ຊາວປາກລາຍຮ້ອງຂໍໂຄງການ ເຂື່ອນ ຮັບຟັງ

ຈໍາປາທອງ
2014.08.22
f-pak lai ຊຸມຊົນ ໃນ ເມືອງປາກລາຍ ແຂວງໄຊຍະບູຣີ
Citizen Journalist

 

ຊາວບ້ານ ໃນເຂດ ໂຄງການ ເຂື່ອນ ປາກລາຍ ແຂວງ ໄຊຍະບູຣີ ເວົ້າວ່າ ຕັ້ງແຕ່ ມີຂ່າວວ່າ ຈະມີ ການກໍ່ສ້າງ ເຂື່ອນ ໄຟຟ້າ ໃສ່ແມ່ ນໍ້າຂອງ ແລະ ຊາວບ້ານ ຕ້ອງໄດ້ ໂຍກຍ້າຍ ໄປຢູ່ ເຮືອນໃໝ່ ທີ່ ທາງໂຄງການ ຈະປຸກໃຫ້ ແຕ່ສໍາລັບ ຊາວບ້ານ ກໍຢາກໃຫ້ ທາງ ໂຄງການ ມາເອົາຂໍ້ມູນ ກ່ຽວກັບ ສິ່ງປຸກສ້າງ ຮວມທັງ ສັດລ້ຽງ ຂອງຂະເຈົ້າ ໃຫ້ຣະອຽດ ແລະ ມາຮັບຟັງ ຄວາມຈໍາເປັນ ທີ່ ແທ້ຈິງ ໃນການ ໂຍກຍ້າຍ ຖິ່ນຖານ:

"ຕົວນີ້ມີແຕ່ ເພີ່ນລົງມາ ເກັບຂໍ້ມູນ ເບື້ອງຕົ້ນນັ້ນ ເທື່ອນຶ່ງ ມາຖ່າຍຮູບ ເອົາຮູບເຮືອນ ແລ້ວກໍເກັບກໍາ ບັນດາ ສະຖິຕິສັດ ສິ່ງທີ່ມີ ຊີວິດຢູ່ ແຖບນັ້ນ ເປັນຕົ້ນປາ ເປັນສັດປ່າ ສັດຫຍັງ ນີ້ນະ ເຫັນມາ ເປັນທາງການ ມາສໍາພາດ ອໍານາດ ການປົກຄອງ ມາເທື່ອດຽວ".

ທີ່ຜ່ານມາ ຊາວບ້ານ ສ່ວນຫລາຍ ມີແຕ່ຮູ້ ຈາກນາຍບ້ານ ທີ່ວ່າ ໂຄງການ ກໍ່ສ້າງ ເຂື່ອນ ປາກລາຍ ນີ້ ຈະເລີ່ມ ດໍາເນີນການ ບໍ່ເກີນ ປີ 2020 ແລະ ຈະມີ ປະມານ 5 ຫາ 6 ບ້ານ ຢູ່ ເມືອງປາກລາຍ ຕ້ອງໄດ້ຍ້າຍ ອອກ. ແຕ່ຊາວບ້ານ ສ່ວນຫຼາຍ ບໍ່ຢາກຍ້າຍ ຈາກບ້ານ ເດີມ ຈາກພື້ນທີ່ ທໍາກິນ ຂອງພວກຕົນ ແລະ ຢ້ານວ່າ ຊີວິດ ການເປັນຢູ່ ຈະລໍາບາກ  ກວ່າເກົ່າ.

ເຂື່ອນປາກລາຍ ຂນາດ 770 ເມກາວັດ ມູນຄ່າປະມານ 1,800 ລ້ານ ໂດລາ ສະຫະຣັດ ຈະສ້າງໃສ່ ແມ່ນໍ້າຂອງ ໃນເຂດບ້ານ ຜາລຽບ ເມືອງ ປາກລາຍ. ໄດ້ຮັບ ສໍາປະທານ 30 ປີ. ຂແນງ ຊັພຍາກອນ ທັມຊາດ ແລະ ສິ່ງ ແວດລ້ອມ ຂອງລາວ ໄດ້ປະເມີນ ຜົລກະທົບ ເບື້ອງຕົ້ນວ່າ ຕ້ອງໄດ້ ໂຍກຍ້າຍ ປະຊາຊົນ 7 ບ້ານ 800 ຄອບຄົວ ປະມານ 3,500 ຄົນ ຈາກ 2 ເມືອງ ຄື ເມືອງ ປາກລາຍ ແຂວງ ໄຊຍະບູຣີ ແລະ ເມືອງແມດ ແຂວງວຽງຈັນ ແລະ ຈະມີຜົນ ກະທົບໃສ່ ການປະມົງ ຣະບົບນິເວດ.

ຜ່ານມາ ອົງການ ແມ່ນໍ້າ ສາກົນ ໄດ້ ອອກຣາຍງານ ວ່າ ການກໍ່ສ້າງ ເຂື່ອນ ຢູ່ ສປປລາວ ສ່ວນຫລາຍ ມັກຈະບໍ່ ປຶກສາຫາລື ລ່ວງໜ້າ ກັບ ປະຊາຊົນ ທີ່ ຈະໄດ້ຮັບ ຜົລກະທົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.