ນັກທ່ອງທ່ຽວ-ຢາເສພຕິດ ຄວາມວູ້ນວາຍ-ເມືອງວັງວຽງ

ແຫລ່ງທ່ອງທ່ຽວ ເມືອງວັງວຽງ ໄດ້ຮັບ ຜົລກະທົບ ຈາກບັນຫາ ນັກທ່ອງທ່ຽວ ຕ່າງຊາຕ ມົ້ວສຸມ ນຳແຕ່ ຢາເສພຕິດ.
ຫວາດ ສີມູນ
2012-08-17
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-vangvieng
ທັມມະຊາຕ ຄວາມສວຍງາມ ທີ່ເປັນໜ້າ ທ່ຽວຊົມຢ້ຽມຢາມ ຂອງເມືອງວັງວຽງ
citizen-journalist

ກາຣທີ່ມີນັກ ທ່ອງທ່ຽວ ໄປພັກເຊົາ ຢູ່ເມືອງວັງວຽງ ຢ່າງຫລວງຫລາຍ ແຕ່ລະປີ ໃນຣະຍະ ຜ່ານມາ ກໍເປັນກາຣນຳ ຣາຍໄດ້ ເຂົ້າທ້ອງຖີ່ນ ຫລາຍພໍສົມຄວນ ແຕ່ ໃນຂນະດຽວກັນ ກໍໄດ້ສ້າງຄວາມ ເສັຍຫາຍ ໃນອີກຫຼາຍດ້ານ ໂດຽສະເພາະ ທີ່ນັກທ່ອງທ່ຽວ ຕ່າງຊາຕ ບາງຈໍາພວກ ກັບໄປຊອກ ມົ້ວສຸມ ນໍາຟາເສພຕິດ ຈົນກໍ່ໃຫ້ເກີດ ຄວາມວຸ້ນວາຍ ແລະຂາດ ຄວາມສງົບ ຊື່ງເປັນກາຣທໍາລາຍ ພາບລັກສ໌ ຂອງ ເມືອງວັງວຽງ ໄປໃນຕົວ ຈົນເຮັດໃຫ້ ຈຳນວນ ນັກທ່ອງທ່ຽວ ບໍ່ມີຫລາຍ ເທົ່າທີ່ຄວນ. ເຈົ້າຂອງ ຮ້ານອາຫາຣຜູ້ໜຶ່ງ ໃນເຂດນັ້ນ ເວົ້າວ່າ:

“ສົ່ງຜົລກະທົບ ແນ່ນອນ ເພາະວ່າຮ້ານເຮົາ ກໍຕັ້ງມາໄດ້ 20-30 ປີ ແລ້ວ ກໍຢ້ານມັນ ເສັຍຫາຍ ກໍບໍ່ຢາກໃຫ້ ເປັນແບບນັ້ນ”.

ມີເຈົ້າຂອງ ຮ້ານອາຫາຣ ອີກຜູ້ໜຶ່ງ ໃຫ້ຄວາມເຫັນວ່າ: ຊື່ສຽງ ຂອງເມືອງວັງວຽງ ທີ່ຊາວຕ່າງປະເທສ ຮັບຮູ້ດີນັ້ນ ກໍແມ່ນເປັນ ສະຖານທີ່ ມົ້ວສຸມ ຢາເສພຕິດ ໄດ້ຢ່າງງ່າຍດາຍ ເພາະສາມາຕ ຊື້ໄດ້ ຕາມທ້ອງຖນົນ ຕາມຮ້ານອາຫາຣ ຕ່າງໆ ແລະ ບ່ອນເສພຢາ ກໍຫາໄດ້ຢ່າງ ສະບາຍ ໂດຽທີ່ບໍ່ມີ ເຈົ້າໜ້າທີ່ຕໍາຣວຈ ໄປປາບປາມ ຈັບກຸມຄຸມຂັງ ແຕ່ຢ່າງໃດ.

ດ້ານຄວາມບໍ່ສງົບ ໃນເມືອງວັງວຽງ ນັ້ນ ທາງເຈົ້າໜ້າທີ່ ກໍແກ້ໄຂ ໂດຍນໍາເອົາ ເຈົ້າຂອງ ຮ້ານອາຫາຣ ໄປສອບຖາມ. ດັ່ງຄົນທ້ອງຖີ່ນ ຜູ້ໜຶ່ງເວົ້າວ່າ:

“ເຈົ້າຂອງຮ້ານອີຫຍັງ ເຂົາກໍຮຽກ ໄປລົມຫລາຍ ໄປລົມແບບ ເຂົາຖາມວ່າ ຮ້ານໃດມັນມີ ມີແບບພວກຂາຍ ອີຫຍັງ ແລະເຂົາເຈົ້າ ແຂວງເຂົາກໍເອີ້ນ ເພີ່ນສົ່ງຈົດໝາຍມາ ໃຫ້ໄປ ລົມອີຫຍັງ ທີ່ໄດ້ຍິນເຂົາ ວ່າບາງຊ່ວງ 2-3 ອາທິຕ ຫລັງນີ້”.

ຊາວເມືອງວັງວຽງ ຜູ້ນັ້ນໃຫ້ທັສນະ ເພີ່ມວ່າ ກາຣທີ່ ຊາວຕ່າງຊາຕ ຮູ້ຈັກເມືອງວັງວຽງ ທີ່ຂື້ນຊື່ວ່າເປັນ ສະຖານທ່ອງທ່ຽວ ທີ່ສວຍງາມ ກໍຍີ່ງເປັນກາຣດີ ເພື່ອດືງດູດ ນັກທ່ອງທ່ຽວ ເຂົ້າມາລາວ ຫລາຍຂຶ້ນ ແລະ ກໍບໍ່ຢາກເຫັນວ່າ ເປັນສະຖານທີ່ ສໍາລັບມົ້ວສຸມ ຢາເສພຕິດ ເພາະເປັນກາຣສ້າງ ພາບພົສ ທີ່ບໍ່ຈົບງາມ.

ຄໍາເຫັນ (2)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

100%laotiane

ຈາກ Salt Lake City

ຂ້າພຣະເຈົ້າເຄີຍໄດ້ໃຫ້ການຕິຊົມ ມາທາງພວກທ່ານຫລາຍຄັ້ງແລ້ວ ແຕ່ກໍຍັງເຫັນຄວາມບົກຜ່ອງ ທາງດ້ານພາສາລາວເຮົາຕລອດມາ ຕົວຢ່າງ (ເຈົ້າຂອງຮ້ານອີຫຍັງ ເຂົາກໍຮຽກ ໄປລົມຫລາຍ ໄປລົມແບບ ເຂົາຖາມວ່າ ຮ້ານໃດມັນມີ ມີແບບພວກຂາຍ ອີຫຍັງ ແລະເຂົາເຈົ້າ ແຂວງເຂົາກໍເອີ້ນ ເພີ່ນສົ່ງຈົດໝາຍມາ ໃຫ້ໄປ ລົມອີຫຍັງ ທີ່ໄດ້ຍິນເຂົາ ວ່າບາງຊ່ວງ 2-3 ອາທິຕ ຫລັງນີ້”.) ຂ້າພຣະເຈົ້າພະຍາຍາມ ອ່ານແລ້ວອ່ານເລົ່າ ກໍຍັງບໍ່ເຂົ້າໃຈ ຂ້າພຣະເຈົ້າຢາກໃຫ້ ພວກທ່ານລຽບລຽງ ກ່ອນອອກຂ່າວດ້ວຍ. ຂອບໃຈ.

Aug 20, 2012 10:31 AM

ເອເຊັຍເສຣີ

ຈາກ ວໍຊິງຕັນ ດີ ຊີ

ຂອບໃຈທີ່ທ່ານໃຫ້ຄໍາຕິຊົມມາ ສໍາລັບຄໍາເວົ້າໃນປະໂຍກທີ່ທ່ານ ມີບັນຫາແລະບໍ່ເຂົ້າໃຈນັ້ນ ແມ່ນຖືກຕ້ອງແລ້ວ ເພາະມັນເປັນປະໂຢຄ ທີ່ເຮົາຕ້ອງຂຽນຕາມຄວາມເວົ້າ ຂອງບຸກຄົນທີໃຫ້ການສັມພາດ ເຮົາບໍ່ ມີສິດທີ່ຈະປ່ຽນແປງຄໍາເວົ້າຂອງຂະເຈົ້າ. ຖ້າເພີ່ນເວົ້າຊໍ້າ ເຮົາກໍຕ້ອງ ຂຽນຊໍ້າ ຖ້າເພີ່ນເວົ້າ ເອີ້ໆອ້າໆ ເຮົາກໍຕ້ອງຂຽນຕາມນັ້ນ...ຂອບໃຈ

Aug 20, 2012 10:54 AM

ຊະນະໄພ

ຈາກ ວຽງຈັນ

ເປັນຫັຍງຄືມັກລົງແຕ່ຂ່າວທີ່ບໍ່ສ້າງສັນ ບິດເບືອນຄວາມຈິງ ແລະທຳລາຍພາບພົດຂອງປະເທດລາວແທ້ ຂ່າວດີໆບໍ່ມີປັນຍາຫາມາລົງຫວາ

Aug 19, 2012 11:07 PM