ສິທທິຂອງແມ່ຍິງລາວໃນ ຊົນບົດ

ໄມຊູລີ
2015.09.01
F-Lao-women ແມ່ຍິງລາວໃນແຂວງຈໍາປາສັກ
RFA

ແມ່ຍິງ ໃນ ແຂວງ ຈໍາປາສັກ ຍັງຕ້ອງ ປະເຊີນ ກັບ ບັນຫາ ການໃຊ້ ຄວາມ ຮຸນແຮງ ໃນ ຄອບຄົວ, ບັນຫາ ຢ່າຮ້າງ, ແລະ ການຖືກ ຂົ່ມຂືນ, ຊຶ່ງ ທາງຜແນກ ຈັດຕັ້ງ ແມ່ຍິງ ໃນ ແຂວງ ຈໍາປາສັກ ກໍມີ ເປົ້າໝາຍ ຈະຈັດ ແຜນ ອົບຮົມ ໃຫ້ ເຈົ້າໜ້າທີ່ ຂັ້ນ ເມືອງ, ເພື່ອ ໄປ ໃຫ້ ຄໍາແນະນໍາ ແກ່ບັນດາ ແມ່ຍິງ ໃນ ຊົນນະບົດ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ການຈັດຕັ້ງ ແມ່ຍິງ, ເມື່ອ ວັນທີ 31 ສິງຫາ 2015 ນີ້:

“ກໍມີແຜນ ເຮົາເຮັດໄວ້ ຈະ ຝຶກອົບຮົມ ໃຫ້ ອໍານາດ ການປົກຄອງ ຂັ້ນບ້ານ ສ້າງຄນະ ກັມມະການ ແກ້ໄຂ ບັນຫາ ໃຫ້ ຄໍາປຶກສາ ຂັ້ນບ້ານ ຢູ່, ແຕ່ວ່າ ເຮົາກໍຍັງ ບໍ່ມີ ງົປມານ ເຮົາກໍຂໍໄປ ຍັງ ພາກຣັຖ, ແຕ່ ທ່ານ ກໍຍັງ ບໍ່ຕອບ ສນອງ ເຣື້ອງ ງົປມານ”.

ນາງກ່າວ ຕໍ່ໄປວ່າ, ສະເພາະ ໃນເຂດ ຕົວເມືອງ ບໍ່ຄ່ອຍມີ ແມ່ຍິງ ເຂົ້າມາ ຂໍ ຄໍາປຶກສາ, ເຣື້ອງ ສິດທິ ທາງ ກົດໝາຍ ຂອງ ແມ່ຍິງ ພໍປານໃດ, ແຕ່ໃນເຂດ ຊົນບົດ ກໍບໍ່ຮູ້ ຈໍານວນ ຄົນ ທີ່ ມາຂໍ ຄໍາປຶກສາ ເທື່ອ, ແຕ່ທາງ ເຈົ້າໜ້າທີ່ ຜແນກ ການຈັດຕັ້ງ ແມ່ຍິງ ກໍໄດ້ ແນະນໍາ ເຣື້ອງ ກົດໝາຍ ເອກສານ ສໍາລັບ ຟ້ອງຮ້ອງ, ດໍາເນີນ ຄະດີ ສໍາລັບ ແມ່ຍິງ ແຂວງ ຈໍາປາສັກ, ຜູ້ທີ່ມີ ບັນຫາ ທີ່ ເຂົ້າມາຂໍ ຄໍາປຶກສາ, ຊຶ່ງ ໃນນັ້ນ ກໍມີ ຫຼາຍ ກໍຣະນີ ເຊັ່ນ: ເຣື້ອງ ຢ່າຮ້າງ, ການຂົ່ມຂືນ, ສິດທິ ທີ່ດິນ ແລະ ຢາເສບຕິດ:

“ແມ່ຍິງ ຊົນນະບົດ ມີຫຼາຍ ບັນຫາ ຕົວຢ່າງ ອັນນຶ່ງ ກໍແມ່ນ ບັນຫາ ເຣື້ອງ ການຂົ່ມຂືນ ກະທໍາ ສໍາເຣົາ, ອັນທີສອງ ກໍແມ່ນ ຂໍ້ຂັດແຍ້ງ ເຣື້ອງ ທີ່ດິນ ເປັນ ຂໍ້ຂັດແຍ້ງ ຣະຫວ່າງ ທີ່ດິນ ຂ້າງຄຽງ ຫຼືວ່າ ດິນມູນ ມໍຣະດົກ ເຣື້ອງການ ຢ່າຮ້າງ ຄວາມຮຸນແຮງ ໃນ ຄອບຄົວ ຜົວທໍາຮ້າຍ ຮ່າງກາຍ”.

ຕໍ່ ບັນຫາ ດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ຂອງ ພວກເຮົາ ໄດ້ ສອບຖາມ ໄປຍັງ ສູນ ໃຫ້ ຄໍາປຶກສາ ແມ່ຍິງ ແຂວງ ຄໍາມ່ວນ, ເມື່ອ ວັນທີ 27 2015 ຜ່ານມາ ໄດ້ຄໍາຕອບ ວ່າ, ມີແມ່ຍິງ ມາຂໍ ຄໍາປຶກສາ ບໍ່ຄ່ອຍຫຼາຍ ປານໃດ ສ່ວນໃຫຍ່ ເປັນເຣື້ອງ ຜົວເມັຽ, ເຣື້ອງ ຢ່າຮ້າງ ເຣື້ອງ ກູ້ໜິ້ ຢຶມສີນ, ຊຶ່ງ ທາງສູນ ໄດ້ ແນະນໍາ ດ້ານ ກົດໝາຍ ໃຫ້ ແລະ ຊ່ວຍແລ່ນ ເອກສານ  ເຣຶ້ອງ ຄະດີ ຄວາມ ໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.