ເຄັ່ງຕຶງ ດັ່ງກ່າວ ຈະຖືວ່າ ເປັນການ ເລືອກຕັ້ງ ທີ່ ເສຣີ ແລະ ປະຊາ ທິປະຕັຍ ໄດ້ ຢ່າງໃດ.

4-ນັກ ສັງເກດການ ເລືອກຕັ້ງ ບໍ່ ສາມາດ ເຂົ້າໄປ ກວດກາ ການ ເລືອກຕັ້ງ ໃນ ພື້ນທີ່ ທະຫານ ຄວບຄຸມ ດັ່ງ ຢູ່ຄ້າຍ ທະຫານ ແລະ ໃນ ຫມູ່ບ້ານ ທີ່ ມີການ ຄວບຄຸມ ຈາກ ກຸ່ມ ທະຫານ.

5-ພັກ ຝ່າຍຄ້ານ ກໍບໍ່ ສາມາດ ເຂົ້າໄປ ໂຄສະນາ ຫາສຽງ ເລືອກຕັ້ງ ໃນເຂດ ຄຸ້ມຄອງ ຂອງ ທະຫານ ໄດ້ ມີແຕ່ຜູ້ ແຂ່ງຂັນ ຈາກ ກຸ່ມ ທະຫານ ເທົ່ານັ້ນ ເພາະ ຜູ້ປ່ອນບັດ ສ່ວນໃຫຍ່ ແມ່ນ ທະຫານ ກໍແນ່ນອນ ວ່າ ຈະ ເລືອກເອົາ ທະຫານ ຫຼາຍກວ່າ,

6-ການ ຂົນສົ່ງ ຫີບ ປ່ອນບັດ ຫລັງຈາກ ການ ເລືອກຕັ້ງ ກໍຍັງ ບໍ່ມີກົດ ຣະບຽບ ແນ່ນອນ ໂດຍ ສະເພາະ ຫີບ ບັດ ຈາກ ແຂວງ ເມືອງ ແລະ ບ້ານເຂດ ຊົນນະບົດ ບາງແຫ່ງ ເຈົ້າຫນ້າທີ່ ຄວບຄຸມ ການ ເລືອກຕັ້ງ ກໍບໍ່ ສາມາດ ເຂົ້າໄປເຖິງ ຮວມທັງ ນັກ ສັງເກດການ ຕ່າງຊາດ ຈະ ບໍ່ມີການ ສັບປ່ຽນ ຫີບ ບ່ອນບັດ ບໍ ຫຼື ຢ່າງໃດ.

7- ການນັບ ຄະແນນສຽງ ຫລັງຈາກ ການເລືອກຕັ້ງ ນັ້ນ ກໍຍັງ ສັບສົນ ກັນຢູ່ ຣະຫວ່າງ ເຈົ້າຫນ້າທີ່ ຣັດ ອົງການ ຈັດຕັ້ງ ທາງສັງຄົມ ແລະ ກຸ່ມ ທະຫານ ແລະ ບັນຫາ ອື່ນໆ.

ສິ່ງ ດັ່ງກ່າວ ທັງຫມົດ ນີ້ ແມ່ນ ບັນຫາ ແລະ ຄວາມເປັນຫ່ວງ ຂອງ ກຸ່ມ ນັກ ສັງເກດການ ຕ່າງຊາດ ກ່ຽວກັບ ການເລືອກຕັ້ງ ໃນ ພະມ້າ ເທື່ອນີ້. ດັ່ງ ນັກ ປັນຍາຊົນ ພະມ້າ ທ່ານນຶ່ງ ກ່າວ ກ່ຽວກັບ ການ ເລືອກຕັ້ງ ໃນ ພະມ້າ ວ່າ ປະຊາຊົນ ວິຈານ ຢ່າງຫນັກ ກ່ຽວກັບ ບັນຊີ ລາຍຊື່ ຜູ້ທີ່ມີ ສິດ ເລືອກຕັ້ງ ເປັນ ສິ່ງ ສຳຄັນ ບາງຄົນ ບໍ່ມີຊື່ ການເລືອກຕັ້ງ ໃນເຂດ ບ້ານ ຂອງຕົນ ບາງ ກໍຣະນີ ຍັງມີຊື່ ຄົນຕາຍ ແລ້ວ ຢູ່ ໃນບັນຊີ ຢູ່ ແລະ ຄົນ ທີ່ຍ້າຍອອກ ຈາກບ້ານ ແລ້ວ ກໍຍັງມີ ຊື່ ໃນ ບັນຊີ ປະຊາຊົນ ຄິດວ່າ ເຈົ້າຫນ້າທີ່ ຣັດ ຕ້ອງການ ໃຊ້ ຊື່ຄົນ ດັ່ງກ່າວ ໃນການ ນັບ ຄະແນນ ສຽງ.

ທ່ານ ຍັງບອກ ອີກວ່າ ການເລືອກຕັ້ງ ໃນ ພະມ້າ ຈະບໍ່ເປັນ ການເລືອກຕັ້ງ ທີ່ ໂປ່ງໄສ ແລະ ເສຣີ  ຍັງ ມີບັນຫາ ຫລາຍຢູ່ ນອກຈາກ ບັນຫາ ຂ້າງເທິງ ນີ້. ຕົວຢ່າງ ຣາຍຊື່ ຜູ້ມີສິດ ປ່ອນບັດ ຈາກ ແຂວງ ເມືອງ ແລະ ບ້ານ ຕ່າງໆ ຫຼາຍຄົນ ກໍບໍ່ມີ ຊື່ ບາງຄົນ ມີຊື່ ຢູ່ບ້ານອື່ນ ເມືອງອື່ນ ກໍມີ, ຫຼາຍຄົນ ບໍ່ມີສີດ ປ່ອນບັດ ເພາະ ບໍ່ມີບັດ ປະຈຳຕົວ ຍ້ອນເຫດ ນ້ຳຖ້ວມ ປີ ທີຜ່ານມາ.

ພື້ນທີ່ ບາງແຫ່ງ ບໍ່ມີການ ສູ້ຣົບກັນ ແລະ ບໍ່ແມ່ນ ເຂດ ຄຸ້ມຄອງ ຂອງ ກຸ່ມ ປະກອບ ອາວຸດ ຊົນ ກຸ່ມນ້ອຍ ກຸ່ມ ທະຫານ ກໍ ປະກາດ ເປັນເຂດ ປອດ ການເລືອກຕັ້ງ. ເຈົ້າຫນ້າທີ່ ຄວບຄຸມ ການ ເລືອກຕັ້ງ ຈາກ ພະມ້າ ແລະ ຈາກ ຕ່າງຊາດ ມີ ຈຳນວນ ຫນ້ອຍ ບໍ່ສາມາດ ເບີ່ງແຍງ ການເລືອກຕັ້ງ ໃຫ້ ທົ່ວເຖິງ ໃນເຂດ ເລືອກຕັ້ງ ຫລາຍພັນ ແຫ່ງ ໃນ ທົ່ວ ປະເທດ ສ່ວນໃຫຍ່ ໃນເຂດ ຊົນນະບົດ ແລະ ຖຶກ ທະຫານ ຄຸ້ມຄອງ. ທ່ານ ກ່າວ ເພີ້ມວ່າ ໃນແຄວ້ນ ກາຈີນ ແລະ ຊານ ຄນະ ກັມມາທິການ ເລືອກຕັ້ງ ຍົກເລີກ ການ ປ່ອນບັດ ໃນ ເຂດນັ້ນ ຍ້ອນ ຄວາມ ບໍ່ປອດພັຍ ບ້ານ ບາງບ້ານ ໃນເຂດ ຊານ ແລະ ກາຣານ ຖືກ ຍົກເລີກ ການ ປ່ອນບັດ ແຕ່ ບໍ່ມີການ ສູ້ຣົບກັນ ໃນເຂດ ກາຣານ ແຕ່ຢ່າງໃດ.

ເຣື້ອງຣາວ ປະຫວັດ ຄວາມເປັນມາ ແບບສັ້ນໆ ກ່ຽວກັບ ການ ເລືອກຕັ້ງ ໃນ ພະມ້າ ກ່ອນ ຈະມີການ ເລືອກຕັ້ງ ແບບ ເສຣີ ໃນ ວັນທີ 8 ພືສຈິກາ ປີນີ້ ພະມ້າ ໄດ້ຜ່ານຜ່າ ອຸປສັກ ທາງດ້ານ ການເມືອງ ມາເປັນ ເວລາ ດົນນານ ເລີ້ມແຕ່ ການປົກຄອງ ແບບ ຜະເດັດການ ຂອງກຸ່ມ ທະຫານ ມາຫລາຍ ທົສວັດ ທີ່ ປະເທດ ຕາເວັນຕົກ ຂວ້າມບາດ ທາງດ້ານ ເສຖກິດ ຕໍ່ ພະມ້າ. ກຸ່ມ ນັກສຶກສາ ປະທ້ວງ ໃນ ປີ 1988 ແລະ ກໍຈົບລົງ ດ້ວຍການ ປາບປາມ ຢ່າງ ນອງເລືອດ ຈາກ ກຸ່ມ ທະຫານ ນັກສຶກສາ ຫຼາຍພັນ ຄົນ ເສັຽຊີວີດ ສ່ວນ ທີ່ເຫລືອ ກໍຖືກ ກັກຂັງ ໃສ່ຄຸກ ແບບ ທໍຣະມານ ແລະ ຫລາຍຄົນ ກໍເສັຽ ຊິວີດ ໃນຄຸກ.

ຍານາງ ອອງ ຊານ ຊູຈິ ຜູ້ທີ່ໄດ້ ຮຽກຮ້ອງ ປະຊາ ທິປະຕັຍ ໃຫ້ ແກ່ ພະມ້າ ດ້ວຍການ ສ້າງຕັ້ງພັກ ສັນນິບາດ ເພື່ອ ປະຊາ ທິປະຕັຍ ຂື້ນ ທີ່ ຮ່ວມດ້ວຍ ນັກ ປັນຍາຊົນ ແລະ ຊາວ ພະມ້າ ທົ່ວ ປະເທດ ກໍຖືກຂັງ ບໍຣິເວນ ເປັນ ເວລາ ສີບ ກວ່າປີ ທີ່ ບ້ານພັກ ຂອງ ຍານາງ, ສາມີ ຂອງ ຍານາງ ທີ່ເປັນຄົນ ອັງກິດ ກໍ ບໍ່ສາມາດ ເຂົ້າພົບ ນາງ ໄດ້ ຈົນເສັຽ ຊີວິດ ໃນ ທີ່ສຸດ.

ຍານາງ ໄດ້ ຮຽກຮ້ອງ ຕໍ່ ຊາວໂລກ ໃຫ້ ຊ່ອຍ ພະມ້າ ຫລຸດພົ້ນ ຈາກການ ປົກຄອງ ຂອງ ກຸ່ມ ຜະເດັດການ ທະຫານ. ໃນ ທີ່ສຸດ ປະເທດ ຕາເວັນຕົກ ແລະ ສະຫະຣັດ ກໍ ປະກາດ ຂວ້າມບາດ ທາງດ້ານ ເສຖກິດ ຕໍ່ ພະມ້າ ເພື່ອ ບີບ ບັງຄັບ ໃຫ້ ຣັຖບານ ຜະເດັດການ ທະຫານ ພະມ້າ ປ່ຽນແປງ ທາງດ້ານ ການເມືອງ ຍ້ອນ ຄວາມກົດດັນ ດັ່ງກ່າວ ມາເປັນ ເວລາ ຫຼາຍປີ ໃນທີ່ສຸດ ກຸ່ມ ຜະເດັດການ ທະຫານ ພະມ້າ ກໍປ່ອຍ ຍານາງ ອອງຊານຊູຈີ ອອກຈາກ ທີ່ ກັກຂັງ ບໍຣິເວນ ແລະ ແຕ່ງຕັ້ງ ທ່ານ ເຕັງເຊັງ ອະດີດ ນາຍພົລ ກອງທັບ ພະມ້າ ເປັນ ປະທານາທິບໍດີ ພະມ້າ ຄົນ ທຳອິດ ເພື່ອ ປະທິຮູບ ການປົກຄອງ ໃນ ພະມ້າ ອະດີດ ຜູ້ນຳ ຝ່າຍ ທະຫານ ຂອງ ພະມ້າ ຫລາຍຄົນ ກໍລາອອກ ຈາກ ຕຳແຫນ່ງ ເຂົ້າມາ ສມັກ ເລືອກຕັ້ງ ແລະ ການເລືອກຕັ້ງ ສະມາຊິກ ສະພາ ຄັ້ງທຳອິດ ໃນ ພະມ້າ ກໍມີຂຶ້ນ ໃນ ປີ 2012 ແຕ່ບໍ່ເປັນ ປະຊາທິຕັຍ ເທົ່າທີ່ຄວນ ຍ້ອນວ່າ ທີ່ ນັ່ງ 1 ສ່ວນ 4 ໃນ ສະພາ ນັ້ນ ສງວນໄວ້ ສຳລັບ ກຸ່ມ ທະຫານ ໂດຍ ບໍ່ຜ່ານການ ເລືອກຕັ້ງ ຍ້ອນ ກົດຫມາຍ ພະມ້າ ສະບັບເກົ່າ ທີ່ ຮ່າງ ໂດຍກຸ່ມ ຜູ້ນຳ ທະຫານ ຊື່ງ ພັກ ຂອງ ຍານາງ ອອງຊານຊູຈີ ກໍ ພຍາຍາມ ປ່ຽນ ກົດຫມາຍ ນີ້ ແຕ່ບໍ່ ສຳເຣັດ ແລະ ພັກ ຂອງ ຍານາງ ອອງຊານຊູຈີ ກໍຊນະ ຫຼາຍທີ່ນັ່ງ ໃນ ສະພາ ຊື່ງ ການເລືອກຕັ້ງ ໃນ ມື້ ວັນທີ 8 ພຶສຈິກາ ປີນີ້ ນາງເອງ ກໍ ບໍ່ສາມາດ ເຂົ້າ ແຂ່ງຂັນ ເປັນ ປະທານາທິບໍດີ ຍ້ອນ ກົດຫມາຍ ດັ່ງກ່າວ ເພາະ ຍານາງ ມີ ສາມີ ເປັນຄົນ ຕ່າງຊາດ ຈະເປັນ ການ ເລືອກຕັ້ງ ຢ່າງ ເສຣີ ໄດ້ ຢ່າງໃດ. ທາງການ ພະມ້າ ກໍຍັງ ສືບຕໍ່ ປະກາດ ການ ເລືອກຕັ້ງ ແບບ ເສຣີ ໃນ ວັນທີ 8 ພືສຈິກາ ປີນີ້ ຈົນໄດ້.

ນັກສັງເກດ ການ ທ່ານນຶ່ງ ກ່າວ.

ເຕັມຫນ້າ