ຍັງມີການຕັດໄມ້ສົ່ງໄປ ຈີນ

ມະນີຈັນ
2015.05.14
F-Loggings ໂຮງເລື່ອຍໄມ້ ແລະ ແປຮູປໄມ້ ໃນພາກເໜືອ ຂອງລາວ
RFA/VD

ຫລວງນໍ້າທາ ເປັນ ແຂວງ ນຶ່ງ ທີ່ ຍັງມີ ການ ຕັດໄມ້ ເພື່ອ ສົ່ງຂາຍ ໄປ ປະເທດ ຈີນ ໂດຍແມ່ນ ບໍຣິສັດ ຈີນ ເປັນຜູ້ ສັມປະທານ ມາແຕ່ ປີ 2006 ແລະ ມີ ໂຮງເລື່ອຍ ຂນາດ ໃຫຽ່ ຕັ້ງຢູ່ ບ້ານ ຊໍ້ ເມືອງສິງ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຫລວງ ນໍ້າທາ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ໃນ ວັນທີ 13 ພຶສພາ 2015 ນີ້.

ຈີນ ສັມປະທານ ຕັດໄມ້ ຢູ່ ເມືອງ ລອງ ແຂວງ ຫລວງ ນໍ້າທາ ຕິດກັບ ຊາຍແດນ ພະມ້າ, ການ ຂົນສົ່ງ ໄມ້ ປ້ອນ ໂຮງເລື່ອຍ ແມ່ນມີ ຢູ່ ທຸກວັນ ເຖິງ ແມ່ນວ່າ ມີການ ຕົກລົງ ກັບ ທາງການ ລາວ ວ່າ ຈະ ຜລິດ ເປັນໄມ້ ແປຮູບ, ເປັນໂຕະ, ຕັ່ງ, ຕູ້ ອື່ນໆ ທີ່ ມີຣາຄາ ແພງ ແລ້ວ ສົ່ງອອກ ໄປ ຈີນ ກໍຕາມ ແຕ່ ກໍຍັງມີ ສົ່ງ ໄມ້ທ່ອນ ອອກໄປ ນໍາ ດ້ວຍ.

ຫາກ ເວົ້າເຖິງ ຄົນງານ ໃນ ບໍຣິສັດ ຈີນ ທ່ານ ກໍວ່າ ມີຢູ່ 2 ຫາ 3 ຮ້ອຍ ຄົນ, ໃນນັ້ນ ເປັນຄົນ ຈີນ ໝົດ, ບໍ່ມີ ຄົນລາວ ແລະ ບໍ່ມີໃຜ ກ້າ ທີ່ຈະ ເຂົ້າໄປ ກວດກາ ຍ້ອນວ່າ ມີ ການນໍາ ຣະດັບ ສູງ ຂອງ ແຂວງ ຢູ່ ເບື້ອງ ຫລັງ. ໂຮງ ເລື່ອຍ ຂນາດ ໃຫຽ່ ແຫ່ງນີ້ ປະກອບ ດ້ວຍ ໂຮງ ອົບ ໂຮງ ຊອຍ ບ່ອນຜລິດ ເຄື່ອງ ເຟີນິເຈີ ແລະ ສາງ ເກັບໄມ້, ໄມ້ ທີ່ຜລິດໄດ້ ຄຸນນະພາບ ຈະສົ່ງໄປ ຂາຍ ຢູ່ ຈີນ, ສ່ວນ ໄມ້ ຫລື ເຄື່ອງ ຜລິຕ ທີ່ ບໍ່ໄດ້ ຄຸນນະພາບ ຈະຂາຍ ຢູ່ ພາຍໃນ ແຂວງ.

ເຈົ້າໜ້າທີ່ ລາວ ທ່ານ ນີ້ ກ່າວໃນ ຕອນທ້າຍ ວ່າ ໂຮງງານ ຂອງ ຄົນ ຈີນ ສ່ວນຫລາຍ ບໍ່ໄດ້ ສ້າງ ອາຊີບ ໃຫ້ ຄົນລາວ ເລີຍ ເພາະ ຄົນງານ ສ່ວນໃຫຍ່ ແມ່ນ ຄົນຈີນ, ແລະ ເຖິງ ແມ່ນວ່າ ຈະມີ ຄໍາສັ່ງ ຈາກ ຂັ້ນເທິງ ໃຫ້ ຢຸດເຊົາ ຕັດໄມ້ ໃນ ແຂວງ ຕ່າງໆ ຂອງ ລາວ ແຕ່ ໃນທາງ ປະຕິບັດ ໂຕຈິງ ແລ້ວ ແມ່ນ ຂັດກັບ ຂໍ້ ກໍານົດ ທຸກຢ່າງ ຂອງ ກົດໝາຍ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.