ມ.ຕົ້ນເຜິ້ງຈະກາຍເປັນນະຄອນ

ສົມເນ
2014.08.18
F-Tonpheung ງານເທສການທ່ອງທ່ຽວ ດອກງິ້ວບານ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
RFA

 

ການລົງທຶນ ຂອງຈີນ ຈະຍົກໃຫ້ ເມືອງ ຕົ້ນເຜິ້ງ ຂ. ບໍ່ແກ້ວ ເປັນນະຄອນ ພາຍໃນປີ 2030. ຫົວໜ້າ ບໍຣິຫານ ເຂດ ເສຖກິດ ພິເສດ ສາມຫລ່ຽມຄໍາ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ທ່ານ ບຸນມີ ສຸວິນນະຣັງສີ ກ່າວວ່າ ໃນປີ 2030 ນີ້ ການພັທນາ ເຂດ ເສຖກິດ ພິເສດ ຈະຄົບ 3,000 ເຮັກຕາ, ຈະມີ ປະຊາກອນ 5 ໝື່ນ ຫາ 1 ແສນ ຄົນ ຊຶ່ງ ສປປລາວ ຈະປະກາດ ເປັນ ນະຄອນ. ຕາມຣາຍງານ ຂອງ ໜັງສືພິມ ຜູ້ຈັດການ ຂອງໄທ.

ທ່ານ ບຸນມີ ກ່າວ ເນື່ອງ ໃນໂອກາດ ກອງປະຊຸມ ການພັທນາ ຊັພຍາກອນ ມະນຸດ ໃນນໍ້າຂອງ ຕອນລຸ່ມ ທີ່ຈັດຂຶ້ນ ຢູ່ ເມືອງ ຕົ້ນເຜິ້ງ ໂດຍມີຫຼາຍ ພາກສ່ວນ ທາງການ ແລະ ເອກຊົນ ຈາກ ຈັງຫວັດ ຊຽງຮາຍ ເອກຊົນ ຈາກ ພະມ້າ ເຈົ້າໜ້າທີ່ ບໍຣິຫານ ເຂດ ເສຖກິດ ພິເສດ ຝ່າຍລາວ ແລະ ຝ່າຍ ບໍຣິສັດ ລົງທຶນ ຂອງຈີນ ແລະ ເຈົ້າໜ້າທີ່ ຈີນ ເຂົ້າຮ່ວມ.

ທ່ານ ບຸນມີວ່າ ເຂດ ເສຖກິດ ພິເສດ ສາມຫລ່ຽມຄໍາ ມີການ ຂຍາຍໂຕ ຫຼາຍແລ້ວ ຈາກ ການລົງທຶນ ຂອງຈີນ ທັງໝົດ 14 ໂຄງການ ຊຶ່ງຫຼາຍ ໂຄງການ ກໍສໍາເຣັດ ໄປຫຼາຍປີ ແລ້ວ ສ່ວນໂຄງການ ທີ່ກໍາລັງ ດໍາເນີນຢູ່ ກໍມີ ໂຄງການ ສ້າງສນາມບິນ ນາໆຊາຕ ສນາມ ຕີກ໊ອຟ 36 ຂຸມ ການພັທນາ ທີ່ ເກາະຊາວ ພັທນາຮ້ານຄ້າ ປອດພາສີ ແລະ ໂຄງການອື່ນໆ ເພື່ອ ຮອງຮັບ ນັກທ່ອງທ່ຽວ. ໂຄງການ ທັງໝົດນີ້ ແມ່ນ ຕ້ອງການ ແຮງງານ ດ້ານການ ບໍຣິການ ຫຼາຍຣະດັບ. ປັດຈຸບັນ ມີ ພະນັກງານ ຊາວລາວ ຊາວພະມ້າ ຊາວໄທ ແລະ ຊາວຈີນ ເຮັດ ວຽກ ຢູ່ໃນເຂດ ເສຖກິດ ພິເສດ ນີ້ ປະມານ 6 ພັນ ຄົນ ແຕ່ໃນ ອະນາຄົດ ກໍຍິ່ງ ຈະຕ້ອງການ ແຮງງານ ທີ່ມີ ຄຸນພາບ ສູງ ຫຼາຍຣະດັບ ຕື່ມອີກ.

ເຈົ້າໜ້າທີ່ ໄທວ່າ ຈາກ ກອງປະຊຸມ ທີ່ ກ່າວມານີ້ ພວກຕົນ ສາມາດ ຮູ້ຂໍ້ມູນ ຄວາມຕ້ອງການ ແຮງງານ ຕື່ມ ຊຶ່ງໄທ ຈະຕ້ອງ ຕຣຽມ ພ້ອມ ສ້າງໃຫ້ ພຽງພໍ ເພື່ອ ຕອບສນອງ ຄວາມ ຕ້ອງການ ຂອງ ຕລາດແຮງງານ ໂດຍສະເພາະ ນັບແຕ່ ອາຊຽນ ປະກາດ ຮວມໂຕ ເປັນ ປະຊາຄົມ ເສຖກິດ ໃນປີ 2015 ນີ້.

ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ທໍາອິດ ແມ່ນການ ພັທນາ ຂອງກຸ່ມ ບໍຣິສັດ ດອກງີ້ວຄໍາ King Romans Casino ທີ່ ລົງທຶນ ຕັ້ງບ່ອນຫລິ້ນ ການພະນັນ ສ້າງ ໂຮງແຮມ ຮ້ານຄ້າ ສະຖານທີ່ ບັນເທິງ ແລະ ສະຖານທີ່ ທ່ອງທ່ຽວ ຕ່າງໆ ໄດ້ຮັບ ສໍາປະທານ ທີ່ດິນ ຈາກ ຣັຖບານ ລາວ ເປັນເວລາ 99 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.