ແມ່ຍິງ-ເດັກນ້ອຍ 07/31/17

ມະນີຈັນ
2017-08-01
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
ແມ່ແລະເດັກ ໃນເຂດຊົນນະບົດ ສປປລາວ
ແມ່ແລະເດັກ ໃນເຂດຊົນນະບົດ ສປປລາວ
Public Domain

ຣັຖບານລາວ ຊຸກຍູ້ໃຫ້ມີການວາງແຜນຄອບຄົວ ຫລາຍຂຶ້ນຂນະທີ່ອັດຕຣາ ການເສັຽຊີວິດ ຂອງແມ່ແລະລູກນ້ອຍ ຍັງສູງຫລາຍຢູ່ ໂດຍມີ ເປົ້າໝາຍຫລຸດຜ່ອນ ຈຳນວນຜູ້ຄຸມ ກໍາເນີດ ທີ່ມີສູງເກີນ 20 ເປີເຊັນນັ້ນ ລົງມາຢູ່ທີ່ 13% ແລະ ເພີ່ມອັດຕຣາ ການຄຸມກໍາເນີດ ຈາກ 42 ເປີເຊັນ ຂຶ້ນມາເປັນ 65% ໃນປີ 2020.

ຂ່າວທາງການລາວ ຣາຍງານເມື່ອໄວໆມານີ້ວ່າ ການວາງແຜນຄອບຄົວ ທີ່ບໍ່ໄດ້ຮັບການ ຕອບສນອງຂອງລາວ ຍັງສູງເຖິງ 20 ສ່ວນຮ້ອຍ ຂນະທີ່ບາງຊົນ ເຜົ່າສູງເຖິງ 31 ສ່ວນຮ້ອຍ. ອັດຕຣາການເກີດລູກ ຂອງຍິງວັຍໜຸ່ມ ອາຍຸ 15 ຫາ 19 ປີແມ່ນ 76 ຄົນຕໍ່ 1000 ຄົນ. ການເຂົ້າເຖິງ ການວາງແຜນຄອບຄົວ ຈະຊ່ວຍຫລຸດຜ່ອນ ຈໍານວນ ການຖືພາ ໃນວັຍໜຸ່ມ ຊ່ວຍໃຫ້ຍິງວັຍໜຸ່ມ ສາມາດມີເວລາໄດ້ ພັທນາ ທາງຮ່າງກາຍ, ໄດ້ເຂົ້າໂຮງຮຽນ ແລະ ມີໂພສະນາການ ທີ່ເໝາະສົມ ກ່ອນທີ່ ຈະກ້າວໄປສູ່ ການມີລູກ.   .

ຫລັກຖານຈາກການສຶກສາ ໄດ້ສະແດງໃຫ້ເຫັນເຖິງ ການກ່ຽວພັນກັນ ຣະຫວ່າງ ສຸຂພາບ ຂອງແມ່ແລະຜົລ ທີ່ໄດ້ຮັບຈາກ ໂພສະນາການ ຊຶ່ງ ຮັບປະກັນວ່າ ວັຍໜຸ່ມຍິງ ມີສຸຂພາບ ແຂງແຮງ ແລະມີ ໂພສະນາການ ທີ່ດີຈະສົ່ງ ຜົລດີ ຕໍ່ແມ່ຍິງເອງ ແລະ ຍັງຊ່ວຍໃຫ້ ພວກເຂົາເຈົ້າ ກາຍເປັນແມ່ ທີ່ມີສຸຂພາບ ແຂງແຮງ ນຳດ້ວຍ.

ນັ້ນເປັນຂໍ້ມູນທີ່ໄດ້ມີການເນັ້ນເຖິງ ຢູ່ກອງປະຊຸມແຫ່ງຊາດ ວ່າດ້ວຍການ ວາງແຜນຄອບຄົວ ຄັ້ງທໍາອິດ ໃນຫົວຂໍ້ ‘ລົງທຶນໃສ່ການວາງແຜນ ຄອບຄົວ ເພື່ອ ຄວາມສົມບູນ ພູນສຸກ ທາງເສຖກິດ’ ທີ່ຖືກຈັດຂຶ້ນ ໃນນະຄອນຫລວງ ວຽງຈັນ ເມື່ອວັນທີ 3 ພຶສພາ 2017 ນີ້ ຊຶ່ງເປັນ ກອງປະຊຸມ ທີ່ໄດ້ຮັບການ ສນັບສນູນ ຈາກກອງທຶນ ສະຫະປະຊາຊາດ ເພື່ອ ປະຊາກອນ UNFPA, ແລະ ມີຜູ້ຕາງໜ້າຈາກ ອົງການ ອະນາມັຍໂລກ WHO ເຂົ້າຮ່ວມນໍາ.

ດຣ. ບຸນກອງ ສີຫາວົງ ຣັຖມົນຕຣີ ກະຊວງ ສາທາຣະນະສຸກ ກ່າວວ່າ ການວາງແຜນ ຄອບຄົວ ໃຫ້ໂອກາດແກ່ ສ່ວນບຸກຄົນ ແລະຄອບຄົວ, ຊ່ວຍພວກເຮົາ ເຮັດວຽກ ກ້າວສູ່ ອະນາຄົດ ຊຶ່ງການຖືພາ ແຕ່ລະຄົນ ເປັນທີ່ຕ້ອງການ ແລະການເກີດ ຂອງ ເດັກນ້ອຍ ແຕ່ລະຄົນ ປອດພັຍ.

ໃນລາວ ອັດຕຣາການເສັຽຊີວິດ ຂອງແມ່ ຫລຸດລົງຈາກ 375 ຄົນຕໍ່ແຕ່ລະ ການເກີດມີ ຊີວິດ 1 ແສນຄົນ ໃນປີ 2012 ມາມີ 206 ຄົນໃນປີ 2015. ແຕ່ເຖິງແນວໃດ ແມ່ກໍຍັງມີ ອັດຕຣາ ການເສັຽຊີວິດ ລື່ນເປົ້າໝາຍ ສະຫັດສວັດ ສະຫະປະຊາຊາດ ທີ່ ກໍານົດໄວ້ 180 ຄົນ ຕໍ່ແຕ່ລະເດັກນ້ອຍ ເກີດມີຊີວິດ 1 ແສນຄົນ ເພື່ອທີ່ ຈະຫລຸດພົ້ນຈາກ ຖານະປະເທດ ດ້ອຍພັທນາ ໃນປີ 2020. ທ່ານເວົ້າວ່າ ພວກເຮົາ ຈະບໍ່ສາມາດ ບັນລຸໄດ້ ຕາມເປົ້າໝາຍ ນັ້ນຫາກ ປາສຈາກ ການວາງແຜນ ຄອບຄົວ ແລະ ການເສີມຂຍາຍ ການບໍຣິການ ຂອງ ນາງປະດຸງຄັນ ໃຫ້ເຂັ້ມແຂງຂຶ້ນ.

ການເຂົ້າເຖິງ ການວາງແຜນຄອບຄົວ ຫລາຍຂຶ້ນຈະຫລຸດຜ່ອນ ການຖືພາ ຂອງວັຍໜຸ່ມ ເຮັດໃຫ້ວັຍໜຸ່ມສາວ ສາມາດ ມີເວລາໄດ້ ພັທນາ ທາງຮ່າງກາຍ, ໄດ້ເຂົ້າໂຮງຮຽນ ແລະ ຮັກສາສຸຂພາບ, ມີໂພສະນາການ ທີ່ເໝາະສົມ ກ່ອນທີ່ຈະ ກ້າວໄປສູ່ ການມີລູກ. ຫາກພວກເຂົາ ເຂົ້າໃຈເຖິງ ເຣື່ອງການວາງແຜນ ຄອບຄົວແລ້ວ ໃນທີ່ສຸດ ກໍຕັດສິນໃຈ ດ້ວຍຕົນເອງໄດ້ ວ່າຕ້ອງການ ມີລູກ ເມື່ອໃດ ແລະ ຢາກໄດ້ຈັກຄົນ.

ການວາງແຜນຄອບຄົວ ຕາມຄໍາເວົ້າ ຂອງ ທ່ານໝໍລາວ ແລ້ວແມ່ນວ່າ ຢູ່ຕົວເມືອງ ບໍ່ມີບັນຫາ ຫຍັງຫລາຍ ແຕ່ຢູ່ເຂດ ຊົນນະບົດ ຫ່າງໄກ ຂອງແຂວງຕ່າງໆ ຮວມທັງ ແຂວງຈໍາປາສັກ ເຖິງຈະອ່າວ ຫລຸດລົງ ກວ່າແຕ່ກ່ອນແດ່ ຄືຈາກທີ່ ແຕ່ກ່ອນ ຄອບຄົວນຶ່ງ ມີລູກຮອດ 8 ຄົນມາມີ 5 ຄົນໃນ ປັດຈຸບັນ ແຕ່ກໍຍັງຖືວ່າ ຫລາຍຢູ່

"ບັນຫາຂອງພວກເຮົານີ້ ມັນຍັງຢູ່ນໍາຊົນນະບົດ".

"ເຮົາສິຕ້ອງອອກແຮງຕື່ມ ໃນການໂຄສະນາຫລືວ່າເຂົ້າເຖິງ ເຂົາເຈົ້າ ໃຫ້ເຂົາເຈົ້າ ມີການເຂົ້າເຖິງນີ້ ແຕ່ໃນຂອບເຂດ ເມືອງ ຂ້ອນຂ້າງ ຢາກມີລູກໜ້ອຍ ແລ້ວ ແຕ່ວ່າ ຊົນນະບົດ ຫ່າງໄກ ສອກຫລີກ ຍັງມີບັນຫາ ຈັ່ງຊັ້ນ. .. ເປັນຫຍັງ ຂະເຈົ້າຕ້ອງການ ແຮງງານບໍ່? .. ບໍ່ໆ ມັນເວົ້າເຣື່ອງ ຣະດັບ ຄວາມຮູ້ ຂອງເອື້ອຍນ້ອງ ແມ່ຍິງ ເພາະວ່າ ແມ່ຍິງ ໃນການໄດ້ ຮັບຂໍ້ມູນ ຂ່າວສານ ເຮົາບໍ່ໄດ້ໃຫ້ ທັງຊາຍ ຜູ້ຊາຍຂ້ອນຂ້າງ ຢາກມາຟັງເຮົາ ເວົ້ານີ້ ໜ້ອຍ ເພາະວ່າແມ່ຍິງ ໃນການ ໃຫ້ຂໍ້ມູນ ຂ່າວສານ ເຮົາບໍ່ທັນໄດ້ ໃຫ້ເທິງຊາຍ ຍັງເປັນບັນຫາຢູ່ ບັນຫາເຣື່ອງ ຄອບຄົວນີ້. ສ່ວນຫລາຍຄັນ ເຮົາເວົ້າລະ ກະເວົ້າແຕ່ ກັບຜູ້ຍິງ ເຕົ້າໂຮມໄດ້ ແຕ່ກັບເອື້ອຍນ້ອງ ແມ່ຍິງ. ຈັ່ງຊັ້ນລະ ບັນຫາຄອບຄົວ ນີ້ ບັນຫາມັນ ຕົກຢູ່ນໍາ ຝ່າຍຊາຍຫລາຍ ບາດຝ່າຍຊາຍ ຊໍ້າພັດ ບໍ່ໄດ້ຮັບ ຂໍ້ມູນຫລາຍ ລະກະຕາມມາ ເຣື່ອງລູກຫລາຍ ເຂົ້າມາ ຈັ່ງຊັ້ນນໍ ຄືວ່າຫັ້ນລະ".

ຢູ່ແຂວງໄຊຍະບູລີ ປະຊາຊົນກໍມີຄວາມຕື່ນຕົວ ຫລາຍຂຶ້ນ ກວ່າແຕ່ກ່ອນ ໃນການວາງແຜນ ຄອບຄົວ ການຄຸມກໍາເນີດ ແລະ ການໃຊ້ຖົງຢາງ ອະນາມັຍ ເຮັດໃຫ້ຄອບຄົວ ນຶ່ງມີລູກ ໜ້ອຍລົງຈາກ 7-8 ຄົນມາມີ 5 ຄົນຢູ່ເຂດ ຊົນນະບົດ ຫ່າງໄກ -ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ດັ່ງກ່າວ ທ່ານນຶ່ງ

"ການວາງແຜນຄອບຄົວ ດຽວນີ້ຕື່ນຕົວວາງແຜນ ຄອບຄົວ ກວ່າແຕ່ກ່ອນນະ ມັນກໍມີຫລາຍ ມີໜ້ອຍກໍມີ ແຕ່ບໍ່ຫລາຍໂພດ ຄືແຕ່ກ່ອນເນາະ ແຕ່ສ່ວນຫລາຍ ແລ້ວກໍບໍ່ເກີນ 5 ເນາະ".

ການວາງແຜນຄອບຄົວ ຊ່ວຍສະກັດກັ້ນ ບໍ່ໃຫ້ແມ່ແລະລູກນ້ອຍ ເປັນພະຍາດບາດເຍົາ ແລະເສັຽຊີວິດ ຫລາຍແລະການຫລຸດຜ່ອນ ການຕາຍ ຂອງແມ່ຍິງ ເປັນບຸລິມະສິດ ຂອງ ເປົ້າໝາຍ ການພັທນາ ສະຫັດສວັດແລະ ຍັງເປັນບຸຣິມະສິດຂອງເປົ້າໝາຍ ເພື່ອການພັທນາ ແບບຍືນຍົງ ພາຍໃຕ້ເປົ້າໝາຍ 3 ຄືຮັບປະກັນຊີວິດ ທີ່ມີສຸຂພາບ ແຂງແຮງ ແລະສົ່ງເສີມຊີວິດ ການເປັນຢູ່ທີ່ດີ ສໍາລັບທຸກຄົນ ໃນທຸກອາຍຸໄຂ ຈົນເຖິງປີ 2030.

ສປປລາວ ຊຶ່ງຂໍ້ລິເລີ່ມວາງແຜນຄອບຄົວ ໄປເຖິງປີ 2020 ຖືເປັນ 1 ໃນຈໍາ ນວນ 69 ປະເທດ ບຸຣິມະສິດນັ້ນ ຣັຖບານລາວ ໄດ້ໃຫ້ຄໍາໝັ້ນ ເມື່ອປີ 2016 ວ່າຈະສນັບສນູນ ສິດທິ ຂອງແມ່ຍິງ ທຸກຄົນ ໃນການຕັດສິນໃຈ ຢ່າງມີ ອິສຣະເສຣີ ວ່າຈະເອົາ ຫລືບໍ່ເອົາລູກ ເວລາໃດ ຈະເອົາແລະ ຈະເອົາຈັກຄົນ.

ຜູ້ອໍານວຍການຝ່າຍບໍຣິຫານ FP2020 Beth Schlachter ກ່າວຜ່ານ video link ຈາກນະຄອນຫລວງ Washington DC ວ່າພວກເຮົາ ເຊື່ອວ່າການ ເຂົ້າເຖິງການ ຄຸມກໍາເນີດ ເປັນສິດທິ ພື້ນຖານ ຂອງມະນຸດ ແລະ ມີຜົລກະທົບ ສໍາຄັນ ໃສ່ຄວາມ ສເມີພາບ ຍິງ-ຊາຍ, ແລະການເຂົ້າເຖິງ ສິດທິນັ້ນ ສໍາລັບແມ່ຍິງ ແລະ ເດັກນ້ອຍ. ແລະ ປັດຈຸບັນນີ້ ກໍເຫັນວ່າ ການວາງແຜນ ຄອບຄົວ ເປັນເຣື່ອງກ່ຽວກັບ ການຊ່ວຍຊີວິດ, ການເຮັດວຽກ ກ່ຽວກັບ ຄຸນນະພາບ ຊີວິດ ແລະຄວາມສຳຄັນ ຕໍ່ຄວາມຢູ່ດີກິນດີ ແລະການພັທນາ ສັງຄົມ.

ເປັນທີ່ຖືກັນວ່າການວາງແຜນ ຄອບຄົວ ມີຄວາມສໍາຄັນ ໃນການສ້າງ ກໍາລັງແຮງງານ ທີ່ ສໍານານງານ ທີ່ສາມາດຄໍ້າຈູນ ປະເທດ ໃນລະຍະຍາວ ແລະ ຈໍາກັດການ ກົດດັນ ທີ່ມີເພີ່ມຂຶ້ນ ໃນຣະບົບ ສຸຂພາບ.

ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີບັນຫາທ້າທາຍ ສໍາລັບລາວ ໃນການເຂົ້າເຖິງ ການວາງແຜນຄອບຄົວ ການຄຸມກໍາເນີດ ແລະຄວາມຈໍາເປັນ ຕ້ອງມີ ພະນັກງານ ສາທາຣະນະສຸກ ທີ່ໄດ້ຮັບ ການຝຶກອົບຮົມ ນັ້ນຫລາຍຂຶ້ນ ແລະ ນາງປະດຸງຄັນ ກໍຍິ່ງມີ ຄວາມສໍາຄັນ ກ່ວາສິ່ງອື່ນໃດໝົດ.

ຣັຖບານລາວ ຢູ່ຣະຫວ່າງການວາງແຜນ ອອກມາຕການໃໝ່ ໂດຍການຊ່ວຍເຫລືອ ຂອງອົງການ UNFPA ແລະໄດ້ກໍານົດ ຕົວເລກ ທີ່ຈໍາເປັນ ໃນການ ປະຕິບັດ ແຜນການ ໃນພາກຕົວຈິງ. ແຜນແມ່ບົດ roadmap ທີ່ຍັງບໍ່ທັນ ຢູ່ໃນຂັ້ນ ສຸດທ້າຍ ເທື່ອນັ້ນ ວາງ ອັນທີ່ຈໍາເປັນ ເພື່ອຊ່ວຍລາວ ໃຫ້ຫລຸດພົ້ນ ຈາກຖານະປະເທດ ດ້ອຍພັທນາ ຊຶ່ງມີຮວມທັງ ການຫາທຶນ 15 ລ້ານ ໂດລາ ສະຫະຣັຖ ເພື່ອໃຊ້ຈ່າຍ ໃນ 18 ແຂວງທົ່ວ ປະເທດລາວ ໃນ 4 ປີຂ້າງໜ້າ. ທຶນນັ້ນ ຈະເລັ່ງໃສ່ ການສົ່ງເສີມ ແລະສນອງ ຂໍ້ມູນຂ່າວສານ ກ່ຽວກັບ ການຄຸມກໍາເນີດ ໃນລະຍະຍາວ, ການເພີ່ມ ຈໍານວນ ນາງປະດຸງຄັນ ທີ່ສາມາດໃຫ້ ບໍຣິການ ການຄຸມກໍາເນີດ, ການປັບປຸງ ຄວາມສາມາດ ໃນສູນ ເພື່ອສຸຂພາບຕ່າງໆ ແລະໂຄສະນາ ໂດຍມຸ້ງ ເປົ້າໝາຍ ໃສ່ຄົນວັຍນຸ່ມ.

ຜູ້ຕາງໜ້າ UNFPA ປະຈໍາລາວ ມາດາມ Frederika Meijer ເວົ້າວ່າ ແຕ່ກ່ອນ ການ ວາງແຜນ ຄອບຄົວ ຕົ້ນຕໍແລ້ວ ຖືກັນວ່າເປັນພຽງ ການຄຸມກໍາເນີດ, ຈໍາກັດ ຈໍານວນຄົນ ອ້ອມຂ້າງ, ແລະຜູ້ປົກຄອງ ປະເທດ ກໍກັງວົນຫລາຍ ນໍາເຣື່ອງທີ່ວ່າ ຈະບໍ່ມີ ພົລເມືອງ ເຮັດວຽກ ພຽງພໍ. ແຕ່ດຽວນີ້ ມີການປ່ຽນແປງ ທາງດ້ານແນວຄິດ ຢ່າງໃຫຍ່ຫລວງ. ພວກເພິ່ນ ເຫັນວ່າ ການວາງແຜນ ຄອບຄົວ ເປັນເຣື່ອງການ ຊ່ວຍຊີວິດ, ການເຮັດວຽກ ເພື່ອ ຄຸນນະພາບ ຊີວິດ, ແລະການມີ ຄວາມສຳຄັນ ຕໍ່ຄວາມ ອຸດົມ ສົມບູນ ທາງເສຖກິດ ແລະ ການພັທນາ ສັງຄົມ.

ຂໍ້ມູນລ່າສຸດຂອງ ສະຫະປະຊາຊາດ ບົ່ງບອກວ່າ ສປປລາວ ເປັນປະເທດນຶ່ງ ທີ່ມີຜູ້ໃຊ້ ການຄຸມກໍາເນີດ ຕໍ່າທີ່ສຸດ ໃນພາກພື້ນ ເອເຊັຽ ເຊັ່ນດຽວກັບ ເນປານ ແລະ ພະມ່າ. ເວົ້າສະເພາະ ລາວ ມີການໃຊ້ ການຄຸມກໍາເນີດ 53 ເປີເຊັນ ຂນະທີ່ ເນປານ ແລະ ພະມ່າ ມີ 52 ເປີ ເຊັນ.

ດຣ. ບຸນກອງ ສີຫາວົງ ກ່າວຕໍ່ວຽງຈັນທາມສ ເມື່ອເດືອນເມສາ ທີ່ຜ່ານມານີ້ ວ່າ ປະຊາຊົນລາວ ສ່ວນໃຫຍ່ ທີ່ອາສັຍ ຢູ່ຕາມຕົວເມືອງ ກະຕືລືລົ້ນ ໃນເຣື່ອງ ການຄຸມກໍາເນີດ ຈຶ່ງບໍ່ມີລູກ ຫລາຍຄົນ. ສ່ວນຢູ່ເຂດ ຊົນນະບົດ ຫ່າງໄກນັ້ນ ມີ ຄົນຮູ້ ວິທີການ ຄຸມກໍາເນີດ ແລະມີ ລູກຫ່າງ ໜ້ອຍຢູ່. ແລະກໍເຫັນວ່າ ຈໍານວນນຶ່ງ ຍັງມີລູກ ຫລາຍຄົນ ຊຶ່ງສົ່ງຜົລກະທົບ ໃສ່ຊີວິດ ການເປັນຢູ່ ທີ່ດີ ຂອງຄອບຄົວ ພວກເຂົາເຈົ້າ. ການທີ່ ປະຊາຊົນ ໃນເມືອງ ມີແນວໂນ້ມ ເອົາລູກໜ້ອຍຄົນ ກໍຍ້ອນ ການກົດດັນ ທາງເສຖກິດ. ຊີວິການ ເປັນຢູ່, ການສຶກສາ ແລະ ການຮັກສາ ສຸຂພາບ ທີ່ແພງຂຶ້ນ.

ດຣ. ບຸນກອງ ກ່າວວ່າການໂຄສະນາກ່ຽວກັບການສຶກສາ ແຂງແຮງຂຶ້ນ ເປັນທີ່ຈໍາເປັນ ເພື່ອໃຫ້ ຊຸມຊົນ ຊົນນະບົດ ຮູ້ກ່ຽວກັບ ວິທີການ ຄຸມກໍາເນີດ, ການວາງແຜນ ຄອບຄົວ ແລະ ການເອົາລູກ ຫ່າງ.

ຕາມການສໍາຣວດພົລເມືອງ ແລະຄົວເຮືອນລາວ ຄັ້ງລ່າສຸດໃນປີ 2015 -ພົລເມືອງລາວ ມີ 6 ລ້ານ 490 ພັນຄົນ. ອັດຕຣາການ ເຕີບໂຕ ຂອງພົລເມືອງ ຣະຫວ່າງ ປີ 2005 ຫາ 20015 ຢູ່ທີ່ 1 ຈຸດ 45 ເປີເຊັນ ຫລຸດຈາກ 2 ຈຸດ 08 ເປີເຊັນ ເມື່ອລະຍະ 10 ປີ ກ່ອນ.

ປະເທດທີ່ແມ່ຍິງ ໃຊ້ການຄຸມກໍາເນີດ ຫລາຍທີ່ສຸດ ໃນເອເຊັຽ ແມ່ນ ສິງກະໂປ 88 ເປີເຊັນ, ຈີນ 83, ເກົາຫລີໃຕ້ ແລະໄທ 78 ເປີເຊັນ.ວຽດນາມ 76, ກັມພູຊາ 57 ແລະໜ້ອຍ ທີ່ສຸດແມ່ນ ຟີລິບປິນ 54 ເປີເຊັນ. ອິນໂດເນເຊັຽ ແລະ ອິນເດັຽ ຊຶ່ງຢູ່ໃນ ບັນດາ ປະເທດ ເສຖກິດ ຂຍາຍຕົວ ໄວທີ່ສຸດ ໃນພາກພື້ນ ເອເຊັຽ ມີຄົນໃຊ້ ການຄຸມກໍາເນີດ 62 ເປີເຊັນ ແລະ 59 ເປີເຊັນ ຕາມລໍາດັບ. ປາກິສຖານ ຢູ່ໃນກຸ່ມປະເທດ ທີ່ໃຊ້ການ ຄຸມກໍາເນີດ ໜ້ອຍທີ່ສຸດ ໃນເອເຊັຽ ຄືມີ 38 ເປີເຊັນ.

ເຕັມຫນ້າ