ຈີນຍົກເລີກເງິນກູ້ໃຫ້ແກ່ລາວ

ອຸ່ນແກ້ວ ສຸກສະຫວັນ
2014.07.08
f-default ຈີນຍົກເລີກເງິນກູ້ໃຫ້ແກ່ລາວ
RFA

ທະນະຄານ ຂາເຂົ້າ ຂາອອກ ຫລື ເອັກຊິມແບງ ຂອງຈີນ ໄດ້ຍົກເລີກ ການອອກ ເງິນກູ້ ເພື່ອສ້າງທາງ ໃຫ້ແກ່ລາວ ໂດຍໃຫ້ ເຫດຜົນວ່າ ໂຄງການ ເຫລົ່ານັ້ນ ມີຜົນ ກຳໄຣ ໜ້ອຍ.

ແຈ້ງການ ເລກທີ 257 ລົງວັນທີ 20 ມິຖຸນາ ທີ່ ຜ່ານມາ ຂອງ ຫ້ອງການ ຄະນະ ກັມມະການ ຮ່ວມມື ລາວ-ຈີນ ທີ່ຂຶ້ນກັບ ກະຊວງ ແຜນການ ແລະ ການ ລົງທຶນ ແຈ້ງ ໃຫ້ຮູ້ວ່າ ທະນະຄານ ຂອງຈີນ ໃຫ້ເຫດຜົນ ຕື່ມອີກວ່າ ໂຄງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ຂອງ ລາວ ບໍ່ມີ ປະສິດທິຜົນ ທາງດ້ານ ເສຖກິດ ໂດຍກຕຣົງ, ແຕ່ບໍ່ໄດ້ ເວົ້າ ຣາຍຣະອຽດ ຕົວເລກ ຈຳນວນ ເງິນກູ້ຢືມ ດັ່ງກ່າວ.

ຫ້ອງການ ຄະນະ ກັມມາທິການ ຮ່ວມມື ລາວ-ຈີນ ໄດ້ອອກ ແຈ້ງການ ໄປຍັງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງລາວ ເພື່ອໃຫ້ ຢຸດ ວຽກງານ ການປັບປຸງ ແລະ ກໍ່ສ້າງ ເສັ້ນທາງ ຢູ່ ສປປ ລາວ.

ນອກຈາກນີ້ ແຈ້ງການ ຍັງເວົ້າ ອີກວ່າ ໂຄງການ ກໍ່ສ້າງ ເສັ້ນທາງ ຈະຕ້ອງໄດ້ ໂຈະໄວ້ກ່ອນ ເພື່ອບໍ່ໃຫ້ ເປັນພາລະ ແບກຫາບ ທີ່ໜັກ ໜ່ວງ ຂອງ ຣັຖບານ ລາວ ໃນ ການ ຊຳຣະ ໜີ້ສິນ ຄືນໃຫ້ແກ່ ຣັບຖານ ສປ ຈີນ.

ໂຄງການ ກໍ່ສ້າງ ແລະ ຍົກຣະດັບ ເສັ້ນທາງ ທີ່ ຖືກສັ່ງໂຈະ ລວມມີ ໂຄງການ ກໍ່ສ້າງ ເສັ້ນທາງ 5 A, ໂຄງການ ກໍ່ສ້າງ ຂົວເຫລັກ ເບເລ ທົ່ວ ປະເທດ, ໂຄງການ ກໍ່ສ້າງ ເສັ້ນທາງ ແຕ່ເຊບັ້ງນວນ ຫາ ເມືອງ ທ່າປາງທອງ ຫາ ເມືອງຕຸ້ມລານ, ໂຄງການ ຍົກຣະດັບ ເສັ້ນທາງ ແຕ່ ຈີ່ນາຍໂມ້ ຫາ ບ້ານ ຫາດດອກແກ້ວ, ໂຄງການ ປັບປຸງ ຍົກ ຣະດັບ ເສັ້ນທາງ 1 C, ໂຄງການ ປັບປຸງ ຍົກຣະດັບ ເສັນທາງ 2 E ແລະ 2 W, ໂຄງການ ປັບປຸງ ຍົກຣະດັບ ເສັ້ນທາງ ນາໝໍ້ ແມງຈາຍ ບຸນໃຕ້, ໂຄງການ ຍົກຣະດັບ ເສັ້ນທາງ ເລກທີ 17 ແລະ ໂຄງການ ປັບປຸງ ຍົກຣະດັບ ເສັ້ນທາງ ເລກທທີ 13 ເໜືອ.

ເຖິງຢ່າງໃດ ກໍຕາມ ທະນະຄານ ຂອງຈີນ ຈະໃຫ້ເງິນ ກູ້ຢືມ ສະເພາະ ໂຄງການ ທີ່ສາມາດ ສ້າງຜົນ ກຳໄຣ ໄດ້ໄວ ເທົ່ານັ້ນ ເປັນຕົ້ນ ໂຄງການ ທີ່ມີແຫລ່ງ ຣາຍຮັບ ອື່ນມາ ຄ້ຳປະກັນ ເຊັ່ນ: ໄຟຟ້າ ແລະ ບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.